ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໗໘ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ອຸບພິລະ, ທຸຕຖຸລະ, ອັດຈາຣັດທະວິຣິຢະ, ອະຕິລີນະວິຣິຢະ, ອະພິຊັບປາ, ແລະ ນານັຕຕະສັນຍາ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.

ຣູປານັງ ອະຕິນິຊຊາຢິຕັຕຕະ (ຄວາມເພັ່ງຕໍ່ຮູບທັງຫຼາຍຈົນເກີນໄປ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ ເພາະມີອະຕິນິຊຊາຢິຕັຕຕະເປັນຕົ້ນເຫດ. ເມື່ອສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ, ອະມະນະສິກາຣະ, ຖີນະມິດດະ, ສັມພິຕັຕຕະ, ອຸບພິລະ, ທຸຕຖຸລລະ, ອັຈຈາຣັດທະວິຣິຢະ, ອະຕິລີນະວິຣິຢະ, ອະພິຊັບປາ, ນານັຕຕະສັນຍາ, ແລະ ຣູປານັງ ອະຕິນິຊຊາຢິຕັຕຕະ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.

ດູຣາອະນຸຣຸດທະ ທ. ! ເຮົາຮູ້ແຈ້ງຊັດວິຈິກິຈສາ (ເປັນຕົ້ນເຫຼົ່ານັ້ນ) ວ່າເປັນອຸປະກິເລສແຫ່ງຈິຕແລ້ວ ຈຶ່ງລະແລ້ວຊຶ່ງວິຈິກິຈສາ (ເປັນຕົ້ນເຫຼົ່ານັ້ນ) ອັນເປັນອຸປະກິເລສແຫ່ງຈິຕເສຍ.

ດູຣາອະນຸຣຸດທະ ທ. ! ເຮົານັ້ນເມື່ອບໍ່ປະມາດ ມີພຽນ ມີຕົນສົ່ງໄປຢູ່ຍ່ອມຈໍາແສງສະຫວ່າງໄດ້ ແຕ່ບໍ່ເຫັນຮູບ (ຫຼື) ຍ່ອມເຫັນຮູບ ແຕ່ຈໍາແສງສະຫວ່າງບໍ່ໄດ້ ເປັນດັ່ງນີ້ໝົດຄືນແດ່ ໝົດວັນແດ່ ໝົດທັງຄືນແລະວັນແດ່. ຄວາມສົງໄສເກີດແກ່ເຮົາວ່າ ອັນໃດເປັນເຫດເປັນປັຈຈັຍ ທີ່ເຮົາຈໍາແສງສະຫວ່າງໄດ້ ແຕ່ບໍ່ເຫັນຮູບ (ຫຼື) ເຫັນຮູບ ແຕ່ຈໍາແສງສະຫວ່າງບໍ່ໄດ້ ໝົດຄືນແດ່ ໝົດວັນແດ່ ໝົດທັງຄືນແລະວັນແດ່ ?

ດູຣາອະນຸຣຸດທະ ທ. ! ຄວາມຮູ້ໄດ້ເກີດແກ່ເຮົາວ່າ ສະໄໝໃດເຮົາບໍ່ຕັ້ງ ຣູປະນິມິຕ ໄວ້ໃນໃຈ ແຕ່ຕັ້ງ ໂອພາສະນິມິຕ ໄວ້ໃນໃຈ ສະໄໝນັ້ນເຮົາຍ່ອມຈໍາແສງສະຫວ່າງໄດ້ ແຕ່ບໍ່ເຫັນຮູບ. ສະໄໝໃດເຮົາບໍ່ຕັ້ງໂອພາສນິມິຕໄວ້ໃນໃຈ ແຕ່ຕັ້ງຮູບນິມິຕໄວ້ໃນໃຈ, ສະໄໝນັ້ນເຮົາຍ່ອມເຫັນຮູບ ແຕ່ຈໍາແສງສະຫວ່າງບໍ່ໄດ້ຕະຫຼອດທັງຄືນແດ່ ຕະຫຼອດທັງວັນແດ່ ຕະຫຼອດທັງຄືນແລະທັງວັນແດ່.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໗໙

ດູຣາອະນຸຣຸດທະ ທ. ! ເຮົາເປັນຜູ້ບໍ່ປະມາດ ມີພຽນ ມີຕົນສົ່ງໄປຢູ່ ຍ່ອມຈໍາແສງສະຫວ່າງໄດ້ໜ້ອຍດຽວ ເຫັນຮູບກໍໜ້ອຍດຽວແດ່, ຈໍາແສງສະຫວ່າງຫຼາຍບໍ່ມີປະມານ ເຫັນຮູບກໍຫຼາຍບໍ່ມີປະມານແດ່ ເປັນດັ່ງນີ້ ໝົດຄືນແດ່ ໝົດວັນແດ່ ໝົດທັງຄືນແລະວັນແດ່. ຄວາມສົງໄສເກີດແກ່ເຮົາວ່າ ອັນໃດເປັນເຫດ ເປັນປັຈຈັຍ ທີ່ເຮົາຈໍາແສງສະຫວ່າງໄດ້ໜ້ອຍດຽວ ເຫັນຮູບກໍໜ້ອຍດຽວແດ່, ຈໍາແສງສະຫວ່າງຫຼາຍບໍ່ມີປະມານ ເຫັນຮູບກໍຫຼາຍບໍ່ມີປະມານແດ່ ຕະຫຼອດທັງຄືນແດ່ ຕະຫຼອດທັງວັນແດ່ ຕະຫຼອດທັງຄືນແລະທັງວັນແດ່ ?

ດູຣາອະນຸຣຸດທະ ທ. ! ຄວາມຮູ້ໄດ້ເກີດແກ່ເຮົາວ່າ ສະໄໝໃດສະມາທິຂອງເຮົາໜ້ອຍ ສະໄໝນັ້ນຈັກຂຸກໍມີໜ້ອຍ, ດ້ວຍຈັກຂຸທີ່ໜ້ອຍ ເຮົາຈຶ່ງຈໍາແສງສະ ຫວ່າງໄດ້ໜ້ອຍ ເຫັນຮູບກໍໜ້ອຍ. ສະໄໝໃດສະມາທິຂອງເຮົາຫຼາຍບໍ່ມີປະມານ ສະໄໝນັ້ນຈັກຂຸຂອງເຮົາກໍຫຼາຍ ບໍ່ມີປະມານ, ດ້ວຍຈັກຂຸທີ່ຫຼາຍ ບໍ່ມີປະມານນັ້ນ ເຮົາຈຶ່ງຈໍາແສງສະຫວ່າງໄດ້ຫຼາຍບໍ່ມີປະມານ ເຫັນຮູບໄດ້ຫຼາຍບໍ່ມີປະມານ, ຕະຫຼອດທັງຄືນແດ່ ຕະຫຼອດທັງວັນແດ່ ຕະຫຼອດທັງຄືນແລະທັງວັນແດ່.

ດູຣາອະນຸຣຸດທະ ທ. ! ໃນກາລະທີ່ເຮົາຮູ້ແຈ້ງວ່າ (ທັມມີ) ວິຈິກິຈສາ (ເປັນຕົ້ນເຫຼົ່ານັ້ນ) ເປັນອຸປະກິເລສແຫ່ງຈິຕແລ້ວ ແລະລະມັນເສຍໄດ້ແລ້ວ ກາລະນັ້ນຍ່ອມເກີດຄວາມຮູ້ສຶກຂຶ້ນແກ່ເຮົາວ່າ “ອຸປະກິເລສແຫ່ງຈິຕຂອງເຮົາເຫຼົ່າໃດ ອຸປະກິເລສ ນັ້ນໆ ເຮົາລະໄດ້ແລ້ວ, ດຽວນີ້ ເຮົາຈະເຣີນແລ້ວຊຶ່ງ ສະມາທິໂດຍວິທີສາມຢ່າງ.”

ດູຣາອະນຸຣຸດທະ ທ. ! ເຮົາຈະເຣີນແລ້ວ ຊຶ່ງສະມາທິອັນມີວິຕົກວິຈາຣ, ຊຶ່ງສະມາທິອັນບໍ່ມີວິຕົກ ແຕ່ມີວິຈາຣພໍປະມານ, ຊຶ່ງສະມາທິອັນບໍ່ມີວິຕົກບໍ່ມີວິຈາຣ, ຊຶ່ງສະມາທິອັນມີປີຕິ, ຊຶ່ງສະມາທິອັນຫາປີຕິບໍ່ໄດ້, ຊຶ່ງສະມາທິອັນເປັນໄປພ້ອມດ້ວຍຄວາມຍິນດີ, ແລະສະມາທິອັນເປັນໄປພ້ອມດ້ວຍອຸເປກຂາ. ດູຣາອະນຸຣຸດທະ ທ. ! ກາລໃດສະມາທິອັນມີວິຕົກມີວິຈາຣ (ເປັນຕົ້ນເຫຼົ່ານັ້ນທັງ ໗ ຢ່າງ) ເປັນທັມມະຊາດ ອັນເຮົາຈະເຣີນແລ້ວ, ກາລນັ້ນ ຍານເປັນເຄື່ອງຮູ້ເຄື່ອງເຫັນ

໘໐ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ