ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ດູຣາມະຫານາມະ ! ຄັ້ງກ່ອນແຕ່ການຕຣັສຮູ້ ເມືຶ່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ແມ່ນວ່າເປັນຜູ້ມີສະຕິລະນຶກໄດ້ວ່າ ກາມທັງຫຼາຍມີຣົສທີ່ໜ້າຍິນດີໜ້ອຍມີທຸກຂ໌ຫຼາຍ, ມີຄວາມຄັບແຄ້ນຫຼາຍ, ໂທດອັນແຮງຮ້າຍ ມີຢູ່ໃນກາມນັ້ນຢ່່າງຍິ່ງ ກໍດີ ແຕ່ເຮົາຍັງບໍ່ໄດ້ບັນລຸສຸຂອັນເກີດແຕ່ປີຕິ ຫຼືທັມອື່ນທີ່ສະງົບຍິ່ງໄປກວ່າປີຕິສຸຂນັ້ນ, ນອກຈາກໄດ້ສະເຫວີຍແຕ່ກາມ ແລະອະກຸສົລທັມຢ່າງດຽວ ; ເຮົາຈຶ່ງເປັນຜູ້ ໝູນກັບຈາກກາມບໍ່ໄດ້, ບໍ່ຮູ້ຢ່າງແຈ່ມແຈ້ງໃນກາມທັງຫຼາຍ ຢູ່ພຽງນັ້ນ.

ດູຣາມະຫານາມະ ! ເມື່ອໃດເປັນອັນວ່າເຮົາໄດ້ເຫັນຂໍ້ນີ້ຢ່າງດີ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງວ່າ “ກາມທັງຫຼາຍ ມີຣົສທີ່ໜ້າຍິນດີໜ້ອຍ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ, ໂທດອັນແຮງຮ້າຍມີຢູ່ໃນກາມນັ້ນຢ່່າງຍິ່ງ” ແລ້ວ ; ....ເມື່ອ ນັ້ນເຮົາກໍເປັນຜູ້ບໍ່ໝູນກັບມາສູ່ກາມທັງຫຼາຍ ຮູ້ຈັກກາມທັງຫຼາຍຢ່າງແຈ່ມແຈ້ງໄດ້.

ຄວາມຮູ້ສຶກ ທີ່ເຖິງກັບເຮັດໃຫ້ອອກຜະນວດ ໒

ພິກຂຸ ທ. ! ໃນໂລກນີ້ ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ຕຣັສຮູ້ ຍັງເປັນໂພທິສັຕຢູ່ ຕົນເອງມີຄວາມເກີດເປັນທໍາມະດາຢູ່ແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມເກີດເປັນທໍາມະດາຢູ່ນັ້ນເອງ, ຕົນເອງມີຄວາມແກ່ເປັນທໍາມະດາຢູ່ແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມແກ່ເປັນທໍາມະດາຢູ່ນັ້ນເອງ, ຕົນເອງມີຄວາມເຈັບໄຂ້ເປັນທໍາມະດາຢູ່ແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມເຈັບໄຂ້ເປັນທໍາມະດາຢູ່ນັ້ນເອງ, ຕົນເອງມີຄວາມຕາຍ ເປັນທໍາມະດາຢູ່ແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມຕາຍເປັນທໍາມະດາຢູ່ນັ້ນເອງ,

໑. ບາລີ ຈູລະທຸກະຄັກຂັນທະສູຕ ສີຫະນາຖະວັກຄະ ມູ. ມ. ໑໒/໑໘໐/໒໑໑. ຕຣັດແກ່ທ້າວມະຫານາມະ

ທີ່ນິໂຄຣທາຣາມ ເມືອງກະບິລະພັດ.

໒. ບາລີ ປາສະຣາສິສູຕ ໂອປັມມະວັກຄະ ມູ. ມ. ໑໒/໓໑໖/໓໑໖. ຕຣັດແກ່ພິກຂຸ ທ. ທີ່ອາສົມຂອງ

ຣັມມະກະພຣາມ ໃກ້ເມືອງສາວັຕຖີ.

ການເກີດແຫ່ງວົງສາກະຢະ - ອອກຜະນວດ ໔໕

ຕົນເອງມີຄວາມໂສກ ເປັນທໍາມະດາຢູ່ແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມໂສກເປັນທໍາມະດາຢູ່ນັ້ນເອງ, ຕົນເອງມີຄວາມເສົ້າໝອງໂດຍຮອບດ້ານ ເປັນທໍາມະດາຢູ່ແລ້ວ ກໍຍັງມົວຫຼົງສະແຫວງຫາ ສິ່ງທີ່ມີຄວາມເສົ້າໝອງໂດຍຮອບດ້ານເປັນທໍາມະດາຢູ່ນັ້ນເອງອີກ.

ພິກຂຸ ທ. ! ກໍອັນໃດໜໍ ເປັນສິ່ງທີ່ມີຄວາມເກີດ (ເປັນຕົ້ນ) ໆລໆ ມີຄວາມເສົ້າໝອງໂດຍຮອບດ້ານ (ເປັນທີ່ສຸດ) ເປັນທໍາມະດາ ?

ພິກຂຸ ທ. ! ບຸຕແລະພັນຣະຍາ ມີຄວາມເກີດເປັນທໍາມະດາ ໆລໆ ມີຄວາມເສົ້າໝອງໂດຍຮອບດ້ານເປັນທໍາມະດາ. ທາສຍິງທາສຊາຍ ມີຄວາມເກີດເປັນທັມມະດາ ໆລໆ ຄວາມເສົ້າໝອງໂດຍຮອບດ້ານເປັນທໍາມະດາ. ແບ້ ແກະ ມີຄວາມເກີດເປັນທໍາມະດາ ໆລໆ ຄວາມເສົ້າໝອງໂດຍຮອບດ້ານເປັນທໍາມະດາ. ໄກ່ ໝູ ມີຄວາມເກີດເປັນທໍາມະດາ ໆລໆ ຄວາມເສົ້າໝອງໂດຍຮອບດ້ານເປັນທໍາມະດາ. ຊ້າງ ງົວ ມ້າ ລາ ມີຄວາມເກີດເປັນທໍາມະດາ ໆລໆ ຄວາມເສົ້າໝອງໂດຍຮອບດ້ານເປັນທໍາມະດາ. ຄໍາແລະເງິນ ເປັນສິ່ງທີ່ມີຄວາມເກີດເປັນທໍາມະດາ ໆລໆ ຄວາມເສົ້າໝອງໂດຍຮອບດ້ານເປັນທັມມະດາ. ສິ່ງທີ່ມະນຸສເຂົ້າໄປເທີດທູນ ເຫຼົ່ານີ້ແລ ທີ່ຊື່ວ່າເປັນສິ່ງທີ່ມີຄວາມເກີດເປັນທໍາມະດາ ໆລໆ ມີຄວາມເສົ້າໝອງໂດຍຮອບດ້ານເປັນທໍາມະດາ ຊຶ່ງຄົນໃນໂລກນີ້ພາກັນຈົມຕິດຢູ່ ພາກັນມົວເມົາຢູ່ ພາກັນສະຢົບຢູ່ ໃນສິ່ງເຫຼົ່ານີ້ ຈຶ່ງເຮັດໃຫ້ຕົນເອງທີ່ມີຄວາມເກີດເປັນທໍາມະດາ ໆລໆ ມີຄວາມເສົ້າໝອງໂດຍຮອບດ້ານເປັນທໍາມະດາຢູ່ເອງແລ້ວ ກໍຍັງມົວຫຼົງສະແຫວງຫາສິ່ງທີ່ມີຄວາມເກີດເປັນທໍາມະດາ ໆລໆ ທີ່ມີຄວາມເສົ້າ ໝອງໂດຍຮອບດ້ານເປັນທໍາມະດາ ຢູ່ນັ້ນເອງອີກ.໑

໑. ການຈໍາແນກວ່າອັນໃດແດ່ ເປັນສິ່ງທີ່ມີຄວາມເກີດເປັນທັມມະດານີ້ ຢູ່ກ່ອນຕຣັດປາຣົບພຣະອົງເອງ ແຕ່

ໃນບ່ອນນີ້ຮຽງໄວ້ຕາມຫຼັງເພື່ອເຂົ້າໃຈງ່າຍ. ຂອງເດີມກໍຢູ່ຕິດກັນເຊັ່ນນີ້. ສໍາລັບໃນສະໄໝພຸດທະກາລ

ທົງຈໍາແນກສິ່ງທີ່ຄົນໃນໂລກພາກັນເທີດທູນໄວ້ເຊັ່ນນີ້. ແຕ່ສໍາລັບສະໄໝນີ້ຈະຈໍາແນກເປັນອັນໃດໄດ້ແດ່

ນັ້ນ ຜູ້ອ່ານທຸກຄົນນຶກເອົາໄດ້ເອງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ