ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການທ່ອງທ່ຽວທີ່ແສນຍາວນານ ໑໐໘

- ບາລີ ນິທານ. ສັງ. ໑໖/໒໑໙/໔໔໐-໔໔໒.

ພິກຂຸທັງຫຼາຍ ! ສົງສາຣນີ້ ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນ ເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານເໝືອນ ດັ່ງນັ້ນ ເມື່ອບຸກຄົນໜຶ່ງ ທ່ອງທ່ຽວໄປມາຢູ່ຕະຫຼອດກັບໜຶ່ງ ຍ່ອມມີໂຄງກະດູກ ຮ່າງກະດູກ ກອງກະດູກໃຫຍ່ເທົ່າພູເຂົາ ເວປຸນລະນີ້ ຖ້າກອງກະດູກນັ້ນຍ່ອມເປັນຂອງທີ່ຈະຂົນມາລວມກັນໄດ້ ແລະກະດູກທີ່ໄດ້ສັ່ງສົມໄວ້ແລ້ວ ກໍບໍ່ຍ່ອມໝົດໄປ.

ຂໍ້ນັ້ນເພາະເຫດໃດໜໍ ?

ເພາະວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະນານ ເໝືອນເຊັ່ນນັ້ນ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

(ຄາຖາຜະນວກທ້າຍພຣະສູຕ)

ເຮົາຜູ້ສະແຫວງຫາຄຸນອັນຍິ່ງໃຫຍ່ ໄດ້ກ່າວໄວ້ດັ່ງນີ້ວ່າ

ກະດູກຂອງບຸກຄົນຄົນໜຶ່ງ ທີ່ສະສົມໄວ້ກັບໜຶ່ງ

ຍ່ອມເປັນກອງທໍ່ພູເຂົາ ກໍພູເຂົາທີ່ເຮົາກ່າວນັ້ນ

ຄື ພູເຂົາໃຫຍ່ຊື່ເວປຸນລະ ຢູ່ທິດເໜືອຂອງພູເຂົາຄິດຊະກູດ

ໃກ້ເມືອງຣາຊະຄຶ ອັນມີພູເຂົາລ້ອມຮອບ

ເມື່ອໃດ ບຸກຄົນເຫັນອະຣິຍະສັຈ

ຄື ທຸກຂ໌ ເຫດໃຫ້ເກີດແຫ່ງທຸກຂ໌

ຄວາມຂ້າມພົ້ນທຸກຂ໌ ແລະອະຣິຍະມັກຄະມີອົງຄ໌ ໘

ອັນຍັງສັຕໃຫ້ເຖິງຄວາມສະງົບທຸກຂ໌ ດ້ວຍປັນຍາອັນຊອບ

ເມື່ອນັ້ນ ເຂົາທ່ອງທ່ຽວ ໗ ຄັ້ງ ຢ່າງຫຼາຍສຸດ

ກໍເປັນຜູ້ເຮັດທີ່ສຸດທຸກຂ໌ໄດ້

ເພາະດັບສິ້ນສັງໂຍຊນ໌ທັງປວງ ດັ່ງນີ້ແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການວຽນວ່າຍທີ່ແສນຍາວນານ ໑໐໙

- ບາລີ ນິທານ. ສັງ. ໑໖/໒໑໒-໒໑໓/໔໒໑-໔໒໔.

ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບອ່ນສຸດເບື້ອງຕົ້ນເບື້ອງປາຍ ບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ.

ພິກຂຸທັງຫຼາຍ ! ເໝືອນດັ່ງວ່າ ບຸຣຸດຕັດຮອນຫຍ້າ ໄມ້ ກິ່ງໄມ້ ໃບໄມ້ ໃນຊົມພູທະວີບນີ້ ແລ້ວຈຶ່ງລວມກັນໄວ້ ຄັນແລ້ວ ຍ່ອມເຮັດໃຫ້ເປັນມັດ ມັດລະ ໔ ນິ້ວ ວາງໄວ້ ສົມມຸດວ່າ ນີ້ເປັນມານດາຂອງເຮົາ ນີ້ເປັນມານດາຂອງມານດາເຮົາ ໂດຍລໍາດັບມານດາຂອງມານດາຂອງບຸຣຸດນັ້ນບໍ່ທັນສຸດສ້ຽງ ສ່ວນວ່າຫຍ້າ ໄມ້ ກິ່ງໄມ້ ໃບໄມ້ ໃນຊົມພູທະວີບນີ້ ຍ່ອມເຖິງການໝົດສ້ຽງໄປ.

ຂໍ້ນັ້ນເພາະເຫດໃດ ?

ເພາະວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານເໝືອນດັ່ງນັ້ນ.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະຫຼຸດພົ້ນ ດັ່ງນີ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍ ບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ