ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ພິກຂຸທັງຫຼາຍ ! ມີສະໄໝຊຶ່ງກາລະບາງຄັ້ງບາງຍາມ ໂດຍການຜ່ານກາຍໄປຫຼາຍຟ້າຫຼ້າປີ ອາທິຕໜ່ວຍທີຫ້າ ຍ່ອມປາກົດ ເມື່ອດວງອາທິຕໜ່ວຍທີຫ້າປາກົດ ນໍ້າໃນມະຫາສະມຸດອັນເລິກຮ້ອຍໂຍຊນ໌ ກໍບົກລົງ ນໍ້າໃນມະຫາສະມຸດອັນເລິກ ສອງ-ສາມ-ສີ່-ຫ້າ-ຫົກ-ເຈັດຮ້ອຍໂຍຊນ໌ ກໍບົກລົງ ເຫຼືອຢູ່ພຽງເຈັດຊົ່ວຕົ້ນຕານ ກໍມີ ເຫຼືອຢູ່ພຽງ ຫົກ-ຫ້າ-ສີ່-ສາມ-ສອງ- ຈົນວ່າໜຶ່ງຊົ່ວຕົ້ນຕານ ກໍມີ ບົກລົງເຫຼືອຢູ່ພຽງເຈັດຊົ່ວບຸຣຸດ ກໍມີ ເຫຼືອຢູ່ພຽງ ຫົກ-ຫ້າ-ສີ່-ສາມ-ສອງ-ໜຶ່ງ ຈົນເຫຼືອຢູ່ພຽງເຄິ່ງຊົ່ວບຸຣຸດ ກໍມີ ບົກລົງ ເຫຼືອຢູ່ພຽງຄ່າແອວ ພຽງຄ່າເຂົ່າ ພຽງຄ່າຕາຕຸ່ມໝ່ອງ ຈົນວ່າເຫຼືອຢູ່ ເລິກສໍ່ານໍ້າໃນຮອຍຕີນງົວ ໃນບ່ອນນັ້ນໆ ເຊັ່ນດຽວກັບນໍ້າໃນຮອຍຕີນງົວ ເມື່ອຝົນເມັດໃຫຍ່ເລີ່ມຕົກໃນລະດູສາດ ລົງມາໃນບ່ອນນັ້ນໆ.
ພິກຂຸທັງຫຼາຍ ! ເພາະການປາກົດແຫ່ງອາທິຕໜ່ວຍທີຫ້າ ນ້ຳໃນມະຫາສະມຸດບໍ່ມີຢູ່ ແມ່ນສ່ຳວ່າອົງຄຸລີດຽວ (ນິ້ວມື).
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ພິກຂຸທັງຫຼາຍ ! ມີສະໄໝຊຶ່ງກາລະບາງຄັ້ງບາງຍາມ ໂດຍການຜ່ານກາຍໄປຫຼາຍຟ້າຫຼ້າປີ ອາທິຕໜ່ວຍທີຫົກ ຍ່ອມປາກົດ ເມື່ອດວງອາທິຕໜ່ວຍທີຫົກປາກົດ ມະຫາປະຖະພີນີ້ແລະຂຸນເຂົາສິເນຣຸ ກໍມີຄວັນຂຶ້ນ ຍິ່ງຂຶ້ນແລະຍິ່ງຂຶ້ນ ປຽບເໝືອນເຕົາເຜົາໝໍ້ ອັນຊ່າງໝໍ້ສຸມໄຟແລ້ວ ຍ່ອມມີຄວັນຂຶ້ນກຸ້ມທີບ ຍິ່ງຂຶ້ນແລະຍິ່ງຂຶ້ນ ເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ມີສະໄໝຊຶ່ງກາລະບາງຄັ້ງບາງຍາມ ໂດຍການຜ່ານກາຍໄປຫຼາຍຟ້າຫຼ້າປີ ອາທິຕໜ່ວຍທີເຈັດ ຍ່ອມປາກົດ ເມື່ອດວງອາທິຕໜ່ວຍທີເຈັດປາກົດ ມະຫາປະຖະພີ ນີ້ແລະຂຸນເຂົາສິເນຣຸ ຍ່ອມມີໄຟລຸກຮຸ່ງຂຶ້ນ ມີແປວເປັນອັນດຽວກັນ ເມື່ອປະຖະພີນີ້ແລະຂຸນເຂົາສິເນຣຸ ອັນໄຟເຜົາຢູ່ ໄໝ້ຢູ່ ເຊັ່ນນີ້ ແປວໄຟຖືກລົມພັດຂຶ້ນໄປ ຈົນເຖິງພຣົມມະໂລກ.
ພິກຂຸທັງຫຼາຍ ! ເມື່ອຂຸນເຂົາສິເນຣຸ ຖືກໄຟເຜົາຢູ່ ໄໝ້ຢູ່ ວິນາດຢູ່ ອັນກອງໄຟລຸກຖ້ວມແລ້ວ ຍອດທັງຫຼາຍ ອັນສູງຮ້ອຍໂຍຊນ໌ແດ່ ສອງ-ສາມ-ສີ່-ຫ້າຮ້ອຍໂຍຊນ໌ແດ່ ກໍເປື່ອຍພັງທະລາຍໄປ.
ພິກຂຸທັງຫຼາຍ ! ເມື່ອປະຖະພີນີ້ແລະຂຸນເຂົາສິເນຣຸ ອັນໄຟເຜົາຢູ່ ໄໝ້ຢູ່ ຂີ້ເຖົ່າແລະຂີ້ຂະເໝົ່າ ຍ່ອມບໍ່ປາກົດ ເໝືອນເມື່ອເນີຍໃສຫຼືນ້ຳມັນຖືກເຜົາ ຂີ້ເຖົ່າແລະຂີ້ຂະເໝົ່າ ຍ່ອມບໍ່ປາກົດ ເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ພິກຂຸທັງຫຼາຍ !
ໃນຂໍ້ຄວາມນັ້ນ ໃຜຈະຄິດ ໃຜຈະເຊື່ອວ່າ
ປະຖະພີແລະຂຸນເຂົາສິເນຣຸ ຈະລຸກໄໝ້
ຈະວິນາດ ຈະສູນສິ້ນໄປໄດ້
ນອກເສຍຈາກ ພວກມີບົດອັນເຫັນແລ້ວ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເພາະບໍ່ຮູ້ອະຣິຍະສັຈ








