ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
“ໝູ່ຄະຕິກາຣະ ! ນີ້ຈະເອົາເປັນເອົາຕາຍກັນຊັ້ນຫວາ !”
“ເອົາເປັນເອົາຕາຍກັນພຸ້ນແລ້ວ, ໝູ່ໂຊຕິປາລະ ! ເພາະການເຫັນພຣະສັມມາສັມພຸດທະເຈົ້າ ເປັນການດີແທ້ໆ”.
“ໝູ່ຄະຕິກາຣະ ! ຖ້າເຊັ່ນນັ້ນ ກໍຈົ່ງປ່ອຍ ເຮົາຈະໄປນໍາກັນລະ”.
ອານົນທ໌ ! ລໍາດັບນັ້ນ ຄະຕິກາຣະແລະໂຊຕິປາລະມານົບ ໄດ້ເຂົ້າໄປເຝົ້າ ພຣະຜູ້ມີພຣະພາຄກັດສະປະ ເຖິງບ່ອນປະທັບ. ຄະຕິກາຣະຜູ້ດຽວ ຖວາຍອະພິວາດແລ້ວນັ່ງຢູ່ ນະ ທີ່ຄວນ ; ສ່ວນໂຊຕິປາລະມານົບ ໄດ້ເຮັດຄວາມຄຸນເຄີຍຊື່ນຊົມກັບພຣະຜູ້ມີພຣະພາຄເຈົ້າກັດສະປະ ນັ່ງຢູ່ແລ້ວ. ຄະຕິກາຣະໄດ້ທູນພຣະຜູ້ມີພຣະພາຄເຈົ້າກັດສະປະວ່າ “ພຣະອົງຄ໌ຜູ້ຈະເຣີນ ! ນີ້ຄືໂຊຕິປາລະມານົບສະຫາຍຮັກຂອງຂ້ານ້ອຍ, ຂໍພຣະຜູ້ມີພຣະພາຄເຈົ້າ ຈົ່ງທົງສະແດງທັມແກ່ເຂົາເຖີ້ນ”.
ອານົນທ໌ ! ພຣະຜູ້ມີພຣະພາຄກັດສະປະ ໄດ້ເຮັດໃຫ້ຄະຕິກາຣະແລະໂຊຕິປາລະ ເຫັນຈິງ, ຖືເອົາ, ອາດຫານແລະເບີກບານເປັນຢ່າງດີ ດ້ວຍທັມມິກະຖາແລ້ວ. ທັງສອງຄົນເພີດເພີນປາໂມຊຕໍ່ພາສິຕຂອງພຣະອົງຄ໌, ບັນເທີງຈິຕ ລຸກຈາກອາສະນະ ຖວາຍອະພິວາດ ປະກອບທັກຂິນາ ແລ້ວຈຶ່ງຫຼີກໄປ.
ອານົນທ໌ ! ລໍາດັບນັ້ນ ໂຊຕິປາລະມານົບໄດ້ກ່າວຖາມກັບຄະຕິກາຣະວ່າ “ໝູ່ຄະຕິກາຣະ ! ໂຕກໍຟັງທັມນີ້ຢູ່ ເປັນຫຍັງຈຶ່ງຍັງບໍ່ບວດອອກຈາກເຮືອນ ເປັນຜູ້ບໍ່ຫວັງປະໂຍຊນ໌ດ້ວຍເຮືອນໜໍ ?”
ໂຕບໍ່ເຫັນບໍ ໝູ່ໂຊຕິປາລະ ! ເຮົາຕ້ອງລ້ຽງມານດາບິດາຜູ້ແກ່ເຖົ້າແລະຕາບອດຢູ່.
ໝູ່ຄະຕິກາຣະ ! ຖ້າເຊັ່ນນັ້ນ ເຮົາຈະບວດອອກຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນລະ.
ການບໍາເພັນປາຣະມີໃນອະດີຕຕະຊາດ ໕໙໑
ອານົນທ໌ ! ຄັ້ງນັ້ນເຂົາເຈົ້າທັງສອງໄດ້ເຂົ້າໄປເຝົ້າ ພຣະຜູ້ມີພຣະພາຄກັດສະປະອີກ. ຄະຕິກາຣະຂາບທູນວ່າ ພຣະອົງຄ໌ຜູ້ຈະເຣີນ ! ໂຊຕິປາລະສະຫາຍຮັກຂອງຂ້ານ້ອຍນີ້ແລ ປະສົງຈະບວດ. ຂໍພຣະອົງຄ໌ຈົ່ງໃຫ້ເຂົາບວດເຖີ້ນ.
ອານົນທ໌ ! ໂຊຕິປາລະມານົບ ໄດ້ບັນພະຊາແລະອຸປະສົມບົດໃນສໍານັກແຫ່ງພຣະຜູ້ມີພຣະພາຄກັດສະປະແລ້ວ. ປະມານເຄິ່ງເດືອນ ພຣະຜູ້ມີພຣະພາຄກັດສະປະ ກໍສະເດັດຈາຣິກໄປຍັງເມືອງພາຣານະສີ. ....ໆລໆ....
ອານົນທ໌ ! ຄວາມຄິດອາດມີແກ່ເຈົ້າວ່າ ‘ຜູ້ອື່ນຕ່າງຫາກ ທີ່ເປັນໂຊຕິປາລະມານົບໃນສະໄໝນັ້ນ’. ອານົນທ໌ ! ເຈົ້າບໍ່ຄວນເຫັນດັ່ງນັ້ນ, ເຮົານີ້ເອງ ເປັນໂຊຕິປາລະມານົບແລ້ວ ໃນສະໄໝນັ້ນ.
ຄັ້ງມີພຣະຊາດເປັນພຣະເຈົ້າມະຫາສຸທັດ ໑
ໃນກາລໃດ, ເຮົາເປັນພຣະເຈົ້າແຜ່ນດິນໃນນະຄອນຊື່ກຸສາວະດີ ມີນາມວ່າມະຫາສຸທັດຜູ້ເປັນຈັກກະພັດມີກໍາລັງຫຼາຍ. ໃນກາລນັ້ນ ເຮົາຈັດໃຫ້ມີການປ່າວຮ້ອງໃນບ່ອນທົ່ວໄປ ວັນລະສາມຄັ້ງ. ‘ຜູ້ໃດປາຖນາອັນໃດ ໃຜປະສົງສິ່ງໃດ ໃຜຄວນໄດ້ຊັບເຊັ່ນໃດ, ຜູ້ໃດຫິວ ໃຜກະວົນກະວາຍ, ໃຜຕ້ອງການມາລາ ໃຜຕ້ອງການເຄື່ອງລູບທາ. ຜ້າຍ້ອມແລ້ວດ້ວຍສີຕ່າງໆກັນ ຜູ້ໃດໄຮ້ຜ້າຈົ່ງນຸ່ງຫົ່ມ. ໃຜຈະເດີນທາງຈົ່ງເອົາຄັນຮົ່ມໄປ, ເອົາເກີບງາມໆນິ້ມໆໄປ’.
ເຮົາໃຫ້ປ່າວຮ້ອງເຊັ່ນນີ້ ທັງເຊົ້າແລະແລງທຸກໆແຫ່ງ. ຊັບທີ່ຕຽມໄວ້ສໍາລັບຍາຈົກ ບໍ່ແມ່ນສິບແຫ່ງ ຫຼືຮ້ອຍແຫ່ງ ແຕ່ຕັ້ງຫຼາຍຮ້ອຍແຫ່ງ. ຈະເປັນກາງເວັນຫຼືກາງຄືນກໍຕາມ ຖ້າຍາຈົກມາເມື່ອໃດ ເປັນຕ້ອງໄດ້ສິ່ງຂອງຕາມທີ່ເຂົາປາຖນາເຕັມມືກັບໄປສະເໝີ.
໑. ບາລີ ມຫາສຸທັສສະນະຈະຣິຢາ ຈຣິຢາ. ຂຸ. ໓໓/໕໕໔/໔.
໕໙໒ ພຸດທະປະວັດຈາກພຣະໂອຖະ - ພາກ ໖
ເຮົາໃຫ້ທານອັນໃຫຍ່ຫຼວງເຊັ່ນນີ້ ຈົນຕະຫຼອດຊີວິຕ ແລະແມ່ນວ່າຈະໃຫ້ທານດ້ວຍຊັບສ່ວນທີ່ເຮົາລັງກຽດບໍ່ມັກ ກໍບໍ່ແມ່ນ ການສະສົມຊັບຈະມີໃນເຮົາກໍຫາກບໍ່ແມ່ນ.
ຜູ້ປ່ວຍກະເສືອກກະສົນ ໃຝ່ຈະພົ້ນໄປຈາກໂຣຄາ ໃຫ້ຂວັນເຂົ້າແກ່ໝໍ ຈົນເປັນທີ່ພໍໃຈແລ້ວ ຍ່ອມຫາຍຈາກໂຣຄາໄດ້ເຊັ່ນໃດ ເຮົາກໍເຊັ່ນນັ້ນ ເຮົາມຸ່ງແຕ່ຈະເຮັດໃຫ້ເຕັມປ່ຽມ, ໃຫ້ທານແກ່ຍາຈົກ ກໍເພື່ອເຮັດໃຈທີ່ຍັງບົກພ່ອງຢູ່ໃຫ້ເຕັມ, ບໍ່ອາໄລໃນຊັບ ບໍ່ເກາະກ່ຽວໃນຊັບ ກໍເພື່ອການບັນລຸເຖິງໂດຍລໍາດັບ ເຊິ່ງປັນຍາອັນເປັນເຄື່ອງຮູ້ພ້ອມ.








