ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ເໝືອນດັ່ງວ່າ ບຸຣຸດປັ້ນມະຫາປະຖະພີນີ້ ໃຫ້ເປັນກ້ອນ ກ້ອນລະທໍ່ໝາກກະເບົາ ແລ້ວວາງໄວ້ ສົມມຸດວ່າ ນີ້ເປັນບິດາຂອງເຮົາ ນີ້ເປັນບິດາຂອງບິດາເຮົາ ໂດຍລໍາດັບ ບິດາຂອງບິດາແຫ່ງບຸຣຸດນັ້ນ ບໍ່ທັນສຸດສ້ຽງ ສ່ວນມະຫາປະຖະພີນີ້ ຍ່ອມເຖິງການໝົດສ້ຽງໄປ.
ຂໍ້ນັ້ນເພາະເຫດໃດ ?
ເພາະວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຜູ້ທີ່ບໍ່ເຄີຍກ່ຽວຂ້ອງກັນ ຫາໄດ້ຍາກ ໑໑໐
- ບາລີ ນິທານ. ສັງ. ໑໖/໒໒໓-໒໒໔/໔໕໐-໔໕໕.
ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ ສັຕທີ່ບໍ່ເຄີຍເປັນມານດາ ໂດຍກາລະດົນນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ.
ຂໍ້ນັ້ນເພາະເຫດໃດໜໍ ?
ເພາະວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ສັງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ... ສັຕທີ່ບໍ່ເຄີຍເປັນບິດາ ໂດຍກາລະດົນນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ ... ດັ່ງນີ້.
ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ຶອງປາຍບໍ່ໄດ້ ... ສັຕທີ່ບໍ່ເຄີຍເປັນອ້າຍ ນ້ອງຊາຍ ໂດຍກາລະດົນນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ ... ດັ່ງນີ້.
ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ... ສັຕທີ່ບໍ່ເຄີຍເປັນເອື້ອຍ ນ້ອງສາວ ໂດຍກາລະດົນນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ ... ດັ່ງນີ້.
ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍ ບໍ່ໄດ້ ... ສັຕທີ່ບໍ່ເຄີຍເປັນບຸຕ (ລູກຊາຍ) ໂດຍກາລະດົນນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ ... ດັ່ງນິີ້.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ ສັຕທີ່ບໍ່ເຄີຍເປັນທິດາ (ລູກສາວ) ໂດຍກາລະດົນນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ.
ຂໍ້ນັ້ນເພາະເຫດໃດໜໍ ?
ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນ ໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພືີ່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ນໍ້າຕາ ທີ່ເຄີຍຫຼັ່ງໄຫຼ ໑໑໑
- ບາລີ ນິທານ. ສັງ. ໑໖/໒໑໓-໒໑໔/໔໒໕-໔໒໖.








