ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ເຖິງແມ່ນເມື່ອເຮົາຢູ່ດ້ວຍວິຫາຣທັມ ຄືຊານທີ ໑ ນີ້ ການນຶກໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນທາງກາມ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ. ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະສະງົບວິຕົກວິຈາຣເສຍໄດ້ ຈົ່ງບັນລຸຊານທີ ໒ ເປັນເຄື່ອງຜ່ອງໃສແຫ່ງຈິຕໃນພາຍໃນ ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກ ວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງແມ່ນດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນອະວິຕົກທັມ (ຄືຊານທີ ໒) ນັ້ນ ທັງທີ່ເຮົາເຫັນຢູ່ ວ່ານັ້ນສະງົບ.

ອານົນທ໌ ! ຄວາມຄິດໄດ້ເກີດແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍເປັນເຫດເປັນປັດຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນວິຕົກທັມ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງແຫ່ງອະວິຕົກທັມ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນວິຕົກ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງໃນອະວິຕົກທັມແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງທົ່ວເຖິງແລ້ວ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນອະວິຕົກທັມ ໂດຍທີ່ເຫັນຢູ່ວ່ານັ້ນສະງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນອະວິຕົກທັມ (ຄືຊານທີ ໒) ນັ້ນໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລເພາະສະງົບວິຕົກ ວິຈາຣເສຍໄດ້ ຈຶ່ງ ບັນລຸຊານທີ ໒ ເປັນເຄື່ອງຜ່ອງໃສແຫ່ງຈິຕໃນພາຍໃນ

ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໐໕

ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ອານົນທ໌ ! ເຖິງແມ່ນເມື່ອເຮົາຢູ່ດ້ວຍວິຫາຣທັມ ຄືຊານທີ ໒ ນີ້ ການນຶກໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນວິຕົກກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຄວາມຈາງໄປແຫ່ງປີຕິ ຈົ່ງຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງແມ່ນດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປໃນນິບປີຕິກະຊານ (ຄືຊານທີ ໓) ນັ້ນ ທັງທີ່ເຮົາເຫັນຢູ່ວ່ານັ້ນ ສະງົບ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ