ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ດູຣາປະຣິບພາຊົກທັງຫຼາຍ ! ຖ້າຜູ້ໃດກ່າວຫາເຮົາວ່າ “ທ່ານສະແດງທັມເພື່ອປະໂຍຊນ໌ອັນໃດ ປະໂຍຊນ໌ອັນນັ້ນ ບໍ່ເປັນທາງໝົດທຸກຂ໌ໂດຍຊອບແກ່ບຸກຄົນຜູ້ປະພຶດຕາມ” ດັ່ງນີ້.

໑໔໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ເຮົາກໍຈະຊັກໃຊ້ສອບຖາມໄລ່ລຽງເຂົ້າໃຫ້ເປັນຢ່າງດີ (ເຖິງປະໂຍຊນ໌ທີ່ເຂົາວ່າຈະເປັນທາງໝົດທຸກຂ໌ໂດຍຊອບແກ່ບຸກຄົນຜູ້ປະພຶດຕາມ). ເຂົານັ້ນ ຄັນຖືກເຮົາຊັກໃຊ້ສອບຖາມໄລ່ລຽງເປັນຢ່າງດີແລ້ວ ຍ່ອມໝົດຫົນທາງ ຍ່ອມເປັນຢ່າງອື່ນບໍ່ໄດ້ ນອກຈາກຈະຕົກຢູ່ໃນຖານະລໍາບາກ ໓ ປະການຢ່າງໃດຢ່າງໜຶ່ງ ຄືຕອບປີ້ນປ່າຍນອກຮ່ອມນອກທາງແດ່, ສະແດງຄວາມຂຸ່ນເຄືອງໂກດແຄ້ນ ນ້ອຍອົກນ້ອຍໃຈອອກມາໃຫ້ປາກົດແດ່, ຫຼືຕ້ອງນິ້ງອັດອັ້ນ ໝົດສຽງ ເກີ້ເຂີນ ຄໍຕົກ ກົ້ມໜ້າຊົບເຊົາ ບໍ່ມີຄໍາເວົ້າຫຼຸດອອກມາໄດ້ ເໝືອນຢ່າງສະຣະພະປະຣິບພາຊົກນີ້ແດ່ ດັ່ງນີ້.

ທົງມີທັມສີຫະນາດທີ່ເຮັດເທວະໂລກໃຫ້ສັ່ນສະເທືອນ ໑

ພິກຂຸ ທ. ! ພະຍາສັຕຊື່ສີຫະ ອອກຈາກຖໍ້າທີ່ອາໄສໃນເວລາແລງ ຢຽດກາຍແລ້ວຫຼຽວເບິ່ງທິສທັງສີ່ໂດຍຮອບ ບັນລືສີຫະນາດສາມຄັ້ງ ແລ້ວກໍທ່ຽວໄປເພື່ອຫາອາຫາຣ. ບັນດາສັຕເດຣັດສານເຫຼົ່າໃດ ທີ່ໄດ້ຍິນສີຫະນາດ ສັຕເຫຼົ່ານັ້ນກໍແຕກຕື່ນຢ້ານຫ່ຽວແຫ້ງໃຈ, ພວກທີ່ອາໄສໂກນກໍເຂົ້າໂກນ ທີ່ອາໄສນໍ້າກໍລົງນໍ້າ ພວກຢູ່ປ່າກໍເຂົ້າປ່າ ຝູງນົກກໍໂຜ່ບິນຂຶ້ນສູ່ອາກາດ, ເຫຼົ່າຊ້າງຂອງພຣະຣາຊາໃນໝູ່ບ້ານ ນິຄົມແລະເມືອງຫຼວງ ທີ່ເຂົາຜູກລ່າມໄວ້ດ້ວຍເຊືອກອັນໜຽວ ກໍພາກັນຢ້ານ ດຶງກະຝຶດເຊືອກໃຫ້ຂາດ ແລ້ວຖ່າຍມູດແລະກຣີດ ພ້ອມທັງແລ່ນໜີໄປນໍາ ທັງຂ້າງພຸ້ນແລະຂ້າງພີ້. ພິກຂຸ ທ. ! ພະຍາສັຕຊື່ສີຫະ ເປັນສັຕມີຣິດຫຼາຍ ມີສັກດາຫຼາຍ ມີອານຸພາບຫຼາຍກວ່າບັນດາສັຕເດຣະສານ ດ້ວຍອາການດັ່ງນີ້ແລ.

ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ : ໃນກາລໃດຕະຖາຄົຕອຸບັດຂຶ້ນໃນໂລກ ເປັນພຣະອໍຣະຫັນຕຣັສຮູ້ຊອບໂດຍຕົນເອງ ສົມບູນດ້ວຍວິຊຊາແລະຈະຣະນະ ໄປດີ ຮູ້ແຈ້ງໂລກ ເປັນຜູ້ຝຶກບຸຣຸສທີ່ພໍຝຶກໄດ້ບໍ່ມີໃຜຍິ່ງໄປກວ່າ ເປັນຄູສອນເທວະດາແລະມະນຸສ ເປັນຜູ້ປຸກສັຕໃຫ້ຕື່ນ ເປັນຜູ້ຈໍາແນກທັມ.

໑. ບາລີ ຈຕຸກກ. ອັງ. ໒໑/໔໒/໓໓.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໔໗

ຕະຖາຄົຕນັ້ນສະແດງທັມວ່າ ສັກກາຢະ (ຄືທຸກຂ໌) ເປັນເຊັ່ນນີ້ ເຫດໃຫ້ເກີດສັກກາຢະເປັນເຊັ່ນນີ້ ຄວາມດັບບໍ່ເຫຼືອແຫ່ງສັກກາຢະເປັນເຊັ່ນນີ້ ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັກກາຢະເປັນເຊັ່ນນີ້.໑ ພວກເທບເຫຼົ່າໃດ ເປັນຜູ້ມີອາຍຸຍືນນານ ມີວັນນະ ເຕັມລົ້ນໄປດ້ວຍຄວາມສຸຂ ດໍາຣົງຢູ່ດົນນານມາແລ້ວ ໃນວິມານຊັ້ນສູງ, ພວກເທບນັ້ນໆ ໂດຍສ່ວນໃຫຍ່ ໄດ້ຟັງທັມມະເທສນາຂອງຕະຖາຄົຕແລ້ວ ກໍຕົກໃຈຢ້ານຫ່ຽວແຫ້ງໃຈ ສໍານຶກໄດ້ວ່າ “ທ່ານຜູ້ຈະເຣີນເອີຍ ! ພວກເຮົາເມື່ອເປັນຜູ້ບໍ່ທ່ຽງ ກໍມາສໍາຄັນວ່າເປັນຜູ້ທ່ຽງ ເມື່ອບໍ່ຢັ້ງຢືນ ກໍມາສໍາຄັນວ່າຢັ້ງຢືນ ເມື່ອບໍ່ໝັ້ນຄົງ ກໍມາສໍາຄັນວ່າໝັ້ນຄົງ. ພວກເຮົາທັງຫຼາຍເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນ ບໍ່ໝັ້ນຄົງ ແລະເຖິງທົ່ວແລ້ວຊຶ່ງສັກກາຢະ ຄືຄວາມທຸກຂ໌” ດັ່ງນີ້.

ພິກຂຸ ທ. ! ຕະຖາຄົຕເປັນຜູ້ມີຣິດຫຼາຍ ມີສັກດາຫຼາຍ ມີອານຸພາບຫຼາຍກວ່າ ສັຕໂລກ ພ້ອມທັງເທວະໂລກ ດ້ວຍອາການດັ່ງນີ້ແລ.

ທົງປຽບການກະທໍາຂອງພຣະອົງ ດ້ວຍການກະທໍາຂອງສີຫະ ໒

ພິກຂຸ ທ. ! ສີຫະມິຄະຣາຊາ ອອກຈາກທີ່ອາໄສ ໃນເວລາແລງ ; ຄັນອອກຈາກທີ່ອາໄສແລ້ວ ກໍຢຽດຢືດໂຕ ; ຄັນຢຽດຢືດໂຕແລ້ວ ກໍຫຼຽວເບິ່ງທິສທັງສີ່ໂດຍຮອບ ; ຄັນຫຼຽວເບິ່ງທິສທັງສີ່ໂດຍຮອບແລ້ວ ກໍບັນລືສີຫະນາດ ໓ ຄັ້ງ ; ຄັນບັນລືສີຫະນາດ ໓ ຄັ້ງແລ້ວ ກໍອອກໄປສູ່ຖິ່ນຫາກິນ. ຂໍ້ນັ້ນເພາະເຫດໃດໜໍ ? ຂໍ້ນັ້ນເພາະເຫດວ່າ ; ສີຫະມິຄະຣາຊານັ້ນມີຄວາມຄິດວ່າ ເຮົາບໍ່ຕ້ອງເຮັດໃຫ້ສັຕນ້ອຍໆ ທີ່ຢູ່ໃນພື້ນທີ່ອັນບໍ່ຮາບພຽງບໍ່ສະເໝີ ຕ້ອງເຖິງຊຶ່ງຄວາມລໍາບາກເລີຍ, ດັ່ງນີ້.

໑. ບາລີ ຂັນທ. ສັງ. ໑໗/໑໐໓/໑໕໕. ທົງສະແດງລັກສະນະ, ສະມຸທັຍ, ອັຕຖັງຄະມະ ແຫ່ງເບັນຈະຂັນທ໌

ແທນເລື່ອງສັກກາຢະ ໔ ປະການ ດັ່ງທີ່ກ່າວເບື້ອງເທິງນັ້ນ, ໂດຍຂໍ້ຄວາມທີ່ເໝືອນກັນ.

໒. ບາລີ ທສກ. ອັງ. ໒໔/໓໔/໒໑. ຕຣັດແກ່ພິກຂຸທັງຫຼາຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ