ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍເປັນເຫດເປັນ ປັດຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ ເຮົາວ່າ ເພາະວ່າໂທດໃນອາກາສານັນຈາຢະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງແຫ່ງວິນຍານັນຈາຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນກາສານັນຈາຢະຕະນະ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ
ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໐໙
ໄດ້ຮັບອານິສົງໃນວິນຍານັນຈາຢະຕະນະແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງທົ່ວເຖິງແລ້ວ. ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນວິນຍານັນຈາຢະຕະນະ ໂດຍທີ່ເຫັນຢູ່ວ່ານັ້ນສະງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ຝຶກເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນວິນຍານັນຈາຢະຕະນະ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເຮົາແລ ເພາະຜ່ານພົ້ນອາກາສານັນຈາ ຢະຕະນະໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸວິນຍານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣທັມຄື ວິນຍານັນຈາຢະຕະນະນີ້ ການນຶກໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນອາກາສານັນຈາຢະຕະນະ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຜ່ານພົ້ນວິນຍານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈົ່ງບັນລຸອາກິນຈັນຍາຢະຕະນະ ອັນມີການຝຶກໃນໃຈວ່າ “ອັນໃດໆບໍ່ມີ” ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ແມ່ນວ່າດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນອາກິນຈັນຍາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ ວ່ານັ້ນ ສະງົບ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍ ເປັນເຫດເປັນ ປັດຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນວິນຍານັນຈາຢະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງແຫ່ງອາກິນຈັນຍາຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ.
໑໑໐ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນວິນຍານັນຈາຢະຕະນະ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງໃນອາກິນຈັນຍາຢະຕະນະແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງທົ່ວເຖິງແລ້ວ. ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນອາກິນຈັນຍາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ຝຶກເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນອາກິນຈັນຍາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເຮົາແລ ເພາະຜ່ານພົ້ນວິນຍານັນຈາຢະຕະນະໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸອາກິນຈັນຍາຢະຕະນະ ອັນມີການຝຶກໃນໃຈວ່າ “ອັນໃດໆບໍ່ມີ” ແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣ ທັມ ຄືອາກິນຈັນຍາຢະຕະນະນີ້ ການນຶກໃນໃຈຕາມອໍານາດ ແຫ່ງສັນຍາທີ່ເປັນໄປໃນວິນຍານັນຈາຢະຕະນະ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.








