ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ ;
ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ ;
ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ ;
໑໔໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ ;
ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ ;
ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມໍຣະນະ ໂສກະ ປະຣິເທວະທຸກຂະ ໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ ທັງໝົດນີ້ ຍ່ອມມີດ້ວຍອາການຢ່າງນີ້” ດັ່ງນີ້ ແລ.
ທົງມີວິທີ “ຣຸກ” ຂ້າເສິກໃຫ້ຈໍານົນຕໍ່ພັຍຕົນເອງ ໑
(ເລື່ອງໃນເລີ່ມຕົ້ນມີຢູ່ວ່າ ປະຣິບພາຊົກຊື່ສະຣະພະ ເຄີຍບວດຢູ່ໃນທັມວິນັຍນີ້ ແລ້ວປະຖິ້ມໄປບວດເປັນປະຣິບພາຊົກ ທ່ຽວຮ້ອງປະກາດຢູ່ວ່າ ຕົນຮູ້ທັມວິນັຍຂອງພວກສະມະນະສາກະຍະບຸຕທົ່ວເຖິງແລ້ວ ບໍ່ເຫັນດີອັນໃດຈຶ່ງຜ່າຍມາເສຍ. ຄັນຄວາມນີ້ຊາບເຖິງພຣະຜູ້ມີພຣະພາຄເຈົ້າ ໄດ້ສະເດັດໄປສູ່ອາຣາມຂອງປະຣິບພາຊົກພວກນັ້ນ ແລະສົນທະນາກັນໃນເວລາທີ່ປະຊຸມປະຣິບພາຊົກ. ທົງຖາມສະເພາະສະຣະພະປະຣິບພາຊົກ ໃຫ້ບັນຍາຍອອກໄປວ່າ ທັມວິນັຍຂອງພວກສະມະນະສາກະຍະບຸຕນັ້ນເປັນແນວໃດ). ຕຣັດວ່າ :-
ດູຣາສະຣະພະ ! ໄດ້ຍິນວ່າທ່ານກ່າວດັ່ງນີ້ຈິງຫຼືວ່າ “ທັມມະຂອງພວກສະມະນະສາກະຍະບຸຕນັ້ນ ເຮົາຮູ້ທົ່ວເຖິງແລ້ວ ເພາະຮູ້ທົ່ວເຖິງນັ້ນເອງ ຈຶ່ງຫຼີກຜ່າຍ ອອກມາເສຍຈາກທັມວິນັຍນັ້ນ” ດັ່ງນີ້. (ບໍ່ມີຄໍາຕອບ, ຈຶ່ງຕຣັດຖາມເປັນຄັ້ງທີສອງ :- )
ດູຣາສະຣະພະ ! ທ່ານຈົ່ງເວົ້າອອກໄປເຖີ້ນວ່າ ທ່ານຮູ້ທົ່ວເຖິງທັມມະຂອງພວກສະມະນະສາກະຍະບຸຕແນວໃດ. ຖ້າທ່ານເວົ້າບໍ່ຄົບຖ້ວນ ເຮົາຈະຊ່ວຍເວົ້າຕື່ມໃຫ້ຄົບຖ້ວນ. ຖ້າຄໍາຂອງທ່ານຄົບຖ້ວນຖືກຕ້ອງດີແລ້ວ ເຮົາຈະອະນຸໂມທະນາ. (ນິ້ງບໍ່ມີຄໍາຕອບອີກ, ຈຶ່ງຕຣັດຖາມເປັນຄັ້ງທີສາມ :- )
໑. ບາລີ ຕິກ. ອັງ. ໒໐/໒໓໘/໕໐໔. ຕຣັດແກ່ປະຣິບພາຊົກທັງຫຼາຍ ແຄມຝັ່ງແມ່ນໍ້າສັບປີນີ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໔໕
ດູຣາສະຣະພະ ! ທ່ານຈົ່ງເວົ້າເຖີ້ນ. ທັມວິນັຍຂອງພວກສະມະນະສາກະຍະບຸຕນັ້ນ ເຮົາເປັນຜູ້ບັນຍັດເອງ ເຮົາຍ່ອມຮູ້ດີ. ຖ້າທ່ານເວົ້າບໍ່ບໍຣິບູນ ເຮົາຈະຊ່ວຍເວົ້າຕື່ມໃຫ້ບໍຣິບູນ. ຖ້າທ່ານເວົ້າໄດ້ບໍຣິບູນ ເຮົາກໍຈະອະນຸໂມທະນາ. (ນິ້ງບໍ່ມີຄໍາຕອບ, ໃນທີ່ສຸດ ພວກປະຣິບພາຊົກດ້ວຍກັນ ຊ່ວຍກັນລຸມຂໍຮ້ອງໃຫ້ສະຣະພະປະຣິບພາຊົກເວົ້າ. ສະຣະພະປະຣິບພາຊົກກໍຍັງຄົງນິ້ງຕາມເດີມ. ພຣະຜູ້ມີພຣະພາຄເຈົ້າຈຶ່ງຕຣັດຂໍ້ຄວາມນີ້ :- )
ດູຣາປະຣິບພາຊົກທັງຫຼາຍ ! ຖ້າຜູ້ໃດກ່າວຫາເຮົາວ່າ “ທ່ານອວດວ່າທ່ານເປັນສັມມາສັມພຸດທະ ແຕ່ທັມເຫຼົ່ານັ້ນ ທ່ານຍັງບໍ່ຮູ້ເລີຍ” ດັ່ງນີ້. ເຮົາກໍຈະຊັກໃຊ້ສອບຖາມໄລ່ລຽງເຂົາໃຫ້ເປັນຢ່າງດີ (ເຖິງຂໍ້ທັມທີ່ເຂົາວ່າເຮົາບໍ່ຮູ້ ແຕ່ເຂົາຮູ້). ເຂົານັ້ນ ຄັນຖືກເຮົາຊັກໃຊ້ສອບຖາມໄລ່ລຽງເປັນຢ່າງດີແລ້ວ ຍ່ອມໝົດຫົນທາງ ຍ່ອມເປັນຢ່າງອື່ນບໍ່ໄດ້ ນອກຈາກຈະຕົກຢູ່ໃນຖານະລໍາບາກ ໓ ປະການຢ່າງໃດຢ່າງໜຶ່ງ ຄື ຕອບປີ້ນປ່າຍນອກຮ່ອມນອກທາງແດ່, ສະແດງຄວາມຂຸ່ນເຄືອງໂກດແຄ້ນ ນ້ອຍອົກນ້ອຍໃຈອອກມາໃຫ້ປາກົດແດ່, ຫຼື ຕ້ອງນິ້ງອັດອັ້ນ ໝົດສຽງ ເກີ້ເຂີນຄໍຕົກ ກົ້ມໜ້າຊົບເຊົາ ບໍ່ມີຄໍາເວົ້າຫຼຸດອອກມາໄດ້ເໝືອນຢ່າງສະຣະພະປະຣິບພາຊົກນີ້ແດ່.
ດູຣາປະຣິບພາຊົກທັງຫຼາຍ ! ຖ້າຜູ້ໃດກ່າວຫາເຮົາວ່າ “ທ່ານອວດວ່າທ່ານດັບສິ້ນອາສະວະ. ແຕ່ອາສະວະເຫຼົ່ານີ້ໆ ຂອງທ່ານຍັງມີຢູ່” ດັ່ງນີ້. ເຮົາກໍຈະຊັກໃຊ້ສອບຖາມໄລ່ລຽງເຂົາໃຫ້ເປັນຢ່າງດີ (ເຖິງອາສະວະທີ່ເຂົາວ່າຍັງບໍ່ດັບສິ້ນ). ເຂົານັ້ນ ຄັນຖືກເຮົາຊັກໃຊ້ສອບຖາມໄລ່ລຽງເປັນຢ່າງດີແລ້ວ ຍ່ອມໝົດຫົນທາງ ຍ່ອມເປັນຢ່າງອື່ນບໍ່ໄດ້ ນອກຈາກຈະຕົກຢູ່ໃນຖານະລໍາບາກ ໓ ປະການຢ່າງໃດຢ່າງໜຶ່ງ ຄືຕອບປີ້ນປ່າຍນອກຮ່ອມນອກທາງແດ່, ສະແດງຄວາມຂຸ່ນເຄືອງໂກດແຄ້ນ ນ້ອຍ ອົກນ້ອຍໃຈອອກມາໃຫ້ປາກົດແດ່, ຫຼືຕ້ອງນິ້ງອັດອັ້ນ ໝົດສຽງ ເກີ້ເຂີນ ຄໍຕົກ ກົ້ມໜ້າຊົບເຊົາ ບໍ່ມີຄໍາເວົ້າຫຼຸດອອກມາໄດ້ເໝືອນຢ່າງສະຣະພະປະຣິບພາຊົກນີ້ແດ່.








