ພົບພູມ
ໜ້າ/ 140
ພຣາມ ! ບຸກຄົນຜູ້ເກີດໂທສະແລ້ວ ອັນໂທສະຄອບງໍາແລ້ວ ມີຈິຕອັນໂທສະຜູກຮັດແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່ ຍ່ອມຄິດເພື່ອບຽດບຽນຜູ້ອື່ນແດ່ ຍ່ອມຄິດເພື່ອບຽດບຽນທັງຕົນເອງແລະຜູ້ອື່ນທັງສອງແດ່ ຍ່ອມສະເຫວີຍສະເພາະຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕແດ່ ເມື່ອລະໂທສະໄດ້ແລ້ວ ເຂົາຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນຕົນເອງ ຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນຜູ້ອື່ນ ຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນທັງຕົນເອງແລະຜູ້ອື່ນທັງສອງຢ່າງແລະຍ່ອມບໍ່ສະເຫວີຍສະເພາະຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕໂດຍແທ້.
ພຣາມ ! ນິບພານທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ “ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ” ຍ່ອມມີໄດ້ ແມ່ນວ່າດ້ວຍອາການດັ່ງນີ້ແລ.
ພຸດທະວະຈະນະ - ໝວດທັມ
ພຣາມ ! ບຸກຄົນຜູ້ມີໂມຫະແລ້ວ ອັນໂມຫະຄອບງໍາແລ້ວ ມີຈິຕອັນໂມຫະຜູກຮັດແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່ ຍ່ອມຄິດເພື່ອບຽດບຽນຜູ້ອື່ນແດ່ ຍ່ອມຄິດເພື່ອບຽດບຽນທັງຕົນເອງແລະຜູ້ອື່ນທັງສອງແດ່ ຍ່ອມສະເຫວີຍສະເພາະຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕແດ່ ເມື່ອລະໂມຫະໄດ້ແລ້ວ ເຂົາຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນຕົນເອງ ຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນຜູ້ອື່ນ ຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນຕົນເອງແລະຜູ້ອື່ນທັງສອງຢ່າງ ແລະຍ່ອມບໍ່ສະເຫວີຍສະເພາະຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕໂດຍແທ້.
ພຣາມ ! ນິບພານທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ “ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ” ຍ່ອມມີໄດ້ ແມ່ນວ່າດ້ວຍອາການດັ່ງນີ້ແລ.
ພຣາມ !
ເມື່ອໃດແລ
ຜູ້ນີ້ຍ່ອມສະເຫວີຍສະເພາະຊຶ່ງຄວາມດັບສິ້ນໄປແຫ່ງຣາຄະ
ອັນຫາເສດເຫຼືອບໍ່ໄດ້
ຍ່ອມສະເຫວີຍສະເພາະຊຶ່ງຄວາມດັບສິ້ນໄປແຫ່ງໂທສະ
ອັນຫາເສດເຫຼືອບໍ່ໄດ້
ເປີດທັມທີ່ຖືກປົກປິດ : ພົບພູມ
ຍ່ອມສະເຫວີຍສະເພາະຊຶ່ງຄວາມດັບສິ້ນໄປແຫ່ງໂມຫະ
ອັນຫາເສດເຫຼືອຢູ່ບໍ່ໄດ້
ພຣາມເອີຍ !
ເມື່ອນັ້ນ
ນິບພານທີ່ເຫັນໄດ້ເອງ
ບໍ່ປະກອບດ້ວຍກາລ
ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ
“ທ່ານຈົ່ງມາເບິ່ງເຖີ້ນ
ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ
ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ”
ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້ແລ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ນິບພານທີ່ເຫັນໄດ້ເອງ
ຕາມຄໍາຂອງພຣະອານັນທະ ໑໒໕
- ບາລີ ນວກ. ອັງ. ໒໓/໔໗໕/໒໕໑.
ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ສັນທິຕຖິກະນິບພານ (ສັນທິຕຖິກະນິບພານະ) ສັນທິຕຖິກະນິບພານ’ ດັ່ງນີ້.
ອາວຸໂສ ! ສັນທິຕຖິກະນິບພານນີ້ ພຣະຜູ້ມີພຣະພາກ ຕຣັດໄວ້ດ້ວຍເຫດ ມີປະມານເທົ່າໃດໜໍແລ ?
(ພຣະອຸທາຢີ ຖາມພຣະອານົນທ໌ ພຣະອານົນທ໌ເປັນຜູ້ຕອບ).
ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດ ແລ້ວຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກ ວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່.
ອາວຸໂສ ! ສັນທິຕຖິກະນິບພານ ອັນພຣະຜູ້ມີພຣະພາກ ຕຣັດໄວ້ ດ້ວຍເຫດມີປະມານເທົ່ານີ້ແລ ເມື່ອກ່່າວໂດຍ ປະຣິຍາຍ.໑
(ໃນກໍລະນີແຫ່ງທຸຕິຢະຊານ ຕະຕິຢະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະ ສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ໂດຍແບບດຽວກັນກັບຂໍ້ຄວາມໃນກໍລະນີແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນສັນທິຕຖິກະ ນິບພານໂດຍປະຣິຍາຍ.
໑. ປະຣິຍາຍ = ໂດຍອ້ອມ.
ເປີດທັມທີ່ຖືກປົກປິດ : ພົບພູມ
ສ່ວນສັນຍາເວທະຢິຕະນິໂຣດ ຊຶ່ງມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະ ເປັນສັນທິຕຖິກະນິບພານ ໂດຍນິບປະຣິຍາຍດ້ວຍຂໍ້ຄວາມດັ່ງຕໍ່ໄປນີ້ :- )
ອາວຸໂສ ! ນັຍອື່ນອີກມີຢູ່ ພິກຂຸກ້າວຜ່ານເສຍ ຊຶ່ງເນວະ ສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງສັນຍາເວທະຢິຕະນິໂຣດແລ້ວແລຢູ່ ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍ ຂອງເຂົານັ້ນກໍດັບສິ້ນໄປຮອບ.








