ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຫຼຸດອອກໄປໃນອະທຸກຂະມະສຸຂະ (ຄືຊານທີ ໔) ນັ້ນ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັສ ແລະໂທມະນັສໃນກາລກ່ອນ ຈຶ່ງ ບັນລຸຊານທີ ໔ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທໍາມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອ ເຮົາຢູ່ດ້ວຍວິຫາຣທັມຄືຊານ ໔ ນີ້ ການນຶກໃນໃຈຕາມອໍານາດ ແຫ່ງສັນຍາທີ່ເປັນໄປໃນ ອຸເປກຂາ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນ ຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຜ່ານພົ້ນຮູບສັນຍາ (ຄວາມກໍານົດໝາຍໃນຮູບ) ໂດຍປະການທັງປວງ, ເພາະຄວາມຕັ້ງຢູ່ບໍ່ໄດ້ແຫ່ງປະຕິຄະສັນຍາ (ຄວາມກໍານົດໝາຍອາຣົມທີ່ກະທົບໃຈ), ເພາະບໍ່ໄດ້ຝຶກໃນໃຈ ຊຶ່ງຄວາມກໍານົດໝາຍພາວະຕ່າງໆ (ນານັຕຕະສັນຍາ) ຈົ່ງບັນລຸອາກາສານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ແມ່ນວ່າດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນອາກາສານັນຈາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ວ່ານັ້ນ ສະງົບ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍ ເປັນເຫດ ເປັນປັດຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນຮູບທັງຫຼາຍ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງແຫ່ງອາກາສານັນຈາຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ; ຈິຕຂອງເຮົາຈຶ່ງປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນຮູບທັງຫຼາຍ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງໃນອາກາສາ ນັນຈາຢະຕະນະແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງທົ່ວເຖິງແລ້ວ.

໑໐໘ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ຂໍ້ນັ້ນແຫຼະ ຈະເປັນຖານະ ທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນອາກາສານັນຈາຢະຕະນະ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ.ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ຝຶກເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນອາກາສານັນຈາຢະຕະນະ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ ເຮົາແລ ເພາະຜ່ານພົ້ນຮູບສັນຍາໂດຍປະການທັງປວງເສຍໄດ້ ເພາະຄວາມຕັ້ງຢູ່ບໍ່ໄດ້ແຫ່ງປະຕິຄະສັນຍາ ເພາະບໍ່ໄດ້ຝຶກໃນໃຈຊຶ່ງນານັຕຕະສັນຍາ ຈຶ່ງ ບັນລຸອາກາສານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣທັມ ຄືອາກາສານັນຈາຢະຕະນະນີ້ ການນຶກໃນໃຈຕາມອໍານາດແຫ່ງສັນຍາທີ່ເປັນໄປໃນຮູບທັງຫຼາຍ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນ ຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຜ່ານພົ້ນອາກາສານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈົ່ງບັນລຸວິນຍານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ວິນຍານ ບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ແມ່ນວ່າດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນວິນຍານັນຈາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ ວ່ານັ້ນ ສະງົບ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ