ພົບພູມ
ໜ້າ/ 140
ຄວາມຍາວນານແຫ່ງສັງສາຣະວັຕ (ນັຍທີ ໑) ໑໐໖
- ບາລີ ນິທານ. ສັງ. ໑໖/໒໑໗/໔໓໓-໔໓໔.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກັບທັງຫຼາຍທີ່ຜ່ານໄປແລ້ວ ໝົດສ້ຽງໄປແລ້ວ ຫຼາຍປານໃດໜໍ ?
ພິກຂຸທັງຫຼາຍ ! ກັບທັງຫຼາຍທີ່ຜ່ານໄປແລ້ວ ໝົດສ້ຽງໄປແລ້ວ ບໍ່ແມ່ນງ່າຍທີ່ນັບກັບເຫຼົ່ານັ້ນວ່າ ເທົ່ານີ້ກັບ ເທົ່ານີ້ ໑໐໐ ກັບ ເທົ່ານີ້ ໑,໐໐໐ ກັບ ຫຼືວ່າເທົ່ານີ້ ໑໐໐,໐໐໐ ກັບ.
ກໍພຣະອົງ ອາດຈະອຸປະມາໄດ້ຢູ່ບໍ່ ຂ້ານ້ອຍ !
ອາດອຸປະມາໄດ້ຢູ່ ພິກຂຸທັງຫຼາຍ !
ພິກຂຸທັງຫຼາຍ ! ມີສາວົກ ໔ ອົງ ເປັນຜູ້ມີອາຍຸ ໑໐໐ ປີ ມີຊີວິດ ໑໐໐ ປີ ຫາກວ່າທ່ານເຫຼົ່ານັ້ນ ຍ່ອມລະລຶກຖອຍຫຼັງໄປໄດ້ມື້ລະແສນກັບ ກັບທີ່ທ່ານເຫຼົ່ານັ້ນລະລຶກບໍ່ເຖິງ ຍ່ອມຍັງມີຢູ່ອີກ ສາວົກ ໔ ອົງຂອງເຮົາ ຜູ້ມີອາຍຸ ໑໐໐ ປີ ມີຊີວິດ ໑໐໐ ປີ ໄດ້ທໍາກາລະໂດຍລ່ວງລັບໄປ ໑໐໐ ປີໆ ໂດຍແທ້ ກັບທີ່ຜ່ານໄປແລ້ວ ໝົດສ້ຽງໄປແລ້ວ ມີຈໍານວນຫຼາຍເຊັ່ນນີ້ແລ ບໍ່ແມ່ນງ່າຍທີ່ຈະນັບກັບເຫຼົ່ານັ້ນໄດ້ວ່າ ເທົ່ານີ້ກັບ ເທົ່ານີ້ຮ້ອຍກັບ ເທົ່ານີ້ພັນກັບ ຫຼືວ່າເທົ່ານີ້ແສນກັບ.
ເປີດທັມທີ່ຖືກປົກປິດ : ພົບພູມ
ຂໍ້ນັ້ນເພາະເຫດໃດໜໍ ?
ເພາະເຫດວ່າ ສົງສາຣນີ້ ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ທີ່ຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະຫຼຸດພົ້ນ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມຍາວນານແຫ່ງສັງສາຣະວັຕ (ນັຍທີ ໒) ໑໐໗
- ບາລີ ນິທານ. ສັງ. ໑໖/໒໑໗-໒໑໘/໔໓໕-໔໓໗.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ກັບທັງຫຼາຍທີ່ຜ່ານໄປແລ້ວ ໝົດສ້ຽງໄປແລ້ວ ຫຼາຍປານໃດໜໍ ?
ພຣາມ ! ກັບທັງຫຼາຍທີ່ຜ່ານໄປແລ້ວ ໝົດສ້ຽງໄປແລ້ວ ບໍ່ແມ່ນງ່າຍທີ່ຈະນັບກັບເຫຼົ່ານັ້ນວ່າ ເທົ່ານີ້ກັບ ເທົ່ານີ້ ໑໐໐ ກັບ ເທົ່ານີ້ ໑,໐໐໐ ກັບ ຫຼືວ່າເທົ່ານີ້ ໑໐໐,໐໐໐ ກັບ.
ກໍພຣະອົງ ອາດຈະອຸປະມາໄດ້ຢູ່ບໍ່ ຂ້ານ້ອຍ !
ອາດອຸປະມາໄດ້ຢູ່ ພຣາມ !
ພຣາມ ! ແມ່ນໍ້າຄົງຄານີ້ ຍ່ອມກໍາເນີດຈາກບ່ອນໃດ ແລະຍ່ອມເຖິງສະມຸດນະບ່ອນໃດ ເມັດຊາຍໃນລະຍະນີ້ ບໍ່ເປັນຂອງງ່າຍທີ່ຈະກໍານົດໄດ້ວ່າເທົ່ານີ້ເມັດ ເທົ່ານີ້ ໑໐໐ ເມັດ ເທົ່ານີ້ ໑,໐໐໐ ເມັດ ເທົ່ານີ້ ໑໐໐,໐໐໐ ເມັດ.
ພຣາມ ! ກັບທັງຫຼາຍທີ່ຜ່ານໄປແລ້ວ ໝົດສ້ຽງໄປແລ້ວ ຫຼາຍກວ່າເມັດຊາຍເຫຼົ່ານັ້ນ ບໍ່ແມ່ນງ່າຍທີ່ຈະນັບກັບເຫຼົ່ານັ້ນວ່າເທົ່ານີ້ກັບ ເທົ່ານີ້ ໑໐໐ ກັບ ເທົ່ານີ້ ໑,໐໐໐ ກັບ ຫຼືວ່າເທົ່ານີ້ ໑໐໐,໐໐໐ ກັບ.
ເປີດທັມທີ່ຖືກປົກປິດ : ພົບພູມ
ຂໍ້ນັ້ນເພາະເຫດໃດໜໍ ?
ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນເຊັ່ນນັ້ນ.
ພຣາມ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ທີ່ຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະຫຼຸດພົ້ນ ດັ່ງນີ້.
(ກ່ຽວກັບສັງສາຣະວັຕ ມີຂໍ້ຄວາມບາລີທີ່ໜ້າສົນໃຈໃນບົດວ່າ
ອະນະມະຕັກໂຄຢັງ໑ ພິກຂະເວ ສັງສາໂຣ ປຸບພາ໒ ໂກຕິ໓ ນະ ປັນຍາຢະຕິ໔ ອະວິຊຊານີວະຣະນານັງ ສັຕຕານັງ ຕັນຫາສັນໂຍຊະນານັງ ສັນດາວະຕັງ ສັງສະຣະຕັງ ເອວັງ ທີຄະຣັຕຕັງ ໂຂ ພິກຂະເວ ທຸກຂັງ ປັດຈະນຸພູຕັງ ຕິບປັງ ປັດຈະນຸພູຕັງ ພະຢະສະນັງ ປັດຈະນຸພູຕັງ ກະຕະສີ ວັດດິຕາ.)
໑. ອະນະມະຕັກໂຄຢັງ = ມີເບື້ອງຕົ້ນແລະເບື້ອງປາຍອັນບຸກຄົນຕາມຮູ້ບໍ່ໄດ້.
໒. ປຸບພາ = ອະດີຕ ກ່ອນ.
໓. ໂກຕິ = ສ່ວນປາຍສຸດ.
໔. ນະ ປັນຍາຢະຕິ = ບໍ່ປາກົດ.








