ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ຄວາມຮູ້ແຈ້ງນີ້ ໄດ້ເກີດຂຶ້ນແກ່ເຮົາວ່າ “ວິນຍານນີ້ ຍ່ອມວຽນກັບຈາກນາມຮູບ : ຍ່ອມບໍ່ຜ່ານກາຍໄປບ່ອນອື່ນ ; ດ້ວຍເຫດພຽງເທົ່ານີ້ ສັຕໂລກນີ້ ຍ່ອມເກີດແດ່ ຍ່ອມແກ່ແດ່ ຍ່ອມຈຸຕິແດ່ ຍ່ອມອຸບັດແດ່ : ຂໍ້ນີ້ໄດ້ແກ່ການທີ່ ເພາະມີນາມຮູບເປັນປັດຈັຍ ຈຶ່ງມີວິນຍານ ; ເພາະມີວິນຍານເປັນປັດຈັຍ ຈຶ່ງມີນາມຮູບ ; ເພາະມີນາມຮູບເປັນປັດຈັຍ ຈຶ່ງມີສະລາຢະຕະນະ ; ເພາະມີສະລາຢະຕະນະເປັນປັດຈັຍ ຈຶ່ງມີຜັສສະ ; ເພາະມີຜັສສະເປັນປັດຈັຍ ຈຶ່ງມີເວທະນາ ; ເພາະມີເວທະນາເປັນປັດຈັຍ ຈຶ່ງມີຕັນຫາ ; ເພາະມີຕັນຫາເປັນປັດຈັຍ ຈຶ່ງມີອຸປາທານ ;

ອອກຜະນວດ - ຈົນໄດ້ຕຣັສຮູ້ ໙໑

ເພາະມີອຸປາທານເປັນປັດຈັຍ ຈຶ່ງມີພົບ ; ເພາະມີພົບເປັນປັດຈັຍ ຈຶ່ງມີຊາດ ; ເພາະມີຊາດເປັນປັດຈັຍ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັດສະ ອຸປາຢາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.”

ພິກຂຸ ທ. ! ດວງຕາ ເກີດຂຶ້ນແລ້ວ ຍານ ເກີດຂຶ້ນແລ້ວ ປັນຍາ ເກີດຂຶ້ນແລ້ວ ວິຊຊາ ເກີດຂຶ້ນແລ້ວ ແສງສະຫວ່າງ ເກີດຂຶ້ນແລ້ວ ແກ່ເຮົາ ໃນທັມທັງຫຼາຍ ທີ່ເຮົາບໍ່ເຄີຍຟັງມາແຕ່ກ່ອນວ່າ “ຄວາມເກີດຂຶ້ນພ້ອມ (ສະມຸທະຢະ) ! ຄວາມເກີດຂຶ້ນພ້ອມ (ສະມຸທະຢະ) !” ດັ່ງນີ້.

.... .... ....

ພິກຂຸ ທ. ! ຄວາມສົງໄສນີ້ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ “ເມື່ອອັນໃດບໍ່ມີໜໍ ຊະຣາມະຣະນະ ຈຶ່ງບໍ່ມີ : ເພາະຄວາມດັບແຫ່ງອັນໃດ ຈຶ່ງມີຄວາມດັບແຫ່ງຊະຣາມະຣະນະ” ດັ່ງນີ້.

ພິກຂຸ ທ. ! ຄວາມຮູ້ສຶກຢ່າງຍິ່ງດ້ວຍປັນຍາ ເພາະການເຮັດໃນໃຈໂດຍລະອຽດ ໄດ້ເກີດຂຶ້ນແກ່ເຮົາວ່າ “ເພາະ ຊາດ ນັ້ນແຫຼະ ບໍ່ມີ ຊະຣາມະຣະນະ ຈຶ່ງບໍ່ມີ : ເພາະຄວາມດັບແຫ່ງ ຊາດ ຈຶ່ງມີຄວາມດັບແຫ່ງຊະຣາມະຣະນະ” ດັ່ງນີ້.

.... ເພາະ ພົບ ນັ້ນແຫຼະ ບໍ່ມີ ຊາດຈຶ່ງບໍ່ມີ : ເພາະຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງ ຊາດ” ດັ່ງນີ້.

.... ເພາະ ອຸປາທານ ນັ້ນແຫຼະ ບໍ່ມີ ພົບຈຶ່ງບໍ່ມີ : ເພາະຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງ ພົບ” ດັ່ງນີ້.

.... ເພາະ ຕັນຫາ ນັ້ນແຫຼະ ບໍ່ມີ ອຸປາທານຈຶ່ງບໍ່ມີ : ເພາະຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງ ອຸປາທານ” ດັ່ງນີ້.

.... ເພາະ ເວທະນາ ນັ້ນແຫຼະ ບໍ່ມີ ຕັນຫາຈຶ່ງບໍ່ມີ : ເພາະຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງ ຕັນຫາ” ດັ່ງນີ້.

໙໒ ພຸດທະປະວັດຈາກພຣະໂອຖະ - ພາກ ໒

.... ເພາະ ຜັສສະ ນັ້ນແຫຼະ ບໍ່ມີ ເວທະນາຈຶ່ງບໍ່ມີ : ເພາະຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງ ເວທະນາ” ດັ່ງນີ້.

.... ເພາະ ສະລາຢະຕະນະ ນັ້ນແຫຼະ ບໍ່ມີ ຜັສສະຈຶ່ງບໍ່ມີ : ເພາະຄວາມດັບແຫ່ງສະລາຢະຕະນະ ຈຶ່ງມີຄວາມດັບແຫ່ງ ຜັສສະ” ດັ່ງນີ້.

.... ເພາະ ນາມຮູບ ນັ້ນແຫຼະ ບໍ່ມີ ສະລາຢະຕະນະຈຶ່ງບໍ່ມີ : ເພາະຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງ ສະລາຢະຕະນະ” ດັ່ງນີ້.

.... ເພາະ ວິນຍານ ນັ້ນແຫຼະ ບໍ່ມີ ນາມຮູບຈຶ່ງບໍ່ມີ : ເພາະຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງ ນາມຮູບ” ດັ່ງນີ້.

ພິກຂຸ ທ. ! ຄວາມສົງໄສນີ້ໄດ້ເກີດຂຶ້ນແກ່ເຮົາຕໍ່ໄປວ່າ “ເມື່ອອັນໃດບໍ່ມີໜໍ ວິນຍານ ຈຶ່ງບໍ່ມີ : ເພາະຄວາມດັບແຫ່ງອັນໃດ ຈຶ່ງມີຄວາມດັບແຫ່ງວິນຍານ” ດັ່ງນີ້.

ພິກຂຸ ທ. ! ຄວາມຮູ້ສຶກຢ່າງຍິ່ງດ້ວຍປັນຍາ ເພາະການເຮັດໃນໃຈໂດຍລະອຽດຮອບຄອບ ໄດ້ເກີດຂຶ້ນແກ່ເຮົາວ່າ “ເພາະ ນາມຮູບ ນັ້ນແຫຼະ ບໍ່ມີ ວິນຍານຈຶ່ງບໍ່ມີ : ເພາະຄວາມດັບແຫ່ງ ນາມຮູບ ຈຶ່ງມີຄວາມດັບແຫ່ງວິນຍານ” ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ