ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພຣາມ ! ເລື່ອງມີແລ້ວໃນກາລກ່ອນ, ພຣະເຈົ້ມະຫາວິຊິຕະຣາຊ ເປັນຣາຊາ ຜູ້ຮັ່ງມີ ມີຊັບສົມບັດຫຼາຍ ມີຄໍາແລະເງິນເຫຼືອເຟືອ ມີອຸປະກອນຂອງຫາຊັບເຫຼືອເຟືອ ມີຊັບແລະເຂົ້າເປືອກເຫຼືອເຟືອ ມີເລົ້າສາງເຕັມລົ້ນ. ວັນໜຶ່ງປະທັບຢູ່ ນະ ບ່ອນທີ່ງຽບສະງົບ ເກີດພຣະດໍາຣິວ່າ “ເຮົາໄດ້ສະເຫວີຍມະນຸສສົມບັດອັນໄພບູນ ຄອບຄອງ ປະຖະພີມົນທົນອັນໃຫຍ່ຍິ່ງ ຖ້າຈັ່ງໃດ ເຮົາຄວນບູຊາມະຫາຍັນ ອັນຈະເປັນ ປະໂຍຊນ໌ເກື້ອກູນ ແລະຄວາມສຸຂແກ່ເຮົາຊົ່ວກາລະນານ”. ຮັບສັ່ງໃຫ້ຫາພຣາມ ປຸໂຣຫິຕມາບອກພຣະດໍາຣິນີ້ແລ້ວ ຂໍໃຫ້ບອກສອນວິທີການບູຊາຍັນ.
ພຣາມ ! ປຸໂຣຫິຕໄດ້ທູນສະນອງພຣະດໍາຣັດນັ້ນວ່າ “ເຂດແຄວ້ນຂອງພຣະອົງຄ໌ຍັງມີສ້ຽນໜາມຫຼັກຕໍ ການປຸ້ນຂ້າໃນໝູ່ບ້ານກໍຍັງປາກົດ ການປຸ້ນຂ້າໃນເມືອງກໍຍັງປາກົດ ການປຸ້ນຂ້າໃນນະຄອນກໍຍັງປາກົດ ການຍາດແຍ້ງຕາມລະຍະຫົນທາງກໍຍັງປາກົດ ແລະຖ້າພຣະອົງຄ໌ຈະໃຫ້ເລີກເກັບສ່ວຍ ໃນຂະນະທີ່ເຂດແຄວ້ນເຕັມໄປດ້ວຍສ້ຽນໜາມຫຼັກຕໍເຊັ່ນນີ້ ກໍຈະໄດ້ຊື່ວ່າເຮັດກິດທີ່ບໍ່ຄວນເຮັດ. ອີກປະການໜຶ່ງ ພຣະອົງຄ໌ອາດທົງພຣະດໍາຣິວ່າ ເຮົາຈະຖອນຫຼັກຕໍ ຄືໂຈຣຜູ້ຮ້າຍເສຍໄດ້ດ້ວຍການປະຫານ ການຈັບກຸມ ການຢຶດ ການປະຈານ ຫຼືການເນຣະເທດ ດັ່ງນີ້ ຂໍ້ນີ້ກໍບໍ່ຊື່ວ່າເປັນການກໍາຈັດໄດ້ຮາບຄາບດ້ວຍດີ ເພາະຜູ້ທີ່ຍັງເຫຼືອຈາກການຖືກປະຫານ ກໍຍັງມີ ຊົນພວກນີ້ຈະບຽດບຽນຊົນນະບົດຂອງພຣະອົງຄ໌ໃນພາຍຫຼັງ. ແຕ່ວ່າມີອຸບາຍທີ່ຈະຖອນຫຼັກຕໍເຫຼົ່ານັ້ນ ໃຫ້ຮາບຄາບດ້ວຍດີໄດ້ ຄື ຊົນເຫຼົ່າໃດບາກບັ່ນ ລ້ຽງງົວເພື່ອກະສິກັມ ພຣະອົງຄ໌ຈົ່ງປະທານພືດພັນເຂົ້າແກ່ຊົນເຫຼົ່ານັ້ນ
໑. ບາລີ ກູຕະທັນຕະສູຕ ສີ. ທີ. ໙/໑໗໑/໒໐໕. ຕຣັດແກ່ກູຕະທັນຕະພຣາມ ທີ່ຣາຊະອຸທະຍານ
ອັມພະລັຕຖິກາ ບ້ານຂານຸມັຕ ແຄວ້ນມະຄົດ.
໒. ສະເພາະເນື້ອຄວາມຕອນນີ້ ຢູ່ທີ່ໜ້າ ໑໘໕ ແຖວທີ ໒໓໐.
ການບໍາເພັນປາຣະມີໃນອະດີຕຕະຊາດ ໕໙໕
ຊົນເຫຼົ່າໃດບາກບັ່ນໃນວານິດຊະກັມ ພຣະອົງຄ໌ຈົ່ງປະທານເງິນທຶນເພີ່ມໃຫ້ຊົນເຫຼົ່ານັ້ນ. ຊົນເຫຼົ່າໃດເປັນຂ້າຣາຊະການ ຂໍພຣະອົງຄ໌ຈົ່ງປະທານເບ້ຍລ້ຽງແກ່ຊົນພວກນັ້ນ. ມະນຸສເຫຼົ່ານັ້ນຕ່າງຄົນຈະຂົນຂວາຍໃນການງານຂອງຕົນ ບໍ່ບຽດບຽນເຂດແຄວ້ນຂອງພຣະອົງຄ໌ ແລະພຣະຄັງຫຼວງກໍຈະເພີ່ມພູນມາກຫຼາຍ. ເຂດແຄວ້ນຈະຕັ້ງຢູ່ດ້ວຍຄວາມກະເສີມ ປາສະຈາກສ້ຽນໜາມຫຼັກຕໍ. ພວກມະນຸສຈະເບີກບານບັນເທີງ ນອນໂຈມບຸຕໃຫ້ເຕັ້ນຟ້ອນຢູ່ເທິງເອິກ ແມ່ນວ່າຈະບໍ່ອັດປະຕູເຮືອນໃນເວລາຄໍ່າຄືນ ກໍເປັນສຸຂຢູ່ໄດ້.” ໆລໆ...
ພຣາມ ! ຄັນຊົນນະບົດນັ້ນສະງົບຈາກສ້ຽນໜາມຫຼັກຕໍແລ້ວ ປຸໂຣຫິຕຈຶ່ງຂາບທູນວິທີແຫ່ງມະຫາຍັນ (ອັນປະກອບດ້ວຍບໍຣິິຂາຣສິບຫົກ ຄືໄດ້ຮັບຄວາມຍິນຍອມເຫັນພ້ອມຈາກກະສັດເມືອງຂຶ້ນ ຈາກອາມາດບໍຣິສັດ ຈາກພຣາມມະຫາສານ ແລະຈາກຄະຫະບໍດີມະຫາສານ ນີ້ຈັດເປັນບໍຣິຂາຣສີ່, ພຣະເຈົ້າມະຫາວິຊິຕະຣາຊປະກອບດ້ວຍອົງຄ໌ຄຸນ ໘ ມີພຣະຊາດອັນດີ ມີພຣະໂສມສະງ່າງາມເປັນຕົ້ນ ນີ້ເປັນບໍຣິຂາຣອີກແປດ ; ແລະປຸໂຣຫິຕປະກອບດ້ວຍອົງຄ໌ຄຸນ ໔ ມີຄວາມເປັນຜູ້ມີຊາດບໍຣິສຸດ ແລະຈົບເວດເປັນຕົ້ນ ນີ້ເປັນບໍຣິຂາຣອີກສີ່ ລວມເປັນສິບຫົກ ; ແລະຂາບທູນປະການສາມແຫ່ງຍັນ ຄືຜູ້ບູຊາຕ້ອງບໍ່ເກີດວິບປະຕິສານ ດ້ວຍຄວາມຂີ້ຖີ່ ທັງໃນຂະນະຈະບູຊາ ບູຊາຢູ່ ແລະບູຊາຈົບແລ້ວ ; ແລ້ວຂາບທູນເຫດບໍ່ຄວນວິບປະຕິສານ ເພາະປະຕິຄາຫົກຜູ້ມາຮັບທານ ໑໐ ຈໍາພວກ ເຊັ່ນເປັນຄົນເສບປານາຕິບາຕ ອະທິນນາທານ ໆລໆ ....ເປັນຕົ້ນ, ເພື່ອບໍ່ໃຫ້ເກີດເສຍພຣະທັຍວ່າຄົນຊົ່ວໆມາຮັບທານ.)໑ ....ໆລໆ....
ພຣາມ ! ໃນກາລບູຊາຍັນນັ້ນ ງົວ ແບ້ ແກະ ໄກ່ ໝູ ບໍ່ໄດ້ຖືກຂ້າ ສັຕອື່ນໆກໍບໍ່ຕ້ອງໄດ້ຮັບຄວາມວິບັດພັດພາກ ຕົ້ນໄມ້ກໍບໍ່ຖືກຕັດມາເພື່ອຫຼັກຍັນ, ເຊື້ອໄຟກໍບໍ່ຖືກກ່ຽວຕັດມາເພື່ອການບຽດບຽນສັຕໃດໃຫ້ລໍາບາກ. ພວກທີ່ເປັນທາສ ເປັນຄົນໃຊ້ ແລະກັມມະກອນ ກໍບໍ່ຕ້ອງຖືກຄຸກຄາມດ້ວຍອາຊະຍາ ແລະຄວາມຢ້ານ,
໑. ຜູ້ປາຖນາຢາກຮູ້ລາຍລະອຽດ ເປີດເບິ່ງທີ່ມາ. ບາລີ ກູຕະທັນຕະສູຕ ສີ. ທີ. ໙/໑໗໓/໒໐໗.
໕໙໖ ພຸດທະປະວັດຈາກພຣະໂອຖະ - ພາກ ໖








