ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ຄໍາວ່າ “ທັມເປັນບ່ອນກຳຈັດຣາຄະ (ຣາຄະວິນະໂຢ)

ເປັນບ່ອນກໍາຈັດໂທສະ ເປັນບ່ອນກໍາຈັດໂມຫະ” ນີ້

ເປັນຄໍາທີ່ໃຊ້ເອີ້ນແທນຊື່ຂອງ ນິບພານທາດ

ເອີ້ນວ່າເປັນທັມບ່ອນດັບສິ້ນໄປແຫ່ງອາສະວະທັງຫຼາຍແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມດັບສິ້ນຕັນຫາ ຄື ນິບພານ ໑໒໓

- ບາລີ ຂັນທ. ສັງ. ໑໗/໒໓໒/໓໖໗.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ເອີ້ນວ່າ ‘ສັຕ ສັຕ’ ດັ່ງນີ້ ອັນວ່າສັຕ ມີໄດ້ ດ້ວຍເຫດພຽງເທົ່າໃດໜໍ ? ຂ້ານ້ອຍ !”

ຣາທະ ! ຄວາມພໍໃຈອັນໃດ ຣາຄະອັນໃດ ນັນທິອັນໃດ ຕັນຫາອັນໃດມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ ເພາະການຕິດແລ້ວ ຂ້ອງແລ້ວໃນສິ່ງນັ້ນໆ ເພາະສະນັ້ນຈຶ່ງເອີ້ນວ່າ “ສັຕ” ດັ່ງນີ້.

ຣາທະ ! ປຽບເໝືອນພວກກຸມາຣນ້ອຍໆ ຫຼືກຸມາຣີນ້ອຍໆ ຫຼິ້ນເຮືອນນ້ອຍໆ ທີ່ເຮັດດ້ວຍດິນຢູ່, ຕາບໃດເຂົາຍັງມີຣາຄະ ມີສັນທະ ມີຄວາມຮັກ ມີຄວາມກະຫາຍ ມີຄວາມຮ້ອນເອົ້າ ແລະມີຕັນຫາໃນເຮືຶອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ຕາບນັ້ນ ພວກເດັກນ້ອຍນັ້ນໆ ຍ່ອມອາໄລເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ຍ່ອມຢາກຫຼິ້ນ ຍ່ອມຢາກມີເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ຍ່ອມຢຶດຖືເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ວ່າເປັນຂອງເຮົາ ດັ່ງນີ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ຣາທະ ! ແຕ່ເມື່ອໃດແລ ພວກກຸມາຣນ້ອຍໆ ຫຼືພວກກຸມາຣີ ນ້ອຍໆເຫຼົ່ານັ້ນ ປາສະຈາກຣາຄະແລ້ວ ປາສະຈາກສັນທະແລ້ວ ປາສະຈາກຄວາມຮັກແລ້ວ ປາສະຈາກຄວາມກະຫາຍແລ້ວ ປາສະຈາກຄວາມຮ້ອນເອົ້າແລ້ວ ປາສະຈາກຕັນຫາແລ້ວ ໃນເຮືອນນ້ອຍທີ່ເຮັດດ້ວຍດິນເຫຼົ່ານັ້ນ ໃນກາລນັ້ນ ພວກເຂົາຍ່ອມມ້າງເຮືອນນ້ອຍໆ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ໃຫ້ກະຈັດກະຈາຍ ແຕກຊະ ເກື່ອນຢາຍຊະໄປ ເຮັດໃຫ້ຈົບການຫຼິ້ນເສຍດ້ວຍມື ແລະຕີນທັງຫຼາຍ ອຸປະມານີ້ເຊັ່ນໃດ.

ຣາທະ ! ອຸປະໄມກໍເຊັ່ນນັ້ນ ຄື

ເຖິງແມ່ນພວກເຈົ້າທັງຫຼາຍ ຈົ່ງຢາຍ ແຍກຊະອອກ

ຊຶ່ງຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ

ຈົ່ງກໍາຈັດເສຍໃຫ້ຖືກວິທີ ຈົ່ງເຮັດໃຫ້ແຫຼກມຸ່ນ

ໂດຍຖືກວິທີ ຈົ່ງເຮັດໃຫ້ຈົບການຫຼິ້ນໃຫ້ຖືກວິທີ

ຈົ່ງປະຕິບັດ ເພື່ອຄວາມດັບສິ້ນໄປແຫ່ງຕັນຫາເຖີ້ນ.

ຣາທະ !

ເພາະວ່າ ຄວາມດັບສິ້ນໄປແຫ່ງຕັນຫານັ້ນ

ຄື ນິບພານ ດັ່ງນີ້ແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ນິບພານທີ່ເຫັນໄດ້ເອງ ໑໒໔

- ບາລີ ຕິກ. ອັງ. ໒໐/໒໐໒/໔໙໕.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຄໍາທີ່ພຣະໂຄດົມກ່າວວ່າ ‘ນິບພານທີ່ເຫັນໄດ້ເອງ (ສັນທິຕຖິກະ ນິບພານະ) ນິບພານທີ່ເຫັນໄດ້ເອງ’ ດັ່ງນີ້.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ນິບພານທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນນັ້ນ ມີໄດ້ດ້ວຍເຫດພຽງເທົ່າໃດໜໍ ? ຂ້ານ້ອຍ !”

ພຣາມ ! ບຸກຄົນຜູ້ກໍາໜັດແລ້ວ ອັນຣາຄະຄອບງໍາແລ້ວ ມີຈິຕອັນຣາຄະຜູກຮັດແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່ ຍ່ອມຄິດເພື່ອບຽດບຽນຜູ້ອື່ນແດ່ ຍ່ອມຄິດເພື່ອບຽດບຽນທັງຕົນເອງແລະຜູ້ອື່ນທັງສອງແດ່ ຍ່ອມສະເຫວີຍສະເພາະຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕແດ່ ເມື່ອລະຣາຄະໄດ້ແລ້ວ ເຂົາຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນຕົນເອງ ຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນຜູ້ອື່ນ ຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນທັງຕົນເອງແລະຜູ້ອື່ນທັງສອງຢ່າງແລະຍ່ອມບໍ່ສະເຫວີຍສະເພາະຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕໂດຍແທ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣາມ ! ນິບພານທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ “ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ” ຍ່ອມມີໄດ້ ແມ່ນວ່າດ້ວຍອາການດັ່ງນີ້ແລ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ