ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຄວາມຮູ້ແຈ້ງນີ້ໄດ້ເກີດຂຶ້ນແກ່ເຮົາວ່າ “ຫົນທາງເພື່ອການຕຣັສຮູ້ນີ້ ອັນເຮົາໄດ້ເຖິງທັບແລ້ວແລ : ໄດ້ແກ່ສິ່ງເຫຼົ່ານີ້ຄື ເພາະຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງວິນຍານ ; ເພາະຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຢະຕະນະ ; ເພາະມີຄວາມດັບແຫ່ງສະລາຢະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ ; ເພາະຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ ; ເພາະຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ ; ເພາະຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ ; ເພາະຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ ; ເພາະຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະໂທມະນັດສະ ອຸປາຢາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.”
ອອກຜະນວດ - ຈົນໄດ້ຕຣັສຮູ້ ໙໓
ພິກຂຸ ທ. ! ດວງຕາ ເກີດຂຶ້ນແລ້ວ ຍານ ເກີດຂຶ້ນແລ້ວ ປັນຍາ ເກີດຂຶ້ນແລ້ວ ວິຊຊາ ເກີດຂຶ້ນແລ້ວ ແສງສະຫວ່າງ ເກີດຂຶ້ນແລ້ວແກ່ເຮົາ ໃນທັມທັງຫຼາຍ ທີ່ເຮົາບໍ່ເຄີຍຟັງມາແຕ່ກ່ອນວ່າ “ຄວາມດັບບໍ່ເຫຼືອ (ນິໂຣທະ) ! ຄວາມດັບບໍ່ເຫຼືອ (ນິໂຣທະ) !” ດັ່ງນີ້.
ທົງພະຍາຍາມໃນອະທິເທວະຍານະທັດສະນະເປັນຂັ້ນໆ
ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່, ເຮົາຍ່ອມຈໍາແສງສະຫວ່າງໄດ້ ແຕ່ບໍ່ເຫັນຮູບທັງຫຼາຍ.
ພິກຂຸ ທ. ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າເຮົາຈໍາແສງສະຫວ່າງໄດ້ນໍາ ເຫັນຮູບ ທ. ໄດ້ພ້ອມ ຂໍ້ນັ້ນ ຈະເປັນຍານະທັດສະນະທີ່ບໍຣິສຸດຍິ່ງຂຶ້ນ ຂອງເຮົາ. ພິກຂຸ ທ. ! ໂດຍສະໄໝອື່ນອີກ ເຮົາເປັນຜູ້ບໍ່ປະມາດ ມີຄວາມພຽນ ມີຕົນສົ່ງໄປຢູ່ ກໍ ຈໍາແສງສະຫວ່າງໄດ້ດ້ວຍ ເຫັນຮູບ ທ. ໄດ້ພ້ອມ, ແຕ່ບໍ່ໄດ້ຕັ້ງຢູ້ຮ່ວມ ບໍ່ໄດ້ເຈລະຈາຮ່ວມ ບໍ່ໄດ້ໂຕ້ຕອບຮ່ວມ ກັບເທວະດາທັງຫຼາຍເຫຼົ່ານັ້ນໆ.
ພິກຂຸ ທ. ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າເຮົາຈໍາແສງສະຫວ່າງເປັນຕົ້ນກໍໄດ້ພ້ອມ ຕະຫຼອດເຖິງການໂຕ້ຕອບຮ່ວມກັບເທວະດາ ທ. ເຫຼົ່ານັ້ນໆ ກໍໄດ້ພ້ອມ. ຂໍ້ນັ້ນ ຈະເປັນຍານະທັດສະນະທີ່ບໍຣິສຸດຍິ່ງຂອງເຮົາ. ພິກຂຸ ທ. ! ໂດຍສະໄໝອື່ນອີກ ເຮົາເປັນຜູ້ບໍ່ປະມາດ ມີຄວາມພຽນ ມີຕົນສົ່ງໄປຢູ່ ກໍ....ໂຕ້ຕອບກັບເທວະດາ ທ. ເຫຼົ່ານັ້ນໆ ໄດ້ພ້ອມ, ແຕ່ບໍ່ຮູ້ໄດ້ວ່າ ເທວະດາເຫຼົ່ານັ້ນໆ ມາຈາກເທບນິກາຍໃດໆ.
໑. ຕຣັດແກ່ພິກຂຸ ທ. ທີ່ເຂດຄະຍາສີສະ, ບາລີ ຈາລະວັກຄະ ອັຕຖກ. ອັງ. ໒໓/໓໑໑/໑໖໑.
໙໔ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ພິກຂຸ ທ. ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າເຮົາຈະຈໍາແສງສະຫວ່າງເປັນຕົ້ນກໍໄດ້ພ້ອມ ຕະຫຼອດເຖິງການຮູ້ໄດ້ວ່າ ເທວະດາເຫຼົ່ານີ້ໆ ມາຈາກເທບນິກາຍນັ້ນໆ ດ້ວຍແລ້ວ ຂໍ້ນັ້ນຈະເປັນຍານທັດສະນະທີ່ບໍຣິສຸດຍິ່ງຂຶ້ນ ຂອງເຮົາ. ພິກຂຸ ທ. ! ໂດຍສະໄໝອື່ນອີກ ເຮົາເປັນຜູ້ບໍ່ປະມາດ ມີຄວາມພຽນ ມີຕົນສົ່ງໄປຢູ່ ກໍ....ຮູ້ໄດ້ວ່າເທວະດາ ເຫຼົ່ານີ້ ມາຈາກເທບນິກາຍນັ້ນໆ, ແຕ່ບໍ່ຮູ້ໄດ້ວ່າ ເທວະດາເຫຼົ່ານີ້ໆ ເຄື່ອນຈາກໂລກນີ້ ໄປອຸບັດໃນໂລກນັ້ນໆ ດ້ວຍວິບາກແຫ່ງກັມແນວໃດ.








