ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ອາວຸໂສ ! ສັນທິຕຖິກະນິບພານ ອັນພຣະຜູ້ມີພຣະພາກ ຕຣັດໄວ້ ດ້ວຍເຫດມີປະມານເທົ່ານີ້ແລ ເມື່ອກ່າວໂດຍ ນິບປະຣິຍາຍ.໑

໑. ນິບປະຣິຍາຍ = ໂດຍກົງ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການປະຣິນິບພານໃນປັດຈຸບັນ ໑໒໖

- ບາລີ ສລາ. ສັງ. ໑໘/໑໓໘, ໑໗໗/໑໙໒, ໒໔໔.

ຄະຫະບໍດີ ! ຮູບທັງຫຼາຍ ທີ່ເຫັນດ້ວຍຕາກໍດີ ສຽງທັງຫຼາຍ ທີ່ຟັງດ້ວຍຫູກໍດີ ກິ່ນທັງຫຼາຍ ທີ່ດົມດ້ວຍດັງກໍດີ ຣົສທັງຫຼາຍ ທີ່ຊີມດ້ວຍລີ້ນກໍດີ ໂຜຕຖັພພະທັງຫຼາຍ ທີ່ສໍາຜັສດ້ວຍກາຍກໍດີ ແລະທັມມາຣົມທັງຫຼາຍ ທີ່ຮູ້ແຈ້ງດ້ວຍໃຈກໍດີ ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນບ່ອນເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໄຄ່ ເປັນບ່ອນຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່

ແລະພິກຂຸກໍບໍ່ເປັນຜູ້ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ເມື່ອບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ວິນຍານຂອງພິກຂຸນັ້ນກໍບໍ່ອາໄສ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ບໍ່ມີສິ່ງນັ້ນໆ ເປັນອຸປາທານ.

ຄະຫະບໍດີ ! ພິກຂຸຜູ້ໝົດອຸປາທານ ຍ່ອມປະຣິນິບພານ.

ຄະຫະບໍດີ ! ນີ້ແລເປັນເຫດ ເປັນປັດຈັຍທີ່ສັຕທັງຫຼາຍບາງໝູ່ ໃນໂລກນີ້ ຍ່ອມປະຣິນິບພານ ໃນປັດຈຸບັນນີ້ແລ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ !

ຖ້າພິກຂຸເປັນຜູ້ຫຼຸດພົ້ນແລ້ວ

ບໍ່ຖືໝັ້ນດ້ວຍອຸປາທານ

ເພາະຄວາມເບື່ອໜ່າຍ ເພາະຄາຍກໍາໜັດ

ເພາະຄວາມດັບເຢັນແລ້ວ

ທີ່ຕາ ທີ່ຫູ ທີ່ດັງ ທີ່ລີ້ນ ທີ່ກາຍ ທີ່ໃຈ

ກໍເປັນການສົມຄວນທີ່ຈະກ່າວວ່າ

ພິກຂຸເປັນຜູ້ເຖິງແລ້ວຊຶ່ງນິບພານໃນທິດຖະທັມນີ້ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມໝາຍຂອງຄໍາວ່າ “ຄວາມດັບ” ໑໒໗

- ບາລີ ຂັນທ. ສັງ. ໑໗/໓໐/໔໘.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະອົງຄ໌ກ່າວຢູ່ວ່າ ‘ຄວາມດັບ ໆ’ ດັ່ງນີ້ ອັນວ່າ ‘ຄວາມດັບ ໆ’ ດັ່ງກ່າວນີ້ ໝາຍເຖິງຄວາມດັບແຫ່ງທັມທັງຫຼາຍເຫຼົ່າໃດໜໍ ? ຂ້ານ້ອຍ !

ອານົນທ໌ ! ຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ວິນຍານກໍດີ ເປັນຂອງບໍ່ທ່ຽງ ອັນປັດຈັຍປຸງແຕ່ງແລ້ວ ອາໄສກັນແລະກັນເກີດຂຶ້ນ ມີຄວາມດັບສິ້ນໄປເປັນທໍາມະດາ ມີຄວາມເສື່ອມໄປເປັນທໍາມະດາ ມີຄວາມຈາງຄາຍໄປເປັນທໍາມະດາ ມີຄວາມດັບໄປເປັນທໍາມະດາ ຄວາມອັນເຮົາກ່າວວ່າ “ຄວາມດັບ ໆ” ໝາຍເຖິງຄວາມດັບແຫ່ງຮູບ ແຫ່ງເວທະນາ ແຫ່ງສັນຍາ ແຫ່ງສັງຂາຣທັງຫຼາຍ ແລະແຫ່ງວິນຍານ ດັ່ງນີ້.

ອານົນທ໌ ! ຄໍາອັນເຮົາກ່າວວ່າ “ຄວາມດັບ ໆ” ດັ່ງນີ້ ໝາຍເຖິງຄວາມດັບແຫ່ງທັມທັງຫຼາຍເຫຼົ່ານີ້ແລ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມດັບຂອງຂັນທ໌ ໕

ຄື ຄວາມດັບຂອງທຸກຂ໌ ໑໒໘

- ບາລີ ຂັນທ. ສັງ. ໑໗/໒໘໗/໔໙໘.

ພິກຂຸທັງຫຼາຍ !

ຄວາມດັບ ຄວາມເຂົ້າໄປສະງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້ຂອງຮູບ ຂອງເວທະນາ ຂອງສັນຍາ ຂອງສັງຂາຣ ແລະຂອງວິນຍານ ໃດໆ

ອັນນັ້ນແຫຼະເປັນຄວາມດັບຂອງທຸກຂ໌

ອັນນັ້ນແຫຼະເປັນຄວາມເຂົ້າໄປສະງົບລະງັບຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ

ອັນນັ້ນແຫຼະເປັນຄວາມຕັ້ງຢູ່ບໍ່ໄດ້ຂອງຊະຣາແລະມໍຣະນະແລ.

.... .... .... ....

ພິກຂຸທັງຫຼາຍ ! ທັມນີ້ ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັດທັມສົມຄວນແກ່ທັມ

ຄື ຂໍ້ທີ່ພິກຂຸເປັນຜູ້ປ່ຽມດ້ວຍຄວາມຮູ້ສຶກເບື່ອໜ່າຍໃນຮູບ ເປັນຜູ້ປ່ຽມດ້ວຍຄວາມຮູ້ສຶກເບື່ອໜ່າຍໃນເວທະນາ ເປັນຜູ້ປ່ຽມດ້ວຍຄວາມຮູ້ສຶກເບື່ອໜ່າຍໃນສັນຍາ ເປັນຜູ້ປ່ຽມດ້ວຍຄວາມຮູ້ສຶກເບື່ອໜ່າຍໃນສັງຂາຣ ເປັນຜູ້ປ່ຽມດ້ວຍຄວາມຮູ້ສຶກເບື່ອໜ່າຍໃນວິນຍານ.

ພຸດທະວະຈະນະ - ໝວດທັມ

ພິກຂຸນັ້ນ ເມື່ອເປັນຜູ້ປ່ຽມຢູ່ດ້ວຍຄວາມຮູ້ສຶກເບື່ອໜ່າຍໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານ

ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ

ເມື່ອເຂົາຮູ້ຮອບຢູ່ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ

ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ