ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນັ້ນເປັນເຊັ່ນໃດ ນໍ້າຕາຂອງພວກເຈົ້າຜູ້ທ່ອງທ່ຽວໄປມາ ຄໍ່າຄວນ ຮ້ອງໄຫ້ຢູ່ ເພາະພົບພໍ້ສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະດົນນານນີ້ ກັບນໍ້າໃນມະຫາສະມຸດທັງ ໔ ສິ່ງໃດຈະຫຼາຍກວ່າກັນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພວກຂ້ານ້ອຍຍ່ອມຮູ້ທັມຕາມທີ່ພຣະຜູ້ມີພຣະພາກທົງສະແດງແລ້ວວ່າ ນໍ້າຕາທີ່ຫຼັ່ງໄຫຼອອກຂອງພວກຂ້ານ້ອຍ ຜູ້ທ່ອງທ່ຽວໄປມາ ຄ່ຳຄວນ ຮ້ອງໄຫ້ຢູ່ ເພາະພົບພໍ້ສິ່ງທີ່ບໍ່ພໍໃຈ ເພາະການພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະດົນນານນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ພິກຂຸທັງຫຼາຍ ! ສາທຸ ສາທຸ ພວກເຈົ້າຮູ້ທັມທີ່ເຮົາສະແດງແລ້ວເຊັ່ນນີ້ ຖືກແລ້ວ ນໍ້າຕາທີ່ຫຼັ່ງໄຫຼຂອງພວກເຈົ້າ ຜູ້ທ່ອງທ່ຽວໄປມາ ຄ່ຳຄວນ ຮ້ອງໄຫ້ຢູ່ ເພາະພົບພໍ້ສິ່ງທີ່ບໍ່ພໍໃຈ ເພາະການພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະດົນນານນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ພຸດທະວະຈະນະ - ໝວດທັມ
...ພວກເຈົ້າໄດ້ປະສົບມໍຣະນະກັມຂອງມານດາ ຕະຫຼອດ ກາລະດົນນານ ນໍ້າຕາທີ່ຫຼັງໄຫຼຂອງພວກເຈົ້າ ຜູ້ທ່ອງທ່ຽວໄປມາ ຄ່ຳຄວນ ຮ້ອງໄຫ້ຢູ່ ເພາະພົບພໍ້ສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະດົນນານນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
... ພວກເຈົ້າໄດ້ປະສົບມໍຣະນະກັມຂອງບິດາ ... ມໍຣະນະກັມຂອງອ້າຍ ນ້ອງຊາຍ ...ມໍຣະນະກັມຂອງເອື້ອຍ ນ້ອງສາວ ... ມໍຣະນະກັມຂອງບຸຕ ... ມໍຣະນະກັມຂອງທິດາ ຕະຫຼອດກາລະດົນນານ ນໍ້າຕາທີ່ຫຼັ່ງໄຫຼຂອງພວກເຈົ້າຜູ້ທ່ອງທ່ຽວໄປມາ ຄ່ຳຄວນ ຮ້ອງໄຫ້ຢູ່ ເພາະພົບພໍ້ສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະດົນນານນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
...ພວກເຈົ້າໄດ້ປະສົບຄວາມເສື່ອມແຫ່ງຍາດ ...ຄວາມເສື່ອມແຫ່ງໂພຄະ ...ຄວາມເສື່ອມແຫ່ງໂຣຄາ ... ຕະຫຼອດກາລະດົນນານ ນໍ້າຕາຂອງພວກເຈົ້າຜູ້ທ່ອງທ່ຽວໄປມາ ຄ່ຳຄວນ ຮ້ອງໄຫ້ຢູ່ ເພາະພົບພໍ້ສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະດົນນານນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ເປີດທັມທີ່ຖືກປົກປິດ : ພົບພູມ
ຂໍ້ນັ້ນເພາະເຫດໃດ ?
ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ນໍ້ານົມ ທີ່ເຄີຍໄດ້ດື່ມ ໑໑໒
- ບາລີ ນິທານ. ສັງ. ໑໖/໒໑໔-໒໑໕/໔໒໗-໔໒໘.
ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນັ້ນເປັນເຊັ່ນໃດ ນໍ້ານົມມານດາທີ່ພວກເຈົ້າທ່ອງທ່ຽວໄປມາຢູ່ ໂດຍກາລະດົນນານນີ້ດື່ມແລ້ວ ກັບນໍ້າໃນມະຫາສະມຸດທັງ ໔ ສິ່ງໃດຈະຫຼາຍກວ່າກັນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພວກຂ້ານ້ອຍຍ່ອມຮູ້ທັມຕາມທີ່ພຣະຜູ້ມີພຣະພາກທົງສະແດງແລ້ວ ນໍ້ານົມມານດາ ທີ່ພວກຂ້ານ້ອຍຜູ້ທ່ອງທ່ຽວໄປມາຢູ່ ໂດຍກາລະດົນນານນີ້ ດື່ມແລ້ວນັ້ນແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.








