ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ທີສາມ ທີສີ່ ໂດຍອາການເຊັ່ນດຽວກັນ. ດ້ວຍເຫດນີ້ເປັນອັນວ່າ ລາວມີຈິຕປະກອບດ້ວຍເມຕຕາຢ່າງໄພບູນ ຍອດຢ້ຽມ ຫາທີ່ປຽບປານບໍ່ໄດ້ ປາສະຈາກເວຣ ແລະພະຍາບາດ ແພ່ໄປທົ່ວໂລກທັງປວງ ເພາະແພ່ທົ່ວໄປທັງໃນເບື້ອງເທິງ ເບື້ອງຕໍ່າ ແລະເບື້ອງຂວາງໂດຍຮອບ. ລາວນັ້ນ ມີຈິຕປະກອບດ້ວຍກະຣຸນາ ....ມຸທິຕາ ....ອຸເປກຂາ ໆລໆ ແພ່ໄປທົ່ວໂລກທັງປວງ ເພາະແພ່ທົ່ວໄປທັງໃນເບື້ອງເທິງ ເບື້ອງຕໍ່າ ແລະເບື້ອງຂວາງໂດຍຮອບ ແລ້ວແລຢູ່ແລ້ວ. ....ລາວບວດແລ້ວປະພຶດພຣົມມະຈັນ ຢູ່ໃນປ່າມະຄະເທວັມພະວັນນີ້ເອງ. ຄັນຝຶກພຣົມມະວິຫາຣທັມທັງສີ່ໃຫ້ຈະເຣີນແລ້ວ ກໍເຂົ້າເຖິງພຣົມມະໂລກ ພາຍຫຼັງຈາກການຕາຍ ເພາະການທໍາລາຍແຫ່ງກາຍ. ... ໆລໆ ...
ອານົນທ໌ ! ເຮົາແລ ໄດ້ເປັນພຣະເຈົ້າມະຄະເທວະແລ້ວໃນສະມັຍນັ້ນ. ອະນຸຊົນທີ່ເກີດໃນພາຍຫຼັງ ໄດ້ປະພຶດຕາມກັນລະຍານະວັຕ ທີ່ເຮົາຕັ້ງໄວ້ແລ້ວ ແຕ່ວ່າ ກັນລະຍານະວັຕນັ້ນຈະເປັນໄປພ້ອມເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບສະນິດ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິິບພານ ກໍຫາກບໍ່ແມ່ນ ; ແຕ່ເປັນໄປພຽງເພື່ອເຂົ້າເຖິງພຣົມມະໂລກເທົ່ານັ້ນ.
ອານົນທ໌ ! ກໍແຕ່ວ່າ ກັນລະຍານະວັຕທີ່ເຮົາບັນຍັດໄວ້ແລ້ວໃນກາລນີ້ແລ ຍ່ອມເປັນໄປພ້ອມເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບສະນິດ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະ ນິິບພານໄດ້ໂດຍຝ່າຍດຽວ. ກັນລະຍານະວັຕນັ້ນຄື ອະຣິຍະມັຄມີອົງຄ໌ແປດ ໄດ້ແກ່ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການດໍາຣົງຊີບຖືກຕ້ອງ ຄວາມພາກພຽກຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ, ດັ່ງນີ້.
ການບໍາເພັນປາຣະມີໃນອະດີຕຕະຊາດ ໕໙໙
ຄັ້ງມີພຣະຊາດເປັນມະຫາໂຄວິນທະພຣາມ ໑
ປັນຈະສິຂະ ! ເຮົາຄົງຍັງລະລຶກໄດ້ຢູ່, ໃນສະມັຍນັ້ນ ເຮົາໄດ້ເປັນພຣາມຊື່ວ່າ ມະຫາໂຄວິນທ໌ ເຮົາໄດ້ສະແດງທາງປະຕິບັດ ເພື່ອການເຂົ້າຢູ່ຮ່ວມກັບພວກ ພຣົມທັງຫຼາຍ ແກ່ສາວົກທັງຫຼາຍເຫຼົ່ານັ້ນ. ແຕ່ພຣົມມະຈັນນັ້ນ ຫາກໄດ້ເປັນໄປເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ ຄວາມດັບສະນິດ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິິບພານກໍບໍ່ແມ່ນ, ແຕ່ເປັນໄປພຽງເພື່ອເຂົ້າເຖິງພຣົມມະໂລກເທົ່ານັ້ນ.
(ການສະແດງທາງປະຕິບັດແກ່ສາວົກ ຂອງມະຫາໂຄວິນທະພຣາມນັ້ນ ຊາບໄດ້ຈາກຄໍາ ຂອງປັນຈະສິຂະຄັນທັບພະບຸຕຕອນໜຶ່ງ ດັ່ງຕໍ່ໄປນີ້ : “ມະຫາໂຄວິນທະພຣາມ ມີຈິຕປະກອບ ດ້ວຍເມຕຕາ ແພ່ໄປຍັງທິສ ທີໜຶ່ງ, ແລະທິສທີສອງ ທີສາມ ທີສີ່ ໂດຍອາການດັ່ງດຽວກັນ. ດ້ວຍເຫດນີ້ເປັນອັນວ່າ ມະຫາໂຄວິນທະພຣາມ ມີຈິຕປະກອບດ້ວຍເມຕຕາຢ່າງໄພບູນຍອດຢ້ຽມ ຫາທີ່ປຽບປານບໍ່ໄດ້ ປາສະຈາກເວຣ ແລະພະຍາບາດ ແພ່ໄປທົ່ວໂລກທັງປວງ ເພາະແພ່ທົ່ວໄປທັງໃນເບື້ອງເທິງ ເບື້ອງຕໍ່າ ແລະເບື້ອງຂວາງໂດຍຮອບ. ມະຫາໂຄວິນທະພຣາມມີຈິຕປະກອບດ້ວຍກະຣຸນາ....ມຸທິຕາ....ອຸເປກຂາ ໆລໆ ແພ່ໄປທົ່ວໂລກທັງປວງ ເພາະແພ່ທົ່ວໄປທັງໃນເບື້ອງເທິງ ເບື້ອງຕໍ່າ ແລະເບື້ອງຂວາງໂດຍຮອບ, ແລ້ວແລະຊີ້ທາງເພື່ອເຂົ້າຢູ່ຮ່ວມກັບຊາວພຣົມມະໂລກ ແກ່ພວກສາວົກທັງຫຼາຍດ້ວຍ”.
ປັນຈະສິຂະ ! ກໍແຕ່ວ່າ ພຣົມມະຈັນຂອງເຮົາໃນບັດນີ້ແລ ຍ່ອມເປັນໄປພ້ອມເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບສະນິດ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິິບພານ ໄດ້ໂດຍຝ່າຍດຽວ. ພຣົມມະຈັນນັ້ນຄື ອະຣິຍະມັຄມີອົງຄ໌ແປດ ໄດ້ແກ່ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການດໍາຣົງຊີບຖືກຕ້ອງ ຄວາມພາກພຽກຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ, ດັ່ງນີ້.
໑. ບາລີ ມະຫາໂຄວິນທະສູຕ ມຫາ. ທີ. ໑໐/໒໘໕/໒໓໔. ຕຣັດແກ່ປັນຈະສິຂະຄັນທັບພະບຸຕ
ທີ່ພູເຂົາຄິຊຊະກູດ ໃກ້ເມືອງຣາຊະຄຶ.
໖໐໐ ພຸດທະປະວັດຈາກພຣະໂອຖະ - ພາກ ໖
ຄັ້ງມີພຣະຊາດເປັນຣະຖະກາຣະ ຊ່າງເຮັດລົດ ໑








