ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໑໔໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພິກຂຸ ທ. ! ຄໍາວ່າ “ສີຫະ” ນີ້ແລ ເປັນຄໍາແທນຊື່ແຫ່ງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ.

ພິກຂຸ ທ.! ຂໍ້ທີ່ ຕະຖາຄົຕສະແດງທັມແກ່ບໍຣິສັດ ນັ້ນ ເປັນຄໍາແທນຊື່ຂອງ ການບັນລືສີຫະນາດ. ພິກຂຸ ທ.! ຕະຖາຄະຕະພະລະຂອງຕະຖາຄົຕ ໑໐ ຢ່າງເຫຼົ່ານີ້ ທີ່ຕະຖາຄົຕປະກອບພ້ອມແລ້ວ ຈຶ່ງປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດ ປະກາດພຣົມມະຈັກໃຫ້ເປັນໄປໃນບໍຣິສັດທັງຫຼາຍ. (ສໍາລັບຕະຖາຄະຕະພະລະຍານທັງ ໑໐ ຊຶ່ງເປັນຄຸນລັກສະນະຂອງຜູ້ສາມາດບັນລືສີຫະນາດນັ້ນ ຍ່ອມເບິ່ງລາຍລະອຽດໜ້າທີ່ ໑໓໕ - ໑໓໖ ແຫ່ງໜັງສືເຫຼັ້ມນີ້).

ທົງມີທັມມະສີຫະນາດຢ່າງອົງອາດ ໑

ກັສສະປະ ! ນີ້ເປັນເລື່ອງທີ່ອາດມີໄດ້ເປັນໄດ້ ຄື ເຫຼົ່າປະຣິບພາຊົກຜູ້ເປັນ ເດຍຣະຖີເຫຼົ່າອື່ນ ຈະຍ່ອມກ່າວວ່າ “ພຣະສະມະນະໂຄດົມ ບັນລືສີຫະນາດກໍຈິງແລ ແຕ່ບັນລືໃນທີ່ຫວ່າງເປົ່າ ຫາກໄດ້ບັນລືໃນທ່າມກາງບໍຣິສັດກໍບໍ່” ດັ່ງນີ້. ສ່ວນທ່ານຢ່າສູກ່າວເຊັ່ນນັ້ນ ແຕ່ຈົ່ງກ່າວ (ຕາມທີ່ເປັນຈິງ) ດັ່ງນີ້ວ່າ “ພຣະສະມະນະໂຄດົມຍ່ອມບັນລືສີຫະນາດໃນທ່າມກາງບໍຣິສັດ ທ. ຫາກໄດ້ບັນລືໃນທີ່ຫວ່າງເປົ່າກໍບໍ່”.

ກັສສະປະ ! ນີ້ກໍເປັນເລື່ອງທີ່ອາດມີໄດ້ເປັນໄດ້ ຄື ເຫຼົ່າປະຣິບພາຊົກຜູ້ເປັນເດຍຣະຖີເຫຼົ່າອື່ນ ຈະຍ່ອມກ່າວວ່າ “ພຣະສະມະນະໂຄດົມ ບັນລືສີຫະນາດໃນທ່າມກາງບໍຣິສັດກໍຈິງ ແຕ່ຫາກໄດ້ບັນລືຢ່າງອົງອາດກໍບໍ່” ດັ່ງນີ້. ສ່ວນທ່ານຢ່າສູກ່າວເຊັ່ນນັ້ນ ແຕ່ຈົ່ງກ່າວ (ຕາມທີ່ເປັນຈິງ) ດັ່ງນີ້ວ່າ “ພຣະສະມະນະໂຄດົມ ຍ່ອມບັນລືສີຫະນາດໃນທ່າມກາງບໍຣິສັດ ແລະບັນລືຢ່າງອົງອາດດ້ວຍ”.

໑. ບາລີ ສີ. ທີ. ໙/໒໑໙/໒໗໒. ຕຣັດແກ່ອະເຈລະກັດສະປະ ທີ່ກັນນະກະຖະລະມິຄະທາຍະວັນ

ໃກ້ເມືອງອຸຊຸນຍາ. ເລື່ອງຕອນນີ້ທີ່ຈິງຄວນນໍາໄປຈັດໄວ້ ໃນຕອນທີ່ປະກາດພຣະສາສນາແລ້ວ,

ແຕ່ເປັນເພາະເຫັນວ່າເປັນຈໍາພວກຄຸນສົມບັດຂອງພຣະພຸດທະເຈົ້າສ່ວນໜຶ່ງ ຈຶ່ງກ່າວເສຍຕອນນີ້ດ້ວຍກັນ

ທັງມີໃຈຄວາມເນື່ອງກັນຢູ່ດ້ວຍ.... -- ຜູ້ລວບລວມ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໔໙

ກັສສະປະ ! ນີ້ກໍເປັນເລື່ອງທີ່ອາດມີໄດ້ເປັນໄດ້ ຄື ເຫຼົ່າປະຣິບພາຊົກຜູ້ເປັນ ເດຍຣະຖີເຫຼົ່າອື່ນຈະຍ່ອມກ່າວວ່າ “ພຣະສະມະນະໂຄດົມ ບັນລືສີຫະນາດໃນທ່າມກາງບໍຣິສັດຢ່າງອົງອາດກໍຈິງແລ ແຕ່ວ່າຫາກໄດ້ມີຜູ້ໃດຖາມປັນຫາອັນໃດກັບທ່ານ (ໃນບ່ອນນັ້ນ) ບໍ່, ແລະເຖິງຈະຖືກຖາມ ທ່ານກໍພະຍາກອນບໍ່ໄດ້, ແລະເຖິງຈະພະຍາກອນ ກໍບໍ່ສ້າງຄວາມພໍໃຈໃຫ້ແກ່ຜູ້ຟັງໄດ້, ແລະເຖິງຈະສ້າງຄວາມພໍໃຈໃຫ້ແກ່ຜູ້ຟັງໄດ້ ເຂົາກໍບໍ່ສໍາຄັນຖ້ອຍຄໍານັ້ນໆ ວ່າເປັນສິ່ງຄວນຟັງ, ແລະເຖິງຈະສໍາຄັນວ່າເປັນສິ່ງທີ່ຄວນຟັງ ກໍບໍ່ເຫຼື້ອມໃສ, ແລະເຖິງຈະເຫຼື້ອມໃສ ກໍບໍ່ສະແດງອາການຂອງຜູ້ເຫຼື້ອມໃສ, ແລະເຖິງຈະສະແດງອາການຂອງຜູ້ເຫຼື້ອມໃສ ກໍບໍ່ປະຕິບັດຕາມຄໍາສອນນັ້ນ, ແລະເຖິງຈະປະຕິບັດຕາມຄໍາສອນນັ້ນ ກໍບໍ່ປະຕິບັດຢ່າງອີ່ມອົກອີ່ມໃຈ” ດັ່ງນີ້. ສ່ວນທ່ານຢ່າສູກ່າວເຊັ່ນນັ້ນ ແຕ່ຈົ່ງກ່າວດັ່ງນີ້ວ່າ “ພຣະສະມະນະໂຄດົມ ບັນລືສີຫະນາດໃນທ່າມກາງບໍຣິສັດຢ່າງອົງອາດ ມີໃຜຜູ້ໃດຖາມປັນຫາ, ຖືກຖາມແລ້ວກໍພະຍາກອນ, ດ້ວຍການພະຍາກອນ ຍ່ອມນໍາຈິຕຂອງຜູ້ຟັງໃຫ້ພໍໃຈ ຜູ້ຟັງຍ່ອມສໍາຄັນຖ້ອຍຄໍານັ້ນໆ ວ່າເປັນສິ່ງຄວນຟັງ, ຟັງແລ້ວກໍເຫຼື້ອມໃສ, ເຫຼື້ອມໃສແລ້ວ ກໍສະແດງອາການຂອງຜູ້ເຫຼື້ອມໃສ, ແລະປະຕິບັດຕາມຄໍາສອນນັ້ນ, ປະຕິບັດແລ້ວ ກໍເປັນຜູ້ອີ່ມອົກອີ່ມໃຈໄດ້” ດັ່ງນີ້.

ກັສສະປະ ! ຄັ້ງໜຶ່ງເຮົາຢູ່ທີ່ພູເຂົາຄິຊຊະກູດ ໃກ້ເມືອງຣາຊະຄຶ. ປະຣິບພາຊົກ ຜູ້ເປັນສະພຣົມມະຈາຣີຂອງທ່ານຄົນໜຶ່ງ ຊື່ວ່າ ນິໂຄຣທະ ໄດ້ຖາມປັນຫາເລື່ອງການກີດກັນບາບຢ່າງຍິ່ງກັບເຮົາ ໃນ ທີ່ບ່ອນນັ້ນ. ເຮົາໄດ້ພະຍາກອນແກ່ເຂົາ. ໃນການພະຍາກອນນັ້ນ ເຂົາໄດ້ຮັບຄວາມພໍໃຈຍິ່ງກວ່າປະມານ (ຄືຍິ່ງກວ່າທີ່ເຂົາຄາດໄວ້ກ່ອນ).

໑໕໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ສິ່ງທີ່ໃຜໆບໍ່ອາດທ້ວງຕິໄດ້ ໑

ພິກຂຸ ທ. ! ຕະຖາຄົຕເປັນຜູ້ທີ່ໃຜໆ ບໍ່ອາດທ້ວງຕິໄດ້ດ້ວຍທັມ ໓ ຢ່າງຄື :-

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ