ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ບໍ່ຕ້ອງຮ້ອງໄຫ້ນໍ້າຕາອາບໜ້າດ້ວຍ ເຮັດວຽກງານໄປດ້ວຍ. ຜູ້ໃດປາຖນາຈະເຮັດ ກໍເຮັດ, ບໍ່ປາຖນາກໍບໍ່ຕ້ອງເຮັດ, ປາຖນາເຮັດສິ່ງໃດ ກໍເຮັດສະເພາະສິ່ງນັ້ນ, ບໍ່ປາຖນາເຮັດສິ່ງໃດ ກໍບໍ່ຕ້ອງເຮັດສິ່ງນັ້ນ. ຍັນນັ້ນ ສໍາເລັດໄປແລ້ວດ້ວຍ ເນີຍໃສ ນໍ້າມັນ ເນີຍຂຸ້ນ ນົມສົ້ມ ນໍ້າເຜິ້ງ ນໍ້າອ້ອຍ. ໆລໆ.
ພຣາມ ! ເຮົາຮູ້ແຈ່ມແຈ້ງຢູ່ເຊິ່ງໝູ່ຊົນເຫຼົ່ນນັ້ນໆ ຜູ້ບູຊາຍັນດັ່ງນີ້ແລ້ວ ພາຍຫຼັງແຕ່ການຕາຍເພາະກາຍແຕກ ຍ່ອມບັງເກີດ ນະ ສຸຄະຕິໂລກສະຫວັນ. ພຣາມ ! ໃນສະມັຍນັ້ນ ເຮົາເປັນພຣາມຜູ້ປຸໂຣຫິຕ ຜູ້ສັ່ງງານບູຊາຍັນຂອງພຣະເຈົ້າມະຫາ ວິຊິຕະຣາຊນັ້ນ.
ຄັ້ງມີພຣະຊາດເປັນພຣະເຈົ້າມະຄະເທວະຣາຊ ໑
ອານົນທ໌ ! ຄວາມຄິດອາດມີແກ່ເຈົ້າວ່າ ‘ຜູ້ອື່ນຕ່າງຫາກທີ່ເປັນພຣະເຈົ້າມະຄະເທວະຣາຊໃນສະມັຍນັ້ນ.’ ອານົນທ໌ ! ເຈົ້າບໍ່ຄວນເຫັນເຊັ່ນນັ້ນ, ເຮົານີ້ເອງໄດ້ເປັນພຣະເຈົ້າມະຄະເທວະຣາຊແລ້ວ ໃນສະມັຍນັ້ນ....
ອານົນທ໌ ! ເລື່ອງເດິກດໍາບັນທີ່ເມືອງມິິຖິລານີ້ ມີພຣະຣາຊານາມວ່າ ພຣະເຈົ້າມະຄະເທວະ ເປັນທັມມະຣາຊາຜູ້ຕັ້ງຢູ່ໃນທັມ ປະພຶດຣາຊະທັມ ໃນພຣາມແລະຄະຫະບໍດີ ທັງໃນເມືອງຫຼວງແລະຊົນນະບົດ, ຍ່ອມເຂົ້າຢູ່ອຸໂປສົດໃນວັນທີ ໑໔ ຫຼື ໑໕ ແລະວັນທີ ໘ ຄໍ່າແຫ່ງປັກ. ພຣະເຈົ້າມະຄະເທວະນັ້ນເອີ້ນຊ່າງຕັດຜົມມາແລ້ວສັ່ງວ່າ ‘ສະຫາຍ ! ທ່ານເຫັນຜົມຫງອກເກີດຂຶ້ນທີ່ຫົວເຮົາເມື່ອໃດ ກໍຈົ່ງບອກເຮົາເມື່ອນັ້ນ’.
໑. ບາລີ ມະຄະເທວະສູຕ ມ. ມ. ໑໓/໔໑໕/໔໕໓. ຕຣັດແກ່ພຣະອານົນທ໌ ທີ່ມະຄະເທວັມພະວັນ
ໃກ້ເມືອງມິຖິລາ.
ການບໍາເພັນປາຣະມີໃນອະດີຕຕະຊາດ ໕໙໗
ອານົນທ໌ ! ຜ່ານກາຍນັບດ້ວຍຫຼາຍຟ້າຫຼ້າປີເປັນຢ່າງຍິ່ງ ຊ່າງຕັດຜົມນັ້ນໄດ້ເຫັນຜົມຫງອກແລ້ວຂາບທູນໃຫ້ທົງຊາບ. ພຣະເຈົ້າມະຄະເທວະຮັບສັ່ງໃຫ້ຖອນ ຜົມຫງອກດ້ວຍແໜບ ແລ້ວວາງໃສ່ຝ່າພຣະຫັດໃຫ້ທົງທອດພຣະເນດ. ຄັນທອດ ພຣະເນດເຫັນແລ້ວ ພຣະຣາຊະທານບ້ານຊ່ວຍ ເປັນບໍາເນັດແກ່ຊ່າງຕັດຜົມນັ້ນ. ຮັບສັ່ງໃຫ້ຫາພຣະຣາຊະບຸຕອົງໃຫຍ່ມາເຝົ້າແລ້ວຕຣັດວ່າ ‘ນີ້ພໍ່ກຸມາຣ ! ເທວະທູຕປາກົດແກ່ເຮົາແລ້ວ : ຜົມຫງອກເກີດທີ່ເທິງຫົວແລ້ວ. ກາມອັນເປັນວິໄສຂອງມະນຸສ ເຮົາໄດ້ບໍຣິໂພກຈົບສິ້ນແລ້ວ ບັດນີ້ເຖິງສະໄໝອັນຄວນເພື່ອການສະແຫວງກາມອັນເປັນທິບສືບຕໍ່ໄປ. ມາເທາະພໍ່ຜູ້ກຸມາຣ ! ເຈົ້າຈົ່ງຄອງຕໍາແໜ່ງ ພຣະຣາຊານີ້. ສ່ວນເຮົາຈະໂກນຜົມແລະໜວດ ນຸ່ງຫົ່ມຜ້າຍ້ອມຝາດ ອອກບວດຈາກເຮືອນບໍ່ກ່ຽວຂ້ອງດ້ວຍເຮືອນໄປ. ອັນໜຶ່ງ ຖ້າເຈົ້າເຫັນຜົມຫງອກເກີດຂຶ້ນທີ່ຫົວຂອງເຈົ້າເມື່ອໃດ, ເມື່ອນັ້ນຈົ່ງປະທານບ້ານຊ່ວຍ ເປັນບໍາເນັດແກ່ຊ່າງຕັດຜົມແລ້ວ ຊີ້ແຈງມອບໝາຍ ຕໍາແໜ່ງພຣະຣາຊາແກ່ຣາຊະບຸຕອົງຄ໌ໃຫຍ່ໃຫ້ດີ, ແລ້ວຈົ່ງໂກນຜົມແລະໜວດ ຄອງຜ້າຍ້ອມຝາດອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນໄປເຖີ້ນ. ເຈົ້າຈົ່ງປະພຶດຕາມກັນລະຍານະວັຕອັນນີ້ ຕາມທີ່ເຮົາໄດ້ບັນຍັດໄວ້ແລ້ວ, ເຈົ້າຢ່າເປັນບຸຣຸສຄົນສຸດທ້າຍຂອງເຮົາ. ກັນລະຍານະວັຕອັນນີ້ ຂາດຕອນລົງໃນຍຸກຂອງຜູ້ໃດ ຜູ້ນັ້ນຊື່ວ່າເປັນຄົນສຸດທ້າຍ ແຫ່ງບຸຣຸສທັງຫຼາຍ ຜູ້ປະພຶດຕາມກັນລະຍານະວັຕຂອງເຮົາ. ນີ້ພໍ່ຜູ້ກຸມາຣ ! ເຮົາຂໍກ່າວເຖິງວັຕນັ້ນ ກັບເຈົ້າໃນບັດນີ້ ດັ່ງນີ້ວ່າ ເຈົ້າຈົ່ງປະພຶດຕາມກັນລະຍານະວັຕນີ້ ຕາມທີ່ເຮົາໄດ້ບັນຍັດໄວ້ແລ້ວ ຂໍເຈົ້າຈົ່ງຢ່າເປັນບຸຣຸສຄົນສຸດທ້າຍຂອງເຮົາເລີຍ’.
ອານົນທ໌ ! ຄັນພຣະເຈົ້າມະຄະເທວະ ປະທານບ້ານຊ່ວຍແກ່ຊ່າງຕັດຜົມ ມອບໝາຍຣາຊະສົມບັດແກ່ພຣະຣາຊະບຸຕອົງຄ໌ໃຫຍ່ ເປັນຢ່າງດີແລ້ວ ກໍໂກນຜົມແລະໜວດ ຄອງຜ້າຍ້ອມຝາດ ບວດແລ້ວຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນ ໃນປ່າມະຄະເທວັມພະວັນນີ້ເອງ. ລາວຜູ້ບວດແລ້ວນັ້ນ ແພ່ຄວາມຮູ້ສຶກດ້ວຍຈິຕອັນປະກອບດ້ວຍເມຕຕາ ໄປຍັງທິສທີໜຶ່ງ, ແລະທິສທີສອງ
໕໙໘ ພຸດທະປະວັດຈາກພຣະໂອຖະ - ພາກ ໖








