ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ສາທຸ ສາທຸ ພວກເຈົ້າຮູ້ທັມທີ່ເຮົາສະແດງແລ້ວເຊັ່ນນີ້ ຖືກແລ້ວ ນໍ້ານົມມານດາທີ່ພວກເຈົ້າ ຜູ້ທ່ອງທ່ຽວໄປມາຢູ່ ໂດຍກາລະດົນນານນີ້ ດື່ມແລ້ວນັ້ນແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.

ເປີດທັມທີ່ຖືກປົກປິດ : ພົບພູມ

ຂໍ້ນັ້ນເພາະເຫດໃດໜໍ ?

ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ທຸກຂ໌ ທີ່ເຄີຍຜ່ານພໍ້ ໑໑໓

- ບາລີ ນິທານ. ສັງ. ໑໖/໒໒໑/໔໔໓.

ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍ ບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ເຈົ້າທັງຫຼາຍເຫັນທຸຄະຕະບຸຣຸດ ມີມືແລະຕີນບໍ່ສົມປະກອບ ຈົ່ງລົງສັນນິດຖານ ໃນບຸກຄົນນີ້ວ່າ ເຮົາທັງຫຼາຍກໍເຄີຍສະເຫວີຍທຸກຂ໌ເຫັນປານນີ້ມາແລ້ວ ໂດຍກາລະດົນນານນີ້.

ຂໍ້ນັ້ນເພາະເຫດໃດ ?

ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກຳໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ສຸຂ ທີ່ເຄີຍໄດ້ຮັບ ໑໑໔

- ບາລີ ນິທານ. ສັງ. ໑໖/໒໒໑/໔໔໔.

ພິກຂຸທັງຫຼາຍ ! ສົງສາຣນີ້ກຳນົດບ່ອນສຸດເບື້ອງຕົ້ນເບື້ອງປາຍ ບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ເຈົ້າທັງຫຼາຍ ເຫັນບຸກຄົນຜູ້ພຽບພ້ອມດ້ວຍຄວາມສຸຂ ມີບໍຣິວານຄອຍຮັບໃຊ້ ຈົ່ງລົງສັນນິດຖານໃນບຸກຄົນນີ້ວ່າ ເຮົາທັງຫຼາຍກໍເຄີຍສະເຫວີຍສຸຂ ເຫັນປານນີ້ມາແລ້ວ ໂດຍກາລະດົນນານນີ້.

ຂໍ້ນັ້ນເພາະເຫດໃດໜໍ ?

ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນ ໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະຫຼຸດພົ້ນ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເລືອດ ທີ່ເຄີຍສູນເສຍ ໑໑໕

- ບາລີ ນິທານ. ສັງ. ໑໖/໒໒໑-໒໒໓/໔໔໕-໔໔໙.

ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນັ້ນເປັນເຊັ່ນໃດ ໂລຫິຕະ ທີ່ຫຼັ່ງໄຫຼອອກຂອງພວກເຈົ້າ ຜູ້ທ່ອງທ່ຽວໄປມາ ຊຶ່ງຖືກຕັດຫົວໂດຍກາລະດົນນານນີ້ ກັບນໍ້າໃນມະຫາສະມຸດທັງ ໔ ສິ່ງໃດຈະຫຼາຍກວ່າກັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ