ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸ ທ. ! ເພາະເຫດທີ່ມີສິ່ງ ຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກອັນໃດເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ນັ້ນເອງ ການຫຼຸດລອດອອກໄປໄດ້ ສໍາລັບສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງແຕ່ງ ຈຶ່ງປາກົດຢູ່.

(ຄາຖາຕຶ່ມທ້າຍພຣະສູຕ)

ໃຜໆ ບໍ່ຄວນເພີດເພີນ ຕໍ່ສິ່ງຊຶ່ງເກີດແລ້ວ ເປັນແລ້ວ ເກີດຂຶ້ນພ້ອມແລ້ວ ອັນປັດຈັຍກໍ່ແລ້ວ ອັນປັດຈັຍປຸງແຕ່ງແລ້ວ ບໍ່ຢັ້ງຢືນ ປຸງແຕ່ງ ເພື່ອຊະຣາແລະມໍຣະນະ ເປັນຮັງໂຣຄາ ເປັນຂອງຜຸ່ຍພັງ ມີອາຫາຣະແລະເນຕຕິ (ຕັນຫາ) ເປັນແດນເກີດ.

ເປີດທັມທີ່ຖືກປົກປິດ : ພົບພູມ

ສ່ວນການອອກໄປເສຍໄດ້ຈາກສິ່ງນັ້ນ ເປັນທໍາມະຊາດສະງົບ ບໍ່ເປັນວິໄສແຫ່ງຄວາມຕຶກ ເປັນຂອງຢັ້ງຢືນ ບໍ່ເກີດ ບໍ່ເກີດຂຶ້ນພ້ອມ ບໍ່ມີໂສກ ປາສະຈາກທຸລີ ເປັນບ່ອນຄວນໄປເຖິງ ເປັນບ່ອນດັບແຫ່ງສິ່ງ ທີ່ມີຄວາມທຸກຂ໌ເປັນທໍາມະດາ ເປັນ ຄວາມເຂົ້າໄປສະງົບລະງັບແຫ່ງສັງຂາຣ ເປັນສຸຂ ດັ່ງນີ້.

.... .... .... ....

ພິກຂຸທັງຫຼາຍ ! ສິ່ງຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກເຮັດ ບໍ່ໄດ້ຖືກອັນໃດປຸງນັ້ນ ມີຢູ່

ພິກຂຸທັງຫຼາຍ ! ຖ້າຫາກວ່າ ສິ່ງຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກເຮັດ ບໍ່ໄດ້ຖືກອັນໃດປຸງ ຈະບໍ່ມີຢູ່ແລ້ວນັ້ນ ຄວາມຫຼຸດລອດອອກໄປໄດ້ຂອງສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງ ກໍຈະບໍ່ປາກົດເລີຍ.

ພິກຂຸທັງຫຼາຍ ! ແຕ່ເພາະເຫດທີ່ມີສິ່ງ ຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກເຮັດ ບໍ່ໄດ້ຖືກອັນໃດປຸງ ນັ້ນເອງ ຈຶ່ງໄດ້ມີຄວາມຫຼຸດລອດອອກໄປໄດ້ ຂອງສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງ ປາກົດຢູ່.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ລໍາດັບການປະຕິບັດ ເພື່ອອໍຣະຫັນຕະຜົນ ໑໔໐

- ບາລີ ມ. ມ. ໑໓/໒໓໓/໒໓໘.

ພິກຂຸທັງຫຼາຍ !

ເຮົາຍ່ອມບໍ່ກ່າວການປະສົບຄວາມພໍໃຈ ໃນອໍຣະຫັນຕະຜົນ

ດ້ວຍການປະພຶດອັນດັບທໍາອິດ ອັນດັບດຽວ.

ພິກຂຸທັງຫຼາຍ ! ກໍແຕ່ວ່າ

ການປະສົບຄວາມພໍໃຈ ໃນອໍຣະຫັນຕະຜົນ ຍ່ອມມີໄດ້

ເພາະການສຶກສາໂດຍລໍາດັບ ເພາະການປະພຶດໂດຍລໍາດັບ

ເພາະການປະຕິບັດໂດຍລໍາດັບ.

ພິກຂຸທັງຫຼາຍ !

ກໍການປະສົບຄວາມພໍໃຈ ໃນອໍຣະຫັນຕະຜົນ ຍ່ອມມີໄດ້

ເພາະການສຶກສາໂດຍລໍາດັບ ເພາະການປະພຶດໂດຍລໍາດັບ

ເພາະການປະຕິບັດໂດບລໍາດັບ

ນັ້ນເປັນແນວໃດໜໍ ?

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ບຸຣຸດບຸກຄົນໃນກໍລະນີນີ້

ເປັນຜູ້ມີສັດທາເກີດຂຶ້ນແລ້ວ ຍ່ອມເຂົ້າໄປຫາ (ສັບປຸຣິສະ)

ເມື່ອເຂົ້າໄປຫາ ຍ່ອມ ເຂົ້າໄປນັ່ງໃກ້

ເມື່ອເຂົ້າໄປນັ່ງໃກ້ ຍ່ອມ ງ່ຽງໂສຕະລົງຟັງ

ຜູ້ງ່ຽງໂສຕະລົງຟັງ ຍ່ອມ ໄດ້ຟັງທັມ

ຄັນຟັງແລ້ວ ຍ່ອມ ຊົງຈໍາທັມໄວ້

ຍ່ອມ ໄຄ່ຄວນພິຈາຣະນາຊຶ່ງໃຈຄວາມແຫ່ງທັມທັງຫຼາຍ ທີ່ຕົນຊົງຈໍາໄວ້

ເມື່ອເຂົາໄຄ່ຄວນພິຈາຣະນາ ຊຶ່ງໃຈຄວາມແຫ່ງທັມນັ້ນຢູ່

ທັມທັງຫຼາຍຍ່ອມທົນຕໍ່ການເພັ່ງພິສູດ

ເມື່ອທັມທົນຕໍ່ການເພັ່ງພິສູດມີຢູ່

ສັນທະ (ຄວາມພໍໃຈ) ຍ່ອມເກີດ

ຜູ້ເກີດສັນທະແລ້ວ ຍ່ອມມີອຸດສາຫະ

ຄັນອຸດສາຫະແລ້ວ ຍ່ອມໃຊ້ດຸນພິນິດ (ເພື່ອຫາຄວາມຈິງ)

ຄັນໃຊ້ດຸນພິນິດ (ພົບ)ແລ້ວ ຍ່ອມ ຕັ້ງຕົນໄວ້ໃນທັມນັ້ນ

ຜູ້ມີຕົນສົ່ງໄປແລ້ວໃນທັມນັ້ນຢູ່

ຍ່ອມ ເຮັດໃຫ້ແຈ້ງ ຊຶ່ງບໍຣົມມະສັຈຈະດ້ວຍກາຍດ້ວຍ

ຍ່ອມ ເຫັນແຈ້ງແທງຕະຫຼອດ ຊຶ່ງບໍຣົມມະສັຈຈະນັ້ນດ້ວຍປັນຍາດ້ວຍ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ລໍາດັບການຫຼຸດພົ້ນ ເມື່ອເຫັນອະນັຕະຕາ ໑໔໑

- ບາລີ ຂັນທ. ສັງ. ໑໗/໕໗/໙໓.

ພິກຂຸທັງຫຼາຍ ! ຮູບເປັນສິ່ງທີ່ບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ ສິ່ງໃດເປັນອະນັຕຕາ ສິ່ງນັ້ນໆ ບໍ່ແມ່ນຂອງເຮົາ ບໍ່ແມ່ນເປັນເຮົາ ບໍ່ແມ່ນເປັນຕົວຕົນຂອງເຮົາ ເຈົ້າທັງຫຼາຍຈົ່ງເຫັນຂໍ້ນັ້ນດ້ວຍປັນຍາໂດຍຊອບ ຕົງຕາມທີ່ເປັນຈິງເຊັ່ນນີ້ ດ້ວຍປະການດັ່ງນີ້.

(ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍຕຣັດເຊັ່ນດຽວກັນກັບໃນກໍລະນີແຫ່ງຮູບທຸກປະການ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ