ພົບພູມ
ໜ້າ/ 140
ຍ່ອມຫຼຸດພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມເຈັບໄຂ້ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຂັບແຄ້ນໃຈ
ເຮົາຕະຖາຄົຕກ່າວວ່າ ເຂົາຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້.
.... .... .... ....
ພິກຂຸທັງຫຼາຍ ! ທັມນີ້ ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັດທັມສົມຄວນແກ່ທັມ.
ຄື ຂໍ້ທີ່ພິກຂຸເປັນຜູ້ຕາມເຫັນຄວາມບໍ່ທ່ຽງໃນຮູບຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມບໍ່ທ່ຽງໃນເວທະນາຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມບໍ່ທ່ຽງໃນສັນຍາຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມບໍ່ທ່ຽງໃນສັງຂາຣຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມບໍ່ທ່ຽງໃນວິນຍານຢູ່ເປັນປະຈໍາ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸນັ້ນ ເມື່ອເປັນຜູ້ຕາມເຫັນຄວາມບໍ່ທ່ຽງໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານຢູ່ເປັນປະຈໍາ
ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ
ເມື່ອເຂົາຮູ້ຮອບຢູ່ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ
ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ
ຍ່ອມຫຼຸດພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມເຈັບໄຂ້ ຄວາມຕາຍ ຄວາມໂສກ ຄວາມຮ່ຳໄຮລຳພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ
ເຮົາຕະຖາຄົຕກ່າວວ່າ ເຂົາຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້.
.... .... .... ....
ພິກຂຸທັງຫຼາຍ ! ທັມນີ້ ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັດທັມສົມຄວນແກ່ທັມ.
ຄື ຂໍ້ທີ່ພິກຂຸເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນຮູບຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນເວທະນາຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນສັນຍາຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນສັງຂາຣຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນວິນຍານຢູ່ເປັນປະຈໍາ.
ພຸດທະວະຈະນະ - ໝວດທັມ
ພິກຂຸນັ້ນ ເມື່ອເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານຢູ່ເປັນປະຈໍາ
ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ
ເມື່ອເຂົາຮູ້ຮອບຢູ່ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ
ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ
ຍ່ອມຫຼຸດພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມເຈັບໄຂ້ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ
ເຮົາຕະຖາຄົຕກ່າວວ່າ ເຂົາຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້.
.... .... .... ....
ພິກຂຸທັງຫຼາຍ ! ທັມນີ້ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັດທັມສົມຄວນແກ່ທັມ.
ຄື ຂໍ້ທີ່ພິກຂຸເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນຮູບຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນເວທະນາຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນສັນຍາຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມເປັນອະນັຕຕາ
ເປີດທັມທີ່ຖືກປົກປິດ : ພົບພູມ
ໃນສັງຂາຣຢູ່ເປັນປະຈໍາ ເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນວິນຍານຢູ່ເປັນປະຈໍາ
ພິກຂຸນັ້ນ ເມື່ອເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານຢູ່ເປັນປະຈໍາ
ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ
ເມື່ອເຂົາຮູ້ຮອບຢູ່ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ
ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ
ຍ່ອມຫຼຸດພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມເຈັບໄຂ້ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ
ເຮົາຕະຖາຄົຕກ່າວວ່າ ເຂົາຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມດັບອາຍະຕະນະ
ຄື ຄວາມດັບຂອງທຸກຂ໌ ໑໒໙
- ບາລີ ຂັນທ. ສັງ. ໑໗/໒໘໓-໒໘໔/໔໘໐-໔໘໒; - ບາລີ ສລາ. ສັງ. ໑໘/໑໗/໒໑-໒໓.
ພິກຂຸທັງຫຼາຍ !
ຄວາມດັບ ຄວາມເຂົ້າໄປສະງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້
ແຫ່ງຕາ ແຫ່ງຫູ ແຫ່ງດັງ ແຫ່ງລີ້ນ ແຫ່ງກາຍ ແຫ່ງໃຈ ໃດໆ
ອັນນັ້ນແຫຼະ ເປັນຄວາມດັບຂອງທຸກຂ໌








