ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເພາະເຮົາຄິດເຫັນວ່າ ເມື່ອເຮົາຕຶກຕາມຕອງຕາມດົນເກີນໄປໂພດ, ກາຍຈະປວດເມື່ອຍ, ເມື່ອກາຍປວດເມື່ອຍ ຈິຕກໍອ່ອນເພຍ, ເມື່ອຈິຕອ່ອນເພຍ ຈິຕກໍຫ່າງຈາກສະມາທິ, ເຮົາຈຶ່ງໄດ້ດໍາຣົງຈິຕໃຫ້ຢຸດຢູ່ໃນພາຍໃນ ເຮັດໃຫ້ມີອາຣົມອັນດຽວຕັ້ງໝັ້ນໄວ້ ດ້ວຍຫວັງຢູ່ວ່າ ຈິຕຂອງເຮົາຢ່າຟຸ້ງຂຶ້ນເລີຍ ດັ່ງນີ້.
ພິກຂຸ ທ. ! ພິກຂຸ ຕຶກຕາມຕອງຕາມເຖິງອາຣົມໃດໆຫຼາຍ ຈິຕຍ່ອມນ້ອມໄປໂດຍ ອາການເຊັ່ນນັ້ນໆ : ຖ້າພິກຂຸຕຶກຕາມຕອງຕາມເຖິງເນກຂັມມະວິຕົກຫຼາຍ ກໍເປັນອັນວ່າ ລະກາມວິຕົກເສຍ ເສບແລ້ວຢ່າງມາກລົ້ນຊຶ່ງເນກຂັມມະວິຕົກ ; ຈິຕຂອງເຂົານັ້ນ ຍ່ອມນ້ອມໄປເພື່ອຄວາມຕຶກໃນການອອກຈາກກາມ. ຖ້າພິກຂຸຕຶກຕາມຕອງຕາມເຖິງອັບພະຍາບາດວິຕົກຫຼາຍ ກໍເປັນອັນວ່າ ລະພະຍາບາດວິຕົກເສຍ ເສບແລ້ວຢ່າງມາກລົ້ນໃນອັບພະຍາບາດວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປເພື່ອຄວາມຕຶກ ໃນການບໍ່ພະຍາບາດ. ຖ້າພິກຂຸຕຶກຕາມຕອງຕາມເຖິງອະວິຫິງສາວິຕົກຫຼາຍ ກໍເປັນອັນວ່າ ລະວິຫິງສາວິຕົກເສຍ ເສບແລ້ວຢ່າງມາກລົ້ນໃນອະວິຫິງສາວິຕົກ ; ຈິຕຂອງເຂົານັ້ນ ຍ່ອມນ້ອມໄປເພື່ອຄວາມຕຶກໃນການບໍ່ຍັງສັຕໃຫ້ລໍາບາກ.
ພິກຂຸ ທ. ! ປຽບເໝືອນໃນເດືອນສຸດທ້າຍແຫ່ງລະດູຮ້ອນ ຕົ້ນເຂົ້າທັງໝົດ ເຂົາຂົນຕ່່າງໄປໃນບ້ານໝົດແລ້ວ໑ ຄົນລ້ຽງງົວ ຍ່ອມລ້ຽງງົວໄດ້. ເມື່ອເຂົາໄປພັກກ້ອງຮົ່ມໄມ້ ຫຼືໄປກາງທົ່ງແຈ້ງໆ ຍ່ອມຕັ້ງແຕ່ຄວາມກໍານົດວ່າ ນັ້ນຝູງງົວດັ່ງນີ້
໑. ຄໍາແປບ່ອນນີ້ ຂ້າພະເຈົ້າຖືເອົາຕາມທີ່ໄດ້ສອບສວນສັນນິຖານແລ້ວ ຄືສະບັບບາລີເປັນ ສັບພະປັສເສສຸ
ຄາມັນຕະສັມພະເວສຸ ມີຜູ້ແປກັນຕ່າງໆ ຕາມແຕ່ຈະໃຫ້ຄ້າຍຄືຮູບສັບພຽງໃດ. ຂ້າພະເຈົ້າເຫັນວ່າຕ້ອງແກ້
ບາລີນັ້ນເປັນ ສັບພະສັສເສສຸ ຈຶ່ງຈະໄດ້ຄວາມ ເພາະອັຕຖະກະຖາແກ້ຄໍາຫຼັງໄວ້ດັ່ງນີ້ ຄາມັນຕະ
ສັມພະເວສູຕິ ຄາມັນຕະອາຫະເຕສຸ ໆ ປະປັນຈ. ໒/໑໑໑. ຂໍຈົ່ງໄຄ່ຄວນດ້ວຍ. ບາລີຄືພຣະໄຕຣປິດົກ
ເຫຼັ້ມ ໑໒ ໜ້າ ໒໓໖ ບັນທັດ ໖ ນັບລົງ.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໗໕
(ກໍພໍແລ້ວ) ເຊັ່ນໃດ ; ພິກຂຸ ທ. ! ເຖິງພິກຂຸກໍພຽງແຕ່ຕັ້ງຄວາມລະລຶກວ່າ ນັ້ນທັມທັງຫຼາຍດັ່ງນີ້ (ກໍພໍແລ້ວ) ເຊັ່ນນັ້ນເໝືອນກັນ.
ພິກຂຸ ທ. ! ຄວາມພຽນເຮົາໄດ້ປາຣົບແລ້ວບໍ່ຫຼຸດຢ່ອນ ສະຕິເຮົາໄດ້ດໍາຣົງໄວ້ແລ້ວບໍ່ຟັ່ນເຟືອນ ກາຍສະງົບລະງັບບໍ່ກະສັບກະສ່າຍ ຈິຕຕັ້ງໝັ້ນມີອາຣົມອັນດຽວແລ້ວ. ພິກຂຸ ທ. ! ເຮົານັ້ນ ເພາະສະງັດຈາກກາມ ແລະ ອະກຸສົລທັມທັງຫຼາຍ ໄດ້ເຂົ້າເຖິງປະຖົມມະຊານ ມີວິຕົກວິຈາຣ ມີປີຕິແລະສຸຂເກີດແຕ່ວິເວກແລ້ວແລຢູ່. (ຄໍາຕໍ່ໄປນີ້ເໝືອນດັ່ງໃນຕອນທີ່ກ່າວດ້ວຍການຕຣັສຮູ້ ເບື້ອງໜ້າ ອັນວ່າດ້ວຍຮູບຊານສີ່).
ທົງກໍານົດສະມາທິນິມິຕ ກ່ອນຕຣັສຮູ້ ໑
ອະນຸຣຸດທະ ທ. ! ນິມິຕນັ້ນແຫຼະ ເຈົ້າຈົ່ງແທງຕະຫຼອດເຖີ້ນ. ເຖິງແມ່ນເຮົາເມື່ອຄັ້ງກ່ອນແຕ່ການຕຣັສຮູ້ ຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ກໍຈໍາແສງສະຫວ່າງແລະ ການເຫັນຮູບທັງຫຼາຍໄດ້. ຕໍ່ມາບໍ່ດົນ ແສງສະຫວ່າງ ແລະການເຫັນຮູບຂອງເຮົານັ້ນໆ ໄດ້ຫາຍໄປ. ເກີດຄວາມສົງໄສແກ່ເຮົາວ່າ ອັນໃດເປັນເຫດອັນໃດເປັນປັຈຈັຍ ທີ່ເຮັດໃຫ້ແສງສະຫວ່າງ ແລະການເຫັນຮູບນັ້ນຫາຍໄປ ? ອະນຸຣຸດທະ ທ. ! ເມື່ອຄິດຢູ່ ກໍເກີດຄວາມຮູ້ (ດັ່ງຕໍ່ໄປນີ້) ວ່າ :-
ວິຈິກິຈສາ (ຄວາມລັງເລ) ແລ ເກີດຂຶ້ນແກ່ເຮົາແລ້ວ, ສະມາທິຂອງເຮົາເຄື່ອນແລ້ວ, ກໍເພາະມີວິຈິກິຈສາເປັນຕົ້ນເຫດ. ຄັນສະມາທິເຄື່ອນແລ້ວ ແສງສະຫວ່າງແລະການເຫັນຮູບຍ່ອມຫາຍໄປ. ເຮົາຈະຝຶກໂດຍປະການທີ່ວິຈິກິຈສາ ຈະບໍ່ບັງເກີດຂຶ້ນແກ່ເຮົາໄດ້ອີກ ...ໆລໆ... (ມີຄໍາລະຫວ່າງນີ້ຄືກັບທ່ອນຕົ້ນ ບໍ່ມີຜິດ ທຸກຕອນ ຕັ້ງແຕ່ຄໍາວ່າ ຕໍ່ມາບໍ່ດົນ ຈົນເຖິງຄໍາວ່າ ເກີດຄວາມຮູ້ (ດັ່ງຕໍ່ໄປນີ້) ວ່າ :-).
໑. ບາລີ ອຸປັກກິເລສະສູຕ ສຸນຍະຕະວັກຄະ ອຸປຣິ. ມ. ໑໔/໓໐໒/໔໕໒. ຕຣັດແກ່ພຣະເຖຣະ ໓ ອົງຄ໌ ຄື
ອະນຸຣຸດທະ ນັນທິຢະ ກິມພິລະ. ທົງອາລະປະນະວ່າ ອະນຸຣຸດທະທັງຫຼາຍ ! ພຣະບາລີຕອນນີ້ຜູ້ສຶກສາ
ຄວນໄຄ່ຄວນເປັນພິເສດ, ສະເພາະຢ່າງຍິ່ງສໍາລັບນັກສຶກສາສະມາທິພາວະນາ.
໗໖ ພຸດທະປະວັດຈາກພຣະໂອຖະ - ພາກ ໒








