ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອະມະນະສິກາຣະ (ຄວາມບໍ່ຕັ້ງໄວ້ໃນໃຈ ຄືບໍ່ໃສ່ໃຈ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ ກໍເພາະມີອະມະນະສິກາຣະເປັນຕົ້ນເຫດ. ຄັນສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ ແລະ ອະມະນະສິກາຣະ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.
ຖີນະມິດດະ (ຄວາມເຄີ້ມແລະງ້ວງຊຶມ) ແລ ເກີດຂຶ້ນແກ່ເຮົາແລ້ວ ສະມາທິຂອງເຮົາເຄື່ອນແລ້ວ ກໍເພາະມີຖີນະມິດດະເປັນຕົ້ນເຫດ. ຄັນສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ, ອະມະນະສິກາຣະ, ແລະ ຖີນະມິດດະ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.
ສັມພິຕັຕຕະ (ຄວາມສະເດີດຕົກໃຈຢ້ານ) ແລ ບັງເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ ກໍເພາະມີສັມພິຕັຕຕະເປັນຕົ້ນເຫດ. ຄັນສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ເໝືອນບຸຣຸດເດີນທາງໄກ ເກີດມີຜູ້ມຸ່ງໝາຍເອົາຊີວິຕຂຶ້ນທັງສອງຟາກທາງ ຄວາມຕົກໃຈຢ້ານຍ່ອມເກີດແກ່ເຂົາເພາະຂໍ້ນັ້ນເປັນເຫດ ສະນັ້ນ. ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ, ອະມະນະສິກາຣະ, ຖີນະມິດດະ, ແລະ ສັມພິຕັຕຕະ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.
ອຸບພິລະ (ຄວາມຕື່ນເຕັ້ນ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ ກໍເພາະມີອຸບພິລະນັ້ນເປັນຕົ້ນເຫດ. ເມື່ອສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ເໝືອນບຸຣຸດສະແຫວງຫາຢູ່ຊຶ່ງຂຸມຊັບ ຂຸມດຽວ ເຂົາພົບພ້ອມກັນຄັ້ງດຽວຕັ້ງຫ້າຂຸມ ຄວາມຕື່ນເຕັ້ນເກີດຂຶ້ນ ເພາະການພົບນັ້ນເປັນເຫດ ສະນັ້ນ. ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ, ອະມະນະສິກາຣະ, ຖີນະມິດດະ, ສັມພິຕັຕຕະ, ແລະອຸບພິລະ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.
ທຸຕຖຸລລະ (ຄວາມຄະນອງຫຍາບ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ ເພາະມີທຸຕຖຸລລະນັ້ນເປັນຕົ້ນເຫດ. ເມື່ອສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໗໗
ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ, ອະມະນະສິກາຣະ, ຖີນະມິດດະ, ສັມພິຕັຕຕະ, ອຸບພິລະ, ແລະ ທຸຕຖຸລລະ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.
ອັຈຈາຣັດທະວິຣິຢະ (ຄວາມພຽນທີ່ປາຣົບໜັກຈົນເກີນໄປ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ ເພາະມີອັຈຈາຣັດທະວິຣິຢະນັ້ນເປັນຕົ້ນເຫດ. ເມື່ອສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ປຽບເໝືອນບຸຣຸດຈັບນົກຈາບດ້ວຍມີທັງສອງແໜ້ນເກີນໄປ ນົກນັ້ນຍ່ອມຕາຍຄາມືສະນັ້ນ. ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ ອະມະນະສິກາຣະ, ຖີນະມິດດະ, ສັມພິຕັຕຕະ, ອຸບພິລະ, ທຸຕຖຸລລະ, ແລະອັຈຈາຣັດທະວິຣິຢະ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.
ອະຕິລີນະວິຣິຢະ (ຄວາມພຽນທີ່ຫຼຸດຢ່ອນເກີນໄປ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ ເພາະມີອະຕິລີນະວິຣິຢະນັ້ນເປັນຕົ້ນເຫດ. ເມື່ອສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ປຽບເໝືອນບຸຣຸດຈັບນົກຈາບຫຼົມມືເກີນໄປ ນົກຫຼຸດອອກຈາກມືບິນໜີເສຍໄດ້ ສະນັ້ນ. ເຮົາຈະ ຝຶກໂດຍປະການທີ່ວິຈິກິຈສາ, ອະມະນະສິກາຣະ, ຖີນະມິດດະ, ສັມພິຕັຕຕະ, ອຸບພິລະ, ທຸຕຖຸລລະ, ອັຈຈາຣັດທະວິຣິຢະ, ແລະ ອະຕິລີນະວິຣິຢະ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.
ອະພິຊັບປາ (ຄວາມກະສັນຢາກ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາ ເຄື່ອນແລ້ວ ເພາະມີອະພິຊັບປາເປັນຕົ້ນເຫດ. ເມື່ອສະມາທິເຄື່ອນແລ້ວ ແສງສະ ຫວ່າງແລະການເຫັນຮູບຍ່ອມຫາຍໄປ. ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ, ອະມະນະສິກາຣະ, ຖີນະມິດດະ, ສັມພິຕັຕຕະ, ອຸບພິລະ, ທຸຕຖຸລລະ, ອັຈຈາຣັດທະ ວິຣິຢະ, ອະຕິລີນະວິຣິຢະ, ແລະ ອະພິຊັບປາ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ.
ນານັຕຕະສັນຍາ (ຄວາມໃສ່ໃຈໄປໃນສິ່ງຕ່າງໆ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ ເພາະມີນານັຕຕະສັນຍານັ້ນເປັນຕົ້ນເຫດ. ເມື່ອສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ເຮົາຈັກຝຶກໂດຍປະການທີ່ວິຈິກິຈສາ, ອະມະນະສິກາຣະ, ຖີນະມິດດະ, ສັມພິຕັຕຕະ,








