ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
...ມາຄັນທິຢະ ! ຄັ້ງເມື່ອເຮົາຍັງເປັນຄະຣືຫັດ ປະກອບການຄອງເຮືຶອນໄດ້ອີ່ມ ພ້ອມໄປດ້ວຍກາມະຄຸນທັງຫ້າ ໃຫ້ເຂົາກ່ອມລ້ຽງຕົນດ້ວຍຮູບທີ່ເຫັນໄດ້ດ້ວຍຕາ, ດ້ວຍສຽງທີ່ຟັງໄດ້ດ້ວຍຫູ, ດ້ວຍກິ່ນທີ່ດົມໄດ້ດ້ວຍດັງ, ດ້ວຍຣົສທີ່ຊີມໄດ້ດ້ວຍລີ້ນ, ດ້ວຍໂຜດຖັບພະທີ່ສັມຜັສໄດ້ດ້ວຍກາຍ ລ້ວນແຕ່ເປັນສິ່ງທີ່ສັຕຢາກໄດ້ ຮັກໃຄ່ພໍໃຈ ຍົວະຍວນໃຈ ເຂົ້າໄປຕັ້ງໄວ້ຊຶ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຣາຄະ.
ມາຄັນທິຢະ ! ຜາສາດຂອງເຮົານັ້ນ ມີແລ້ວ ໓ ແຫ່ງ ຜາສາດໜຶ່ງເປັນທີ່ຢູ່ໃນລະດູຝົນ, ຜາສາດໜຶ່ງເປັນທີ່ຢູ່ໃນລະດູໜາວ, ຜາສາດໜຶ່ງສໍາລັບລະດູຮ້ອນ. ມາຄັນທິຢະ ! ເຮົາໃຫ້ເຂົາຖະໜອມກ່ອມລຽງຢູ່ດ້ວຍດົນຕຣີ ລ້ວນແຕ່ສະຕຣີ ບໍ່ມີບຸຣຸດປະປົນ ໃນຜາສາດເປັນທີ່ຢູ່ໃນລະດູຝົນສີ່ເດືອນ ບໍ່ລົງຈາກຜາສາດ. ຄັນຜ່ານກາຍໄປເຖິງສະໄໝອືື່ນ ມາຫຼິງເຫັນ ເຫດເປັນທີ່ບັງເກີດ, ແລະ ຄວາມທີ່ຕັ້ງຢູ່ບໍ່ໄດ້, ແລະ ສະເໜ່ດຶງດູດໃຈ, ແລະ ໂທດອັນຕໍ່າຊາມ, ແລະ ອຸບາຍເປັນເຄື່ອງອອກໄປໃຫ້ພົ້ນ ແຫ່ງກາມ ທ. ຕາມເປັນຈິງ,
໑. ບາລີ ມາຄັນທິຢະສູຕ ປະຣິບພາຊະກະວັກຄະ ມ. ມ. ໑໓/໒໗໔/໒໘໑. ຄັ້ງໜຶ່ງປະທັບຢູ່ທີ່ນິຄົມກັມມາສະທັມມະ
ໃນໝູ່ຊົນຊາວກຸຣຸ ພັກຢູ່ກັບພຣາມພາຣະທະວາຊະໂຄຕ ທີ່ໂຮງບູຊາໄຟ ມີເຄື່ອງປູລ້ວນໄປດ້ວຍຫຍ້າ.
ມາຄັນທິຢະປະຣິບພາຊົກ ໝູ່ຂອງພາຣະທະວາຊະພຣາມໄດ້ມາຢ້ຽມຢາມ ໃນທີ່ສຸດໄດ້ເຝົ້າພຣະຜູ້ມີພຣະພາຄ
ເມື່ອໄດ້ຕຣັດຄວາມທີ່ພຣະອົງທໍາລາຍຄວາມຍິນດີໃນ ຮູບ ສຽງ ກິ່ນ ຣົສ ໂຜດຖັບພະ ໃຫ້ປະຣິບພາຊົກ
ນັ້ນເຫຼື້ອມໃສແລ້ວ ໄດ້ຕຣັດເລົ່າພຣະປະວັດຕອນນີ້ ເພື່ອສະແດງຄວາມທີ່ໄດ້ເຄີຍສະເຫວີຍກາມະສຸຂ
ມາແລ້ວຢ່າງມາກລົ້ນ ແລະຄວາມຮູ້ສຶກເປີດໜ່າຍກາມ.
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໔໓
ຈຶ່ງລະຄວາມຢາກໃນກາມເສຍ ບັນເທົາຄວາມເດືອດຮ້ອນເພາະກາມ ປາສະຈາກຄວາມກະຫາຍໃນກາມ ມີຈິຕສະງົບຢູ່ພາຍໃນ. ເຮົານັ້ນ ເຫັນສັຕເຫຼົ່າອື່ນ ຍັງບໍ່ປາສະຈາກຄວາມກໍາໜັດໃນກາມ ຖືກຕັນຫາໃນກາມຄ້ຽວກິນຢູ່ ຖືກຄວາມກະວົນ ກະວາຍໃນກາມ ສຸມເຜົາເອົາຢູ່ ແຕ່ກໍຍັງຂືນເສບກາມ, ເຮົາບໍ່ໄດ້ທະເຍີທະຍານຕາມສັຕເຫຼົ່ານັ້ນ ບໍ່ຍິນດີໃນການເສບກາມນັ້ນເລີຍ. ຂໍ້ນັ້ນເພາະເຫດໃດ ? ມາຄັນ ທິຢະ ! ເພາະວ່າຄົນເຮົາ ເຖິງແມ່ນຍິນດີດ້ວຍຄວາມຍິນດີ ທີ່ປາສະຈາກກາມ ຫຼືປາສະຈາກອະກຸສົລແລ້ວ໑ ກໍຍັງຈັດເປັນສັຕທີ່ຕໍ່າຊາມຢູ່, ເຮົາຈຶ່ງບໍ່ທະເຍີທະຍານຕາມສັຕເຫຼົ່ານັ້ນ ຂືນເສບກາມອີກເລີຍ.
ມາຄັນທິຢະ ! ຄະຫະບໍດີຫຼືບຸຕຄະຫະບໍດີຜູ້ຮັ່ງມີ ມີຊັບສົມບັດຫຼາຍ ພຽບພ້ອມດ້ວຍກາມະຄຸນຫ້າ ໃຫ້ເຂົາຖະໜອມກ່ອມລ້ຽງຕົນດ້ວຍຮູບ, ສຽງ, ກິ່ນ, ຣົສ ແລະໂຜດຖັບພະ ອັນສັຕປາຖນາຮັກໃຄ່ພໍໃຈ ຍົວະຍວນ, ເຂົ້າໄປຕັ້ງຢູ່ດ້ວຍຄວາມໃຄ່ ເປັນທີ່ຕັ້ງແຫ່ງຣາຄະ. ຖ້າຫາກເຂົານັ້ນ ປະພຶດສຸຈະຣິຕດ້ວຍກາຍ-ວາຈາ-ໃຈ ເບື້ອງໜ້າແຕ່ກາຍແຕກຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ເປັນສະຫາຍກັບເຫຼົ່າເທບໃນດາວະດຶງ ເທພະບຸຕນັ້ນ ມີນາງອັບປະສອນ ແວດລ້ອມຢູ່ໃນນັນທະວັນ ອີ່ມເອີບພຽບພ້ອມດ້ວຍກາມ ໃຫ້ນາງອັບປະສອນ ບໍາເລີຕົນດ້ວຍກາມະຄຸນຫ້າ ອັນເປັນທິບໃນດາວະດຶງນັ້ນ. ເທພະບຸຕນັ້ນຫາກໄດ້ເຫັນຄະຫະບໍດີ ຫຼືບຸຕຂອງຄະຫະບໍດີ (ໃນມະນຸສໂລກນີ້) ອີ່ມເອີບພຽບພ້ອມດ້ວຍກາມ ໃຫ້ເຂົາບໍາເລີຕົນດ້ວຍກາມຢູ່. ມາຄັນທິຢະ ! ທ່ານຈະເຂົ້າໃຈວ່າແນວໃດ, ເທພະບຸຕນັ້ນ ຈະທະເຍີທະຍານຕໍ່ກາມະຄຸນ ຂອງຄະຫະບໍດີ ຫຼືບຸຕຂອງຄະຫະບໍດີນັ້ນແດ່ບໍ ຫຼືຈະວຽນມາເພື່ອກາມອັນເປັນຂອງມະນຸສ ນີ້ບໍ ?
ພຣະໂຄດົມ ! ຫາບໍ່ໄດ້ເລີຍ ເພາະວ່າກາມທີ່ເປັນທິບ ໜ້າຮັກ ໜ້າໃຄ່ກວ່າ ປານີຕກວ່າ ກວ່າກາມຂອງມະນຸສ.
໑. ເຊັ່ນຍິນດີໃນຮູບຊານ ອັນຈັດເປັນພາວະຕັນຫາເປັນຕົ້ນ.
໔໔ ພຸດທະປະວັດຈາກພຣະໂອຖະ - ພາກ ໑
ທົງຫຼົງກາມແລະຫຼຸດພົ້ນຈາກກາມ ໑








