ພົບພູມ
ໜ້າ/ 140
ສາຣີບຸດ ! ເຮົາຍ່ອມກໍານົດຮູ້ໃຈບຸກຄົນບາງຄົນໃນໂລກນີ້ ດ້ວຍໃຈເຊັ່ນນັ້ນເໝືອນກັນວ່າ ບຸກຄົນນີ້ ປະຕິບັດແນວນັ້ນ ດໍາເນີນເຊັ່ນນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງ ໃນປັດຈຸບັນ ເຂົ້າເຖິງແລ້ວແລຢູ່
ໂດຍສະໄໝຕໍ່ມາ ເຮົາຍ່ອມເຫັນບຸຣຸດນັ້ນ ເຮັດໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນ ເຂົ້າເຖິງແລ້ວແລຢູ່ (ຍ່ອມ) ສະເຫວີຍສຸຂະເວທະນາໂດຍສ່ວນດຽວ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມຮູ້ສຶກຂອງປຸຖຸຊົນ ໑໒໑
- ບາລີ ມູ. ມ. ໑໒/໑/໒.
ພິກຂຸທັງຫຼາຍ ! ໃນໂລກນີ້ປຸຖຸຊົນ ຜູ້ບໍ່ມີການສະດັບ ບໍ່ໄດ້ເຫັນພຣະອະຣິຍະເຈົ້າທັງຫຼາຍ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ເຫັນສັບບຸຣຸດ ບໍ່ສະຫຼາດໃນທັມຂອງສັບບຸຣຸດ ບໍ່ຖືກແນະນໍາໃນທັມຂອງສັບບຸຣຸດ. ປຸຖຸຊົນນັ້ນ
(໑) ຍ່ອມຮູ້ສຶກຊຶ່ງດິນ ໂດຍຄວາມເປັນດິນ ຄັນຮູ້ສຶກດິນໂດຍຄວາມເປັນດິນແລ້ວ ຍ່ອມສໍາຄັນໝັ້ນໝາຍຊຶ່ງດິນ ຍ່ອມສໍາຄັນໝັ້ນໝາຍໃນດິນ ຍ່ອມສໍາຄັນໝັ້ນໝາຍໂດຍຄວາມເປັນດິນ ຍ່ອມສໍາຄັນໝັ້ນໝາຍວ່າ ດິນຂອງເຮົາ ຍ່ອມເພີດເພີນຍິ່ງຊຶ່ງດິນ ຂໍ້ນັ້ນເພາະເຫດໃດໜໍ ? ຂໍ້ນັ້ນເຮົາກ່າວວ່າ ເພາະວ່າດິນເປັນສິ່ງທີ່ປຸຖຸຊົນນັ້ນ ບໍ່ໄດ້ຮູ້ໂດຍຮອບແລ້ວ.
(໒) ຍ່ອມຮູ້ສຶກຊຶ່ງ ນໍ້າ ... .
(໓) ຍ່ອມຮູ້ສຶກຊຶ່ງ ໄຟ ... .
(໔) ຍ່ອມຮູ້ສຶກຊຶ່ງ ລົມ ... .
(໕) ຍ່ອມຮູ້ສຶກຊຶ່ງ ພູຕະສັຕທັງຫຼາຍ ... .
(໖) ຍ່ອມຮູ້ສຶກຊຶ່ງ ເທບທັງຫຼາຍ ... .
ເປີດທັມທີ່ຖືກປົກປິດ : ພົບພູມ
(໗) ຍ່ອມຮູ້ສຶກຊຶ່ງ ປະຊາບໍດີ ... .
(໘) ຍ່ອມຮູ້ສຶກຊຶ່ງ ພຣົມ ... .
(໙) ຍ່ອມຮູ້ສຶກຊຶ່ງ ອາພັດສະຣະທັງຫຼາຍ ... .
(໑໐) ຍ່ອມຮູ້ສຶກຊຶ່ງ ສຸພະກິນຫະທັງຫຼາຍ ... .
(໑໑) ຍ່ອມຮູ້ສຶກຊຶ່ງ ເວຫັບຜະລະທັງຫຼາຍ ... .
(໑໒) ຍ່ອມຮູ້ສຶກຊຶ່ງ ອະພິພູ ... .
(໑໓) ຍ່ອມຮູ້ສຶກຊຶ່ງ ອາກາສານັນຈາຢະຕະນະ ... .
(໑໔) ຍ່ອມຮູ້ສຶກຊຶ່ງ ວິນຍານັນຈາຢະຕະນະ ... .
(໑໕) ຍ່ອມຮູ້ສຶກຊຶ່ງ ອາກິນຈັນຍາຢະຕະນະ ... .
(໑໖) ຍ່ອມຮູ້ສຶກຊຶ່ງ ເນວະສັນຍານາສັນຍາຢະຕະນະ ... .
(໑໗) ຍ່ອມຮູ້ສຶກຊຶ່ງ ຮູບທີ່ເຫັນແລ້ວ ... .
(໑໘) ຍ່ອມຮູ້ສຶກຊຶ່ງ ສຽງທີ່ໄດ້ຟັງແລ້ວ ... .
(໑໙) ຍ່ອມຮູ້ສຶກຊຶ່ງ ສິ່ງທີ່ຮູ້ສຶກແລ້ວ .... .
(ທາງດັງ ລີ້ນ ຜິວກາຍ)
(໒໐) ຍ່ອມຮູ້ສຶກຊຶ່ງ ສິ່ງທີ່ຮູ້ແຈ້ງແລ້ວ ... .
(ທາງມະໂນວິນຍານ)
(໒໑) ຍ່ອມຮູ້ສຶກຊຶ່ງ ເອກະພາວະ໑ (ເອກັຕຕັງ) ... .
໑. ເອກະພາວະ = ຄວາມເປັນໜຶ່ງ (ວິນຍານ).
ພຸດທະວະຈະນະ - ໝວດທັມ
(໒໒) ຍ່ອມຮູ້ສຶກຊຶ່ງ ນານາພາວະ໑ (ນານັຕຕັງ) ... .
(໒໓) ຍ່ອມຮູ້ສຶກຊຶ່ງ ສັບພະພາວະ໒ (ສັບພັງ) ... .
(໒໔) ຍ່ອມຮູ້ສຶກຊຶ່ງນິບພານ ໂດຍຄວາມເປັນນິບພານ ຄັນຮູ້ສຶກນິບພານ ໂດຍຄວາມເປັນນິບພານແລ້ວ ຍ່ອມສໍາຄັນໝັ້ນໝາຍຊຶ່ງນິບພານ ຍ່ອມສໍາຄັນໝັ້ນໝາຍໃນນິບພານ ຍ່ອມສໍາຄັນໝັ້ນໝາຍໂດຍຄວາມເປັນນິບພານ ຍ່ອມສໍາຄັນໝັ້ນ ໝາຍວ່າ ນິບພານຂອງເຮົາ ຍ່ອມເພີດເພີນຍິ່ງຊຶ່ງນິບພານ ຂໍ້ນັ້ນເພາະເຫດໃດໜໍ ? ຂໍ້ນັ້ນເຮົາກ່າວວ່າ ເພາະວ່ານິບພານເປັນສິ່ງທີ່ປຸຖຸຊົນນັ້ນ ບໍ່ໄດ້ຮູ້ໂດຍຮອບແລ້ວ.
໑. ນານາພາວະ = ຄວາມແຕກຕ່າງກັນ (ຮູບ ເວທະນາ ສັນຍາແລະສັງຂາຣ).
໒. ສັບພະພາວະ = ສິ່ງທັງປວງ (ຂັນທ໌ ໕).
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ນິບພານ ຄື
ທັມເປັນບ່ອນດັບສິ້ນໄປແຫ່ງອາສະວະ ໑໒໒
- ບາລີ ມຫາວາຣ. ສັງ. ໑໙/໑໐/໓໑.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ພຣະອົງຄ໌ທົງກ່າວຢູ່ວ່າ ‘ທັມເປັນບ່ອນກໍາຈັດຣາຄະ ເປັນບ່ອນກໍາຈັດໂທສະ ເປັນບ່ອນກໍາຈັດໂມຫະ’ ດັ່ງນີ້ ຄໍາວ່າ ‘ທັມເປັນບ່ອນກໍາຈັດຣາຄະ ເປັນບ່ອນກໍາຈັດໂທສະ ເປັນບ່ອນກໍາຈັດໂມຫະ’ ນີ້ເປັນຄໍາທີ່ໃຊ້ເອີ້ນແທນຊື່ຂອງອັນໃດໜໍ ຂ້ານ້ອຍ !
ພິກຂຸທັງຫຼາຍ !








