ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ໃນເລື່ອງນີ້ ຖ້າພິກຂຸຫວັງວ່າ ເຮົາຈົ່ງເປັນຜູ້ຢູ່ດ້ວຍຄວາມຮູ້ສຶກວ່າບໍ່ປະຕິກູນ ຕໍ່ສິ່ງທີ່ປະຕິກູນ ດັ່ງນີ້ແລ້ວ ; ພິກຂຸນັ້ນຈົ່ງຝຶກຝົນໃນໃຈ ໃນອານາປານະສະຕິສະມາທິນີ້ ໃຫ້ເປັນຢ່າງດີ.
ພິກຂຸ ທ. ! ໃນເລື່ອງນີ້ ຖ້າພິກຂຸຫວັງວ່າ ເຮົາຈົ່ງເປັນຜູ້ຢູ່ດ້ວຍຄວາມຮູ້ສຶກວ່າປະຕິກູນ ທັງຕໍ່ສິ່ງທີ່ບໍ່ປະຕິກູນ ແລະຕໍ່ສິ່ງທີ່ປະຕິກູນ ດັ່ງນີ້ແລ້ວ ; ພິກຂຸນັ້ນຈົ່ງຝຶກຝົນໃນໃຈ ໃນອານາປານະສະຕິສະມາທິນີ້ ໃຫ້ເປັນຢ່າງດີ.
ພິກຂຸ ທ. ! ໃນເລື່ອງນີ້ ຖ້າພິກຂຸຫວັງວ່າ ເຮົາຈົ່ງເປັນຜູ້ຢູ່ດ້ວຍຄວາມຮູ້ສຶກວ່າບໍ່ປະຕິກູນ ທັງຕໍ່ສິ່ງທີ່ບໍ່ປະຕິກູນ ແລະຕໍ່ສິ່ງທີ່ປະຕິກູນ ດັ່ງນີ້ແລ້ວ ; ພິກຂຸນັ້ນຈົ່ງຝຶກຝົນໃນໃຈ ໃນອານາປານະສະຕິສະມາທິນີ້ ໃຫ້ເປັນຢ່າງດີ.
ພິກຂຸ ທ. ! ໃນເລື່ອງນີ້ ຖ້າພິກຂຸຫວັງວ່າ ເຮົາຈົ່ງເປັນຜູ້ບໍ່ໃສ່ໃຈເສຍເລີຍ ທັງຕໍ່ສິ່ງທີ່ບໍ່ປະຕິກູນ ແລະຕໍ່ສິ່ງທີ່ປະຕິກູນ ທັງສອງຢ່າງ ແລ້ວເປັນຜູ້ຢູ່ອຸເປກຂາ ມີສະຕິສັມປະຊັນຍະເຖີ້ນ ດັ່ງນີ້ແລ້ວ ; ພິກຂຸນັ້ນ ຈົ່ງຝຶກຝົນໃນໃຈ ໃນອານາປານະສະຕິສະມາທິນີ້ ໃຫ້ເປັນຢ່າງດີ.
(ຕໍ່ແຕ່ນີ້ ມີຕຣັດແນວນີ້ເລື້ອຍໄປຈົນເຖິງ ຄວາມຫວັງຈະໄດ້ ປະຖົມມະຊານ ທຸຕິຢະຊານ ຕະຕິຢະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ເນວະສັນຍານາສັນຍາຢະຕະນະ ແລະສັນຍາເວທະຢິຕະນິໂຣດ ຈົນກະທັ່ງຮອດຄວາມດັບເຢັນແຫ່ງເວທະນາ ເພາະຄວາມບໍ່ເພີດເພີນໃນເວທະນານັ້ນເປັນທີ່ສຸດ ວ່າຜູ້ຕ້ອງການຈົ່ງຝຶກໃນໃຈ ໃນອານາປານະສະຕິສະມາທິ ນີ້ເປັນຢ່າງດີ).
ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໐໓
ທົງພະຍາຍາມໃນເນກຂັມມະຈິຕ
ແລະ ອະນຸປຸບພະວິຫາຣສະມາບັດ ກ່ອນຕຣັສຮູ້ ໑
ອານົນທ໌ ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່, ຄວາມຮູ້ໄດ້ເກີດຂຶ້ນແກ່ເຮົາວ່າ ເນກຂັມມະ (ຄວາມຫຼີກອອກຈາກກາມ) ເປັນທາງແຫ່ງຄວາມສໍາເລັດ, ປະວິເວກ (ຄວາມຢູ່ສງົບງຽບຈາກກາມ) ເປັນທາງແຫ່ງຄວາມສໍາເລັດ ດັ່ງນີ້. ແຕ່ແມ່ນວ່າດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນເນກຂັມມະ ທັງທີ່ເຮົາເຫັນຢູ່ ວ່ານັ້ນສະງົບ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍເປັນເຫດເປັນ ປັດຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນກາມທັງຫຼາຍ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງແຫ່ງການອອກຈາກກາມ ເຮົາຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຈັ່ງໃດ ເຮົາໄດ້ເຫັນໂທດໃນກາມທັງຫຼາຍ ແລ້ວນໍາມາສູ່ການຄິດນຶກ ໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງໃນການຫຼີກອອກຈາກກາມແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງທົ່ວເຖິງແລ້ວ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນເນກຂັມມະ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປໄດ້ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນເນກຂັມມະ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ ເຮົາແລ ເພາະສະງົບຈາກກາມແລະອະກຸສົລທັມທັງຫຼາຍ ຈຶ່ງບັນລຸ ຊານທີ ໑ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່.
໑. ບາລີ ນວກ. ອັງ. ໒໓/໔໕໗/໒໔໕. ຕຣັດແກ່ພຣະອານົນທ໌ ທີ່ອຸຣຸເວລະກັບປະນິຄົມຂອງຊາວມັລລະ
ໃນມັນລະຣັດ. ເນື່ອງຈາກ ຕະປຸດສະຄະຫະບໍດີ ໄດ້ເຂົ້າເຝົ້າແລະຂາບທູນເຖິງຂໍ້ທີ່ ພວກຄະຣາວາສ
ຍ່ອມມົວເມົາ ຕິດໃນກາມຢູ່ເປັນປົກກະຕິ, ເນກຂັມມະຄືການຫຼີກອອກມາເສຍຈາກກາມນັ້ນ
ປາກົດແກ່ພວກເຂົາດຸດດັ່ງວ່າ ຖໍ້າຫຼືເຫວເລິກທີ່ມືດຍິ່ງ ເປັນບ່ອນໜ້າຫວັ່ນກົວຍິ່ງ.
໑໐໔ ພຸດທະປະວັດຈາກພຣະໂອຖະ - ພາກ ໒








