ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ສາຣີບຸຕ ! ໃນວັຕສີ່ຢ່າງນັ້ນ ນີ້ເປັນ ປະວິວິຕຕະວັຕ (ວັຕໃນຄວາມເປັນຜູ້ງຽບສງັດທົ່ວແລ້ວ) ຂອງເຮົາ ຄື ດູຣາສາຣີບຸຕ ! ເຮົານັ້ນເຂົ້າສູ່ແຖບປ່າແຫ່ງໃດແຫ່ງໜຶ່ງແລ້ວແລຢູ່ ເມື່ອເຫັນຄົນລ້ຽງງົວ ຫຼືຄົນລ້ຽງສັຕ ຫຼືຄົນກ່ຽວຫຍ້າ ຫຼືຄົນຫາໄມ້ ຫຼືຄົນເຮັດວຽກໃນປ່າມາ ເຮົາກໍຮີບລັດເລາະຈາກປ່ານີ້ໄປປ່າພຸ້ນ ຈາກດົງຕຶບນີ້ໄປດົງຕຶບພຸ້ນ ຈາກຫຼຸບນີ້ສູ່ຫຼຸບພຸ້ນ ຈາກດອນນີ້ສູ່ດອນນັ້ນ ເພາະເຫດຄິດວ່າ ຂໍຄົນພວກນັ້ນຢ່າເຫັນເຮົາເລີຍ ແລະເຮົາກໍຢ່າໄດ້ເຫັນຊົນພວກນັ້ນ. ສາຣີບຸຕ ! ປຽບເໝືອນສັຕອັນຢູ່ໃນປ່າ ເຫັນມະນຸສແລ້ວຍ່ອມເລາະລັດຈາກປ່ານີ້ສູ່ປ່ານັ້ນ ຈາກປ່າຕຶບນີ້ສູ່ປ່າຕຶບນັ້ນ ຈາກຫຼຸບນີ້ສູ່ຫຼຸບນັ້ນ ຈາກດອນນີ້ສູ່ດອນນັ້ນ, ເຊັ່ນໃດກໍເຊັ່ນນັ້ນ ທີ່ເຮົາເມື່ອເຫັນຄົນລ້ຽງງົວ ຫຼືຄົນລ້ຽງສັຕ ຫຼືຄົນກ່ຽວຫຍ້າ ຄົນຫາໄມ້ຫຼືຄົນເຮັດວຽກໃນປ່າມາ

ອອກຜະນວດ - ຈົນໄດ້ຕຣັສຮູ້ ໕໙

ເຮົາກໍຮີບລັດເລາະຈາກປ່ານີ້ໄປປ່າພຸ້ນ ຈາກປ່າຕຶບນີ້ໄປປ່າຕຶບພຸ້ນ ຈາກຫຼຸບນີ້ໄປສູ່ຫຼຸບນັ້ນ ຈາກດອນນີ້ສູ່ດອນນັ້ນ ດ້ວຍຫວັງວ່າຄົນພວກນັ້ນຢ່າເຫັນເຮົາເລີຍ ແລະເຮົາກໍຢ່າໄດ້ເຫັນຊົນພວກນັ້ນ. ສາຣີບຸຕ ! ນີ້ແລ ເປັນວັຕໃນຄວາມເປັນຜູ້ງຽບສະງັດທົ່ວຂອງເຮົາ.

ສາຣີບຸຕ ! ເຮົານັ້ນ ງົວເຫຼົ່າໃດອອກຈາກຄອກ ຫາຄົນລ້ຽງບໍມີ, ເຮົາກໍຄານ ເຂົ້າໄປໃນທີ່ບ່ອນນັ້ນ ຖືເອົາຂີ້ງົວຂອງລູກງົວນ້ອຍໆ ທີ່ຍັງດື່ມນົມແມ່ເປັນອາຫາຣ. ສາຣີບຸຕ ! ມູຕແລະກຣີດ (ປັດສາວະແລະອຸດຈາຣະ) ຂອງຕົນເອງ ຍັງບໍ່ໝົດພຽງໃດ ເຮົາກໍຖື ມູຕແລະກຣີດ ນັ້ນເປັນອາຫາຣຕະຫຼອດກາລພຽງນັ້ນ. ດູຣາສາຣີບຸຕ ! ນີ້ແລ ເປັນວັຕໃນ ມະຫາວິກະຕະໂພຊະນະວັຕ ຂອງເຮົາ.

ສາຣີບຸຕ ! ເຮົາແລເຂົ້າໄປສູ່ດົງແຫ່ງປ່າໜ້າຫວັ່ນກົວ ແຫ່ງໃດແຫ່ງໜຶ່ງແລ້ວແລຢູ່. ເພາະດົງແຫ່ງປ່ານັ້ນ ສ້າງຊຶ່ງຄວາມຢ້ານເປັນເຫດ ຜູ້ທີ່ມີສັນດານຍັງບໍ່ປາສະຈາກຣາຄະ ເຂົ້າໄປສູ່ດົງປ່ານັ້ນແລ້ວ ຂົນຍ່ອມລຸກຕັ້ງຊັນໂດຍສ່ວນຫຼາຍ. ສາຣີບຸຕ ! ເຮົານັ້ນ ໃນຣາຕີທັງຫຼາຍອັນມີໃນລະດູໜາວລະຫວ່າງແປດວັນ ເປັນສະໄໝທີ່ຕົກແຫ່ງຫິມະອັນເຍືອກເຢັນ ກາງຄືນເຮົາຢູ່ທີ່ກາງແຈ້ງ ກາງເວັນເຮົາຢູ່ໃນດົງແຫ່ງປ່າ. ສາຣີບຸຕ ! ຄາຖາໜ້າເສົ້າ ນີ້ ອັນເຮົາບໍ່ເຄີຍຟັງມາແຕ່ກ່ອນ ມາແຈ່ມແຈ້ງແກ່ເຮົາວ່າ :-

“ເຮົານັ້ນແຫ້ງ (ຮ້ອນ) ແລ້ວຜູ້ດຽວ, ປຽກແລ້ວຜູ້ດຽວ, ຢູ່ໃນປ່າ

ໜ້າຫວັ່ນກົວແຕ່ຜູ້ດຽວ, ເປັນຜູ້ມີກາຍອັນເປືອຍເປົ່າ ບໍ່ຝິງໄຟ,

ເປັນມຸນີຂົນຂວາຍ ເສາະສະແຫວງຫາຄວາມບໍຣິສຸດ”. ດັ່ງນີ້.

ສາຣີບຸຕ ! ເຮົານັ້ນນອນໃນປ່າຊ້າ ທັບກະດູກແຫ່ງຊາກສົບທັງຫຼາຍ ຝູງເດັກ ນ້ອຍລ້ຽງງົວເຂົ້າມາໃກ້ເຮົາ ໂຫ່ຮ້ອງໃສ່ຫູເຮົາແດ່ ຖ່າຍເບົາຮວດແດ່ ດຶກຝຸ່ນໃສ່ແດ່ ເອົາໄມ້ແຫຼມໆແທງຊ່ອງຫູແດ່. ສາຣີບຸຕ ! ເຮົາບໍ່ຮູ້ສຶກເຊິ່ງຈິຕ ອັນເປັນບາບ ຕໍ່ເດັກນ້ອຍລ້ຽງງົວທັງຫຼາຍເຫຼົ່ານັ້ນ ແມ່ນແຕ່ດ້ວຍການປ່ອຍຄວາມຄິດນຶກໃຫ້ເກີດຂຶ້ນ. ສາຣີບຸຕ ! ນີ້ເປັນ ວັຕໃນການຢູ່ອຸເປກຂາ ຂອງເຮົາ.

໖໐ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ