ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ຈຶ່ງຕ້ອງທ່ອງທ່ຽວໄປໃນສັງສາຣະວັຕ ໑໑໙

- ບາລີ ມຫາວາຣ. ສັງ. ໑໙/໕໔໑, ໕໕໐/໑໖໙໘, ໑໗໑໖.

ພິກຂຸທັງຫຼາຍ ! ປຽບເໝືອນທ່ອນໄມ້ ອັນບຸກຄົນດຶກຂຶ້ນໄປສູ່ອາກາດ ບາງເທື່ອຕົກເອົາເຫງົ້າລົງ ບາງເທື່ອຕົກເອົາຕອນກາງລົງ ບາງເທື່ອຕົກເອົາປາຍລົງ ຂໍ້ນີ້ເຊັ່ນໃດ

ພິກຂຸທັງຫຼາຍ ! ສັຕທັງຫຼາຍຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ກໍປຽບຄືດັ່ງດຽວກັນ ບາງເທື່ອແລ່ນໄປຈາກໂລກນີ້ສູ່ໂລກອື່ນ ບາງເທື່ອແລ່ນຈາກໂລກອື່ນສູ່ໂລກນີ້.

ນໍ້ນັ້ນເພາະເຫດໃດໜໍ ?

ພິກຂຸທັງຫຼາຍ !

ຂໍ້ນັ້ນ ເພາະຄວາມທີ່ສັຕເຫຼົ່ານັ້ນບໍ່ເຫັນອະຣິຍະສັຈທັງສີ່.

ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງ ຄື

ອະຣິຍະສັຈຄືທຸກຂ໌

ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌

ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌

ອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້

ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ

ທຸກຂ໌ເປັນເຊັ່ນນີ້

ເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້

ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້

ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້ ດັ່ງນີ້.

.... .... .... ....

ພິກຂຸທັງຫຼາຍ !

ເພາະບໍ່ຮູ້ທົ່ວເຖິງ ບໍ່ແທງຕະຫຼອດຊຶ່ງອະຣິຍະສັຈສີ່ຢ່າງ

ເຮົາແລະພວກເຈົ້າທັງຫຼາຍ

ຈຶ່ງໄດ້ທ່ອງທ່ຽວໄປແລ້ວ ໃນສັງສາຣະວັຕ

ຕະຫຼອດກາລະຍືດຍາວດົນນານເຖິງປານນີ້.

ພິກຂຸທັງຫຼາຍ ! ອະຣິຍະສັຈສີ່ຢ່າງ ເຫຼົ່າໃດໜໍ ?

ພິກຂຸທັງຫຼາຍ ! ເພາະບໍ່ຮູ້ທົ່ວເຖິງ ບໍ່ແທງຕະຫຼອດຊຶ່ງອະຣິຍະສັຈຄືທຸກຂ໌ ອະຣິຍະສັຈຄືເຫດໃຫ້ເກີດທຸກຂ໌ ອະຣິຍະສັຈຄືຄວາມດັບບໍ່ເຫຼືອຂອງທຸກຂ໌ ແລະອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌ ເຮົາ ແລະພວກເຈົ້າທັງຫຼາຍ ຈຶ່ງໄດ້ທ່ອງທ່ຽວໄປແລ້ວໃນສັງສາຣະວັຕ ຕະຫຼອດກາລະຍືດຍາວດົນນານເຖິງປານນີ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ !

ເມື່ອອະຣິຍະສັຈ ຄືທຸກຂ໌

ເຫດໃຫ້ເກີດທຸກຂ໌

ຄວາມດັບບໍ່ເຫຼືອຂອງທຸກຂ໌

ແລະທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌

ເປັນຄວາມຈິງທີ່ເຮົາ ແລະພວກເຈົ້າທັງຫຼາຍ

ຮູ້ທົ່ວເຖິງ ແລະແທງຕະຫຼອດແລ້ວ

ຕັນຫາໃນພົບກໍຖືກຖອນຂຶ້ນຂາດ

ຕັນຫາທີ່ຈະນໍາໄປສູ່ພົບ (ໃໝ່) ກໍດັບສິ້ນໄປໝົດ

ບັດນີ້ຄວາມຕ້ອງເກີດຂຶ້ນອີກບໍ່ໄດ້ມີ ດັ່ງນີ້.

ນິບພານ

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ອຸປະມາແຫ່ງນິບພານ ໑໒໐

- ບາລີ ມູ. ມ. ໑໒/໑໕໓/໑໗໖.

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງນິບພານ ທາງອັນຍັງສັຕໃຫ້ເຖິງນິບພານ ແລະປະຕິປະທາອັນຈະຍັງສັຕໃຫ້ເຖິງນິບພານ ອັນໜຶ່ງ ສັຕຜູ້ປະຕິບັດແນວໃດ ຍ່ອມເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນ ເຂົ້າເຖິງແລ້ວແລຢູ່ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ.

ສາຣີບຸດ ! ປຽບເໝືອນສະໂບກຂະຣະນີ ມີນໍ້າອັນເຢັນ ໃສສະອາດ ມີທ່າອັນດີ ໜ້າຊື່ນໃຈ ແລະໃນບ່ອນບໍ່ໄກສະໂບກຂະຣະນີນັ້ນ ມີເຂດປ່າອັນຕຶບ ລໍາດັບນັ້ນ ບຸຣຸດຜູ້ມີຄວາມຮ້ອນ ໄໝ້ແຫ້ມ ອິດເມື່ອຍ ຫິວ ຫິວນໍ້າ ມຸ່ງມາສູ່ສະໂບກຂະຣະນີນັ້ນແຫຼະ ໂດຍມັກຄາສາຍດຽວ ບຸຣຸດຜູ້ມີຈັກຂຸເຫັນເຂົາແລ້ວ ຈຶ່ງກ່າວດັ່ງນີ້ວ່າ “ບຸຣຸດຜູ້ຈະເຣີນນີ້ ປະຕິບັດແນວນັ້ນ ດໍາເນີນເຊັ່ນນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະມາເຖິງສະໂບກຂະຣະນີນີ້ແນ່ນອນ”

ເປີດທັມທີ່ຖືກປົກປິດ : ພົບພູມ

ໂດຍສະໄໝຕໍ່ມາ ບຸຣຸດຜູ້ມີຈັກຂຸນັ້ນ ຈຶ່ງເຫັນເຂົາລົງສູ່ສະໂບກຂະຣະນີນັ້ນ ອາບແລະດື່ມ ລະງັບຄວາມກະວົນກະວາຍ ຄວາມອິດເມື່ອຍ ແລະຄວາມຮ້ອນໝົດແລ້ວ ຂຶ້ນໄປນັ່ງຫຼືນອນໃນເຂດປ່ານັ້ນ ສະເຫວີຍສຸຂະເວທະນາໂດຍສ່ວນດຽວ ແມ່ນວ່ານີ້ເຊັ່ນໃດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ