ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເມື່ອເຮົາເປັນຜູ້ບໍ່ປະມາດ ມີພຽນ ມີຕົນສົ່ງໄປຢູ່ເຊັ່ນນີ້ ພະຍາບາດວິຕົກເກີດຂຶ້ນ ເຮົາກໍຮູ້ແຈ່ມແຈ້ງດັ່ງນີ້ວ່າ ພະຍາບາດວິຕົກເກີດແກ່ເຮົາແລ້ວ, ກໍພະຍາບາດວິຕົກນັ້ນ ຍ່ອມເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດບຽນທັງສອງຝ່າຍແດ່, ເປັນໄປເພື່ອຄວາມດັບແຫ່ງປັນຍາ ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ບໍ່ເປັນໄປພ້ອມເພື່ອນິບພານ. ພິກຂຸ ທ. ! ເມື່ອເຮົາພິຈາຣະນາເຫັນຢູ່ ..ໆລໆ... ແນວນີ້ ພະຍາບາດວິຕົກຍ່ອມເຖິງຊຶ່ງອັນຕັ້ງຢູ່ບໍ່ໄດ້. ພິກຂຸ ທ. ! ເຮົາໄດ້ລະ ແລະບັນເທົາພະຍາບາດວິຕົກ ອັນບັງເກີດຂຶ້ນແລ້ວ ແລະບັງເກີດແລ້ວ ເຮັດໃຫ້ສິ້ນສຸດໄດ້ແລ້ວ.

ພິກຂຸ ທ. ! ເມື່ອເຮົາເປັນຜູ້ບໍ່ປະມາດ ມີພຽນ ມີຕົນສົ່ງໄປຢູ່ເຊັ່ນນີ້ ວິຫິງສາວິຕົກເກີດຂຶ້ນ ເຮົາກໍຮູ້ແຈ່ມແຈ້ງດັ່ງນີ້ວ່າ ວິຫິງສາວິຕົກເກີດຂຶ້ນແກ່ເຮົາແລ້ວ, ກໍວິຫິງສາວິຕົກນັ້ນ ຍ່ອມເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ບຽດບຽນທັງສອງຝ່າຍແດ່, ເປັນໄປເພື່ອຄວາມດັບແຫ່ງປັນຍາ ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ບໍ່ເປັນໄປພ້ອມເພື່ອນິບພານ. ພິກຂຸ ທ. ! ເມື່ອເຮົາພິຈາຣະນາເຫັນຢູ່ ..ໆລໆ... ແນວນີ້ ວິຫິງສາວິຕົກຍ່ອມເຖິງຊຶ່ງອັນຕັ້ງຢູ່ບໍ່ໄດ້. ພິກຂຸ ທ. ! ເຮົາໄດ້ລະ ແລະບັນເທົາວິຫິງສາວິຕົກ ອັນບັງເກີດຂຶ້ນແລ້ວ ແລະບັງເກີດແລ້ວ ເຮັດໃຫ້ສິ້ນສຸດໄດ້ແລ້ວ.

໑. ເຫັນແນວນີ້ ຄືເຫັນດັ່ງທີ່ວ່າມາແລ້ວ ເຊັ່ນວ່າມີການບຽດບຽນຕົນເປັນຕົ້ນ.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໗໓

ພິກຂຸ ທ. ! ພິກຂຸ ຕຶກຕາມຕອງຕາມເຖິງອາຣົມໃດໆ ຫຼາຍ ຈິຕຍ່ອມນ້ອມໄປໂດຍອາການເຊັ່ນນັ້ນໆ : ຖ້າພິກຂຸ ຕຶກຕາມຕອງຕາມເຖິງກາມວິຕົກຫຼາຍ ກໍເປັນອັນວ່າ ລະເນກຂັມມະວິຕົກເສຍ ເສບແລ້ວຢ່າງມາກລົ້ນຊຶ່ງກາມວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປເພື່ອຄວາມຕຶກໃນກາມ. ຖ້າພິກຂຸຕຶກຕາມຕອງຕາມເຖິງ ພະຍາບາດວິຕົກຫຼາຍ ກໍເປັນອັນວ່າ ລະອັບພະຍາບາດວິຕົກເສຍ ເສບແລ້ວຢ່າງມາກລົ້ນຊຶ່ງພະຍາບາດວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປເພື່ອຄວາມຕຶກໃນພະຍາບາດ. ຖ້າພິກຂຸ ຕຶກຕາມຕອງຕາມເຖິງວິຫິງສາວິຕົກຫຼາຍ ກໍເປັນອັນວ່າ ລະອະວິຫິງສາວິຕົກເສຍ ເສບແລ້ວຢ່າງມາກລົ້ນຊຶ່ງວິຫິງສາວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປເພື່ອຄວາມຕຶກ ໃນການເຮັດສັຕໃຫ້ລໍາບາກ.

ພິກຂຸ ທ. ! ປຽນເໝືອນໃນຍາມລະດູສາດ ຄືເດືອນສຸດທ້າຍແຫ່ງລະດູຝົນ ຄົນລ້ຽງງົວ ຕ້ອງລ້ຽງຝູງງົວໃນທີ່ຮອມແຄບ ເພາະເຕັມໄປດ້ວຍຕົ້ນເຂົ້າ ເຂົາຕ້ອງຕີຕ້ອນຫ້າມກັນຝູງງົວ ຈາກຕົ້ນເຂົ້ານັ້ນດ້ວຍທ່ອນໄມ້ ເພາະເຂົາເຫັນໂທດຄືການຖືກປະຫານ ການຖືກຈັບກຸມ ການຖືກປັບໄໝ ການຕິຕຽນ ເພາະມີຕົ້ນເຂົ້ານັ້ນເປັນເຫດ ຂໍ້ນີ້ເຊັ່ນໃດ, ພິກຂຸ ທ. ! ເຖິງເຮົາກໍເຊັ່ນນັ້ນ ໄດ້ເຫັນແລ້ວແຫ່ງໂທດຄວາມຊົ່ວຊ້າ ເສົ້າໝອງ ແຫ່ງອະກຸສົລທັມທັງຫຼາຍ, ເຫັນອານິສົງໃນການອອກຈາກກາມ ຄວາມເປັນຝັກຝ່າຍຂອງຄວາມຜຸດຜ່ອງ ແຫ່ງກຸສົລທັມທັງຫຼາຍ.

ພິກຂຸ ທ. ! ເມື່ອເຮົາເປັນຜູ້ບໍ່ປະມາດ ມີພຽນ ມີຕົນສົ່ງໄປຢູ່ເຊັ່ນນີ້ ເນກຂັມມະວິຕົກຍ່ອມເກີດຂຶ້ນ....໑ ອັບພະຍາບາດວິຕົກຍ່ອມເກີດຂຶ້ນ... ອະວິຫິງສາວິຕົກຍ່ອມເກີດຂຶ້ນ. ເຮົາຍ່ອມຮູ້ແຈ່ມແຈ້ງວ່າ ອະວິຫິງສາເກີດຂຶ້ນແກ່ເຮົາແລ້ວ, ກໍອະວິຫິງສາວິຕົກນີ້ ບໍ່ເປັນໄປເພື່ອບຽດບຽນຕົນ ບໍ່ບຽດບຽນຜູ້ອື່ນ ຫຼືບໍ່ບຽດບຽນທັງສອງຝ່າຍ, ແຕ່ເປັນໄປພ້ອມເພື່ອຄວາມຈະເຣີນແຫ່ງປັນຍາ ບໍ່ເປັນຝັກຝ່າຍແຫ່ງຄວາມຄັບ ແຄ້ນ ເປັນໄປພ້ອມເພື່ອນິບພານ.

໑. ທີ່ປະດ້ວຍຈຸດນີ້ ໝາຍຄວາມວ່າຕຣັດເທື່ອລະວິຕົກ ແຕ່ວ່າຄໍາທີ່ຕຣັດເໝືອນກັນໝົດ ຜິດກັນແຕ່ຊື່ເທົ່ານັ້ນ,

ທຸກໆວິຕົກ ມີໃຈຄວາມແນວດຽວກັນ.

໗໔ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ເຖິງແມ່ນເຮົາຈະຕຶກຕາມຕອງຕາມ ເຖິງອະວິຫິງສາວິຕົກນັ້ນຕະຫຼອດຄືນ ກໍຫຼິງບໍ່ເຫັນພັຍທີ່ຈະເກີດຂຶ້ນ ເພາະອະວິຫິງສາວິຕົກນັ້ນເປັນເຫດ. ເຖິງແມ່ນເຮົາຈະຕຶກຕາມຕອງຕາມ ເຖິງອະວິຫິງສາວິຕົກນັ້ນຕະຫຼອດວັນ, ຫຼືຕະຫຼອດທັງກາງຄືນກາງເວັນ ກໍຫຼິງບໍ່ເຫັນພັຍທີ່ຈະເກີດຂຶ້ນ ເພາະອະວິຫິງສາວິຕົກນັ້ນເປັນເຫດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ