ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ບໍ່ຮັບອາຫາຣຂອງຜູ້ຍິງມີຄັນ ບໍ່ຮັບອາຫາຣຂອງຍິງກໍາລັງໃຫ້ບຸຕດື່ມນົມຢູ່ ບໍ່ຮັບອາຫາຣຂອງຍິງຜູ້ໄປໃນລະຫວ່າງແຫ່ງບຸຣຸດ ບໍ່ຮັບອາຫາຣໃນບ່ອນທີີ່ມະນຸສຊັກຊວນຮ່ວມກັນເຮັດ ບໍ່ຮັບອາຫາຣໃນບ່ອນທີ່ມີໝາເຂົ້າໄປຢືນເຝົ້າຢູ່ ບໍ່ຮັບອາຫາຣໃນບ່ອນ ທີ່ເຫັນແມງວັນບິນໄປເປັນໝູ່ໆ ບໍ່ຮັບປາ ບໍ່ຮັບຊີ້ນ ບໍ່ຮັບສຸຣາ ບໍ່ຮັບເມຣັຍ ບໍ່ດື່ມນໍ້າອັນດອງດ້ວຍແກບ ເຮົາຮັບເຮືອນດຽວສັນຄໍາດຽວແດ່ ຮັບສອງເຮືອນສັນສອງຄໍາແດ່ ຮັບສາມເຮືອນສັນສາມຄໍາແດ່...ໆ... ຮັບເຈັດເຮືອນສັນເຈັດຄໍາແດ່, ເຮົາລ້ຽງຮ່າງກາຍດ້ວຍອາຫາຣໃນພາຊະນະນ້ອຍໆ ພາຊະນະດຽວແດ່ ລ້ຽງຮ່າງກາຍດ້ວຍອາຫາຣໃນພາຊະນະນ້ອຍໆ ສອງພາຊະນະແດ່...ໆ... ລ້ຽງຮ່າງກາຍດ້ວຍອາຫາຣໃນພາຊະນະນ້ອຍໆ ເຈັດພາຊະນະແດ່ ເຮົາສັນອາຫາຣທີ່ເກັບໄວ້ວັນດຽວແດ່ ສັນອາຫາຣທີ່ເກັບໄວ້ສອງວັນແດ່...ໆ.. ສັນອາຫາຣທີ່ເກັບໄວ້ເຈັດວັນແດ່, ເຮົາປະກອບຄວາມພຽນໃນພັຕແລະໂພຊະນະ ມີປະຣິຍາຍເຊັ່ນນີ້ ຈົນເຖິງເຄິ່ງເດືອນດ້ວຍອາການດັ່ງນີ້. ເຮົານັ້ນມີຜັກເປັນພັກສາແດ່ ມີສານແຫ່ງຫຍ້າກັບແກ້ເປັນພັກສາແດ່ ມີເມັດເດືອຍເປັນພັກສາແດ່ ມີເປືອກໄມ້ເປັນພັກສາແດ່ ມີສາລ່າຍເປັນພັກສາແດ່ ມີຮໍາເຂົ້າເປັນພັກສາແດ່ ມີເຂົ້າຕັງເປັນພັກສາແດ່ ມີເຂົ້າສານຫັກເປັນພັກສາແດ່ ມີຫຍ້າເປັນພັກສາແດ່ ມີໂຄມັຍ (ຂີ້ງົວ) ເປັນພັກສາແດ່ ມີໝາກໄມ້ແລະຮາກໄມ້ໃນປ່າເປັນອາຫານແດ່ ບໍຣິໂພກໝາກໄມ້ອັນເປັນໄປ (ຫຼົ່ນເອງ) ຍັງຊີວິຕໃຫ້ເປັນໄປແດ່. ເຮົານັ້ນນຸ່ງຫົ່ມດ້ວຍຜ້າປ່ານແດ່ ນຸ່ງຫົ່ມຜ້າເຈືອປົນກັນແດ່ ນຸ່ງຫົ່ມຜ້າທີ່ເຂົາຖິ້ມໄວ້ກັບຊາກສົບແດ່ ນຸ່ງຫົ່ມຜ້າຍ່ອງໃສ່ຝຸ່ນແດ່ ນຸ່ງຫົ່ມເປືອກໄມ້ແດ່ ນຸ່ງຫົ່ມໜັງອະຊິນະແດ່ ນຸ່ງຫົ່ມໜັງອະຊິນະທັງເລັບແດ່ ນຸ່ງຫົ່ມແຜ່ນຫຍ້າຄາສາງແດ່ ນຸ່ງຫົ່ມແຜ່ນປໍສາງແດ່ ນຸ່ງຫົ່ມແຜ່ນກະດານສາງແດ່ ນຸ່ງຫົ່ມຜ້າກໍາພົນຜົມຄົນແດ່ ນຸ່ງຫົ່ມຜ້າກໍາພົນທໍດ້ວຍຂົນຫາງສັຕແດ່ ນຸ່ງຫົ່ມປີກນົກເຄົ້າແດ່ (ສັບນີ້ແປກທີ່ບໍ່ມີຄໍາວ່າກໍາພົນ) ເຮົາຕັດຜົມແລະໜວດ ປະກອບຕາມຊຶ່ງຄວາມພຽນໃນການຕັດຜົມແລະໜວດ, ເຮົາເປັນຜູ້ຢືນກະຢ່ອງ ຫ້າມເສຍຊຶ່ງການນັ່ງ, ເປັນຜູ້ຍ່າງກະຢ່ອງ ປະກອບຕາມຊຶ່ງຄວາມພຽນໃນການຍ່າງກະຢ່ອງແດ່, ເຮົາປະກອບການຢືນ ການຍ່າງເທິງໜາມ ສໍາເລັດການນອນເທິງທີ່ນອນສ້າງດ້ວຍໜາມ,
໕໘ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ເຮົາປະກອບຕາມຊຶ່ງຄວາມພຽນໃນການລົງສູ່ນໍ້າ ເວລາແລງເປັນຄັ້ງທີສາມແດ່. ເຮົາປະກອບຕາມຊຶ່ງຄວາມພຽນດ້ວຍການເຮັດ (ກິເລສໃນ) ກາຍໃຫ້ເຫືອດແຫ້ງ ດ້ວຍວິທີຕ່າງໆ ເຊັ່ນນີ້ ດ້ວຍອາການດັ່ງນີ້. ສາຣີບຸຕ ! ນີ້ແລເປັນວັຕເພື່ອຄວາມເປັນຜູ້ມີຕະບະ ຂອງເຮົາ.
ສາຣີບຸຕ ! ໃນວັຕສີ່ຢ່າງນັ້ນ ນີ້ເປັນ ລູຂະວັຕ (ວັຕໃນການເສົ້າໝອງ) ຂອງເຮົາ ຄື ທຸລີຕິດເກີ້ມແລ້ວທີ່ກາຍ ໝົດປີສ່ວນຫຼາຍເກີດເປັນສະເກັດຂຶ້ນ. ສາຣີບຸຕ ! ປຽບເໝືອນຕໍຕະໂກ ຫຼາຍປີມີສະເກັດຂຶ້ນແລ້ວ ເຊັ່ນໃດກໍເຊັ່ນນັ້ນ ທຸລີຕິດເກີ້ມແລ້ວທີ່ກາຍ ໝົດປີເປັນສ່ວນໃຫຍ່ຈົນເກີດເປັນສະເກັດຂຶ້ນ. ສາຣີບຸຕ ! ຄວາມຄິດນຶກວ່າ ໂອໜໍ ເຮົາຄວນລູບທຸລີນີ້ອອກດ້ວຍຝ່າມືເຖີ້ນ ດັ່ງນີ້ ບໍ່ມີແກ່ເຮົາ, ແມ່ນແຕ່ຄວາມຄິດນຶກວ່າ ກໍຫຼືຊົນເຫຼົ່າອື່ນຍ່ອມລູບທຸລີອອກເສຍ ດ້ວຍຝ່າມືເຖີ້ນ ດັ່ງນີ້ ກໍບໍ່ໄດ້ມີແກ່ເຮົາ. ສາຣີບຸຕ ! ນີ້ແລ ເປັນວັຕໃນຄວາມເປັນຜູ້ເສົ້າໝອງຂອງເຮົາ.
ສາຣີບຸຕ ! ໃນວັຕສີ່ຢ່າງນັ້ນ ນີ້ເປັນ ເຊຄຸຈສິວັຕ (ວັຕໃນຄວາມເປັນຜູ້ລັງກຽດ) ຂອງເຮົາ ຄື ດູຣາສາຣີບຸຕ ! ເຮົານັ້ນມີສະຕິກ້າວຂາໄປ ມີສະຕິກ້າວຂາກັບ ໂດຍອາການເທົ່າທີ່ຄວາມເອັນດູອ່ອນໂຍນຂອງເຮົາ ຍ່ອມບັງເກີດຂຶ້ນ ແມ່ນແຕ່ໃນຢາດແຫ່ງນໍ້າ ວ່າເຮົາຢ່າເຮັດສັຕນ້ອຍໆທັງຫຼາຍ ທີ່ມີຄະຕິບໍ່ສະເໝີກັນໃຫ້ລໍາບາກເລີຍ. ສາຣີບຸຕ ! ນີ້ແລ ເປັນວັຕໃນຄວາມເປັນຜູ້ໜ້າລັງກຽດຂອງເຮົາ.








