ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍ ເປັນເຫດເປັນປັດຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນປີຕິເປັນສິ່ງທີ່ເຮົາມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງແຫ່ງນິບປີຕິກະຊານ ເຮົາຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນປີຕິ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງໃນນິບປີຕິກະຊານແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງ ທົ່ວເຖິງແລ້ວ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນນິບປີຕິກະຊານ ໂດຍທີ່ເຫັນຢູ່ວ່ານັ້ນສະງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນນິບປີຕິກະຊານ (ຄືຊານທີ ໓) ນັ້ນ
໑໐໖ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລ ເພາະຄວາມຈາງໄປແຫ່ງປີຕິ ຈຶ່ງເກີດອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂແລ້ວແລຢູ່. ອານົນທ໌ ! ເຖິງແມ່ນເມື່ອເຮົາຢູ່ດ້ວຍວິຫາຣທັມ ຄືຊານທີ ໓ ນີ້ ການນຶກໃນໃຈຕາມອໍານາດແຫ່ງສັນຍາທີ່ເປັນໄປໃນປີຕິກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຈົ່ງບັນລຸຊານທີ ໔ ອັນບໍ່ມີທຸກຂ໌ແລະສຸຂ ມີແຕ່ຄວາມທີ່ສະຕິ ເປັນທໍາມະຊາດບໍຣິສຸດເພາະອຸເປກຂາ ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງແມ່ນດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ຫຼຸດອອກໄປ ໃນອະທຸກຂະມະສຸຂະ (ຄືຊານທີ ໔) ນັ້ນ ທັງທີ່ເຮົາເຫັນຢູ່ ວ່ານັ້ນ ສະງົບ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍເປັນເຫດເປັນ ປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດແກ່ເຮົາວ່າ ເພາະວ່າໂທດໃນອຸເປກຂາສຸຂ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການນຶກຄິດໃຫ້ຫຼາຍ ແລະ ທັງອານິສົງແຫ່ງອະທຸກຂະມະສຸຂະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນອຸເປກຂາສຸຂ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງໃນອະທຸກຂະມະສຸຂະແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງທົ່ວເຖິງແລ້ວ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນ ອະທຸກຂະມະສຸຂະໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ໂດຍກາລຕໍ່ມາເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້
ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໐໗








