ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໑ ອານົນທ໌ ! ຄວາມຄິດອາດມີແດ່ເຈົ້າວ່າ ‘ຜູ້ອື່ນຕ່າງຫາກ ທີ່ເປັນພຣະເຈົ້າມະຫາສຸທັດໃນສະໄໝນັ້ນ’. ອານົນທ໌ ! ເຈົ້າບໍ່ຄວນເຫັນເຊັ່ນນັ້ນ, ເຮົານີ້ເອງເປັນ ພຣະເຈົ້າມະຫາສຸທັດແລ້ວໃນສະໄໝນັ້ນ. ນະຄອນຈໍານວນແປດໝື່ນສີ່ພັນ ມີຣາຊະ ທານີກຸສາວະດີເປັນປະມຸກຂ໌ ເຫຼົ່ານັ້ນຂອງເຮົາ. ໒ປະສາດແປດໝື່ນສີ່ພັນ ມີປະສາດ ຊື່ທັມມະປະສາດເປັນປະມຸກຂ໌ ເຫຼົ່ານັ້ນຂອງເຮົາ. ເຮືອນຍອດຈໍານວນແປດໝື່ສີ່ພັນ ມີເຮືອນຍອດຊື່ມະຫາວິຢູຫະເປັນປະມຸກຂ໌ ເຫຼົ່ານັ້ນເປັນຂອງເຮົາ. ບັນລັງຈໍານວນແປດໝື່ນສີ່ພັນ ເຮັດດ້ວຍທອງຄໍາ ເຮັດດ້ວຍເງິນ ເຮັດດ້ວຍແກ້ວລາຍ ໂບກທາດ້ວຍຂົນຈຽມ ປູດ້ວຍພຣົມຂົນສັຕ ໆລໆ ເຫຼົ່ານັ້ນເປັນຂອງເຮົາ. ຊ້າງຈໍານວນແປດໝື່ນສີ່ພັນປະດັບດ້ວຍເຄື່ອງຄໍາ ໆລໆ ມີພະຍາຊ້າງຕະກູລອຸໂປສົຖ ເປັນປະມຸກຂ໌ ເຫຼົ່ານັ້ນເປັນຂອງເຮົາ. ມ້າຈໍານວນແປດໝື່ນສີ່ພັນ ປະດັບດ້ວຍເຄື່ອງຄໍາ ໆລໆ ມີພະຍາມ້າຕະກູນວະລາຫົກເປັນປະມຸກຂ໌ ເຫຼົ່ານັ້ນເປັນຂອງເຮົາ.

໑. ບາລີ ມຫາສຸທັສສະນະສູຕ ມຫາ. ທີ. ໑໐/໒໒໕/໑໘໕. ຕຣັດແກ່ພຣະອານົນທ໌ທີ່ປ່າສາລະ ໃກ້ນະຄອນ

ກຸສິນາຣາ, ອັນເປັນບ່ອນທີ່ພຣະອານົນທ໌ທູນວ່າ ເປັນເມືອງນ້ອຍເມືອງປ່າ ບໍ່ຄວນປະຣິນິບພານ.

໒. ຄໍາວ່າແປດໝື່ນສີ່ພັນ ເປັນສໍານວນພາສາບາລີທີ່ໃຊ້ກັບຂອງທີ່ຫຼາຍທີ່ສຸດ ທີ່ຄົນເຮົາຍົກຍ້ອງກັນ.

ການບໍາເພັນປາຣະມີໃນອະດີຕຕະຊາດ ໕໙໓

ລົດຈໍານວນແປດໝື່ນສີ່ພັນ ຫຸ້ມອ້ອມດ້ວຍໜັງຣາຊະສີ ໜັງເສືອໂຄ່ງ ໆລໆ ມີເວຊະ ຍັນຕະຣະຖະເປັນປະມຸກຂ໌ ເຫຼົ່ານັ້ນເປັນຂອງເຮົາ. ມະນີແປດໝື່ນສີ່ພັນ ມີແກ້ວມະນີ ຣັຕຕະນະເປັນປະມຸກຂ໌ ເຫຼົ່ານັ້ນເປັນຂອງເຮົາ. ຍິງແປດໝື່ນສີ່ພັນນາງ ມີນາງ ສຸພັດທາເທວີເປັນປະມຸກຂ໌ ເຫຼົ່ານັ້ນເປັນຂອງເຮົາ. ຄະຫະບໍດີແປດໝື່ນສີ່ພັນ ມີຄະຫະປະຕິຣັຕຕະນະເປັນປະມຸກຂ໌ ເຫຼົ່ານັ້ນເປັນຂອງເຮົາ. ກະສັດແປດໝື່ນສີ່ພັນ ຜູ້ຄອຍແວດລ້ອມປະດັບກຽດ ມີປະຣິນາຍົກຣັຕຕະນະເປັນປະມຸກຂ໌ ເຫຼົ່ານັ້ນເປັນຂອງເຮົາ. ງົວນົມແປດໝື່ນສີ່ພັນ ກໍາລັງມີນົມໄຫຼຮັບຮອງໄດ້ ເຫຼົ່ານັ້ນເປັນຂອງເຮົາ. ຜ້າແປດໝື່ນສີ່ພັນໂກດ ຄືຜ້າປ່ານອັນລະອຽດອ່ອນ ຜ້າຝ້າຍອັນລະອຽດອ່ອນ ໆລໆ ເຫຼົ່ານັ້ນເປັນຂອງເຮົາ. ຖາດຕົກແຕ່ງອາຫາຣແປດໝື່ນສີ່ພັນ ອັນຄົນເຊີນເຄື່ອງເຊີນທັງເຊົ້າແລະແລງ ເຫຼົ່ານັ້ນເປັນຂອງເຮົາ. ( ຂໍ້ຄວາມຕໍ່ຈາກນີ້ໄປ ມີການກ່າວລະບຸສິ່ງທີ່ເລີດພຽງສິ່ງດຽວ ໂຕດຽວ ຫຼັງດຽວ ນະຄອນດຽວ ....ໆລໆ.... ຖາດດຽວ ທີ່ທົງບໍຣິໂພຄໃຊ້ສອຍຢູ່ເປັນປະຈໍາ ໃນບັນດາແຕ່ລະສິ່ງເຊິ່ງມີຢູ່ ເປັນຈໍານວນເຖິງແປດໝື່ນສີ່ພັນ. ລາຍລະອຽດມີຢູ່ຫຼາຍເກີນໄປ ຈຶ່ງບໍ່ຍົກເອົາມາໃສ່ໄວ້ໃນບ່ອນນີ້ຕາມໂຕອັກສອນທີ່ມີຢູ່).

ອານົນທ໌ ! ຈົ່ງເບິ່ງເຖີ້ນ, ສິ່ງທັງຫຼາຍເຫຼົ່ານັ້ນ ທັງໝົດໄດ້ຜ່ານກາຍໄປແລ້ວ ດັບຫາຍໄປແລ້ວ ແປປ່ຽນໄປໝົດແລ້ວ. ອານົນທ໌ ! ສັງຂາຣທັງຫຼາຍ ເປັນຂອງບໍ່ທ່ຽງເຊັ່ນນີ້ເອງ ເປັນຂອງບໍ່ຢັ້ງຢືນ ເຊັ່ນນີ້ເອງ ເປັນຂອງບໍ່ມີເຈົ້າຂອງເຊັ່ນນີ້ເອງ.

ອານົນທ໌ ! ພຽງເທົ່ານີ້ ກໍພໍແລ້ວ, ພໍເພື່ອຈະເບື່ອໜ່າຍໃນສັງຂາຣທັງຫຼາຍ, ພໍເພື່ອຄາຍກໍາໜັດ, ພໍເພື່ອຫຼຸດພົ້ນໄປຈາກ (ນີ້). ອານົນທ໌ ! ເຮົາຮູ້ຂຸມຝັງຂອງເຮົາ ເຂົາຝັງສະຣີຣະຂອງເຮົາໄວ້ ນະ ບ່ອນນີ້, ການປະຖິ້ມຮ່າງກາຍເທິງແຜ່ນດິນຄັ້ງນີ້ ເປັນຄັ້ງທີ ໗ ຂອງເຮົາ ໃນຊາດທີ່ເປັນພຣະຣາຊາຊັ້ນຈັກກະພັດ.

໕໙໔ ພຸດທະປະວັດຈາກພຣະໂອຖະ - ພາກ ໖

ຄັ້ງມີພຣະຊາດເປັນປຸໂຣຫິຕ ສອນການບູຊາຍັນ ໑

ພຣາມ ! ໃນສະໄໝນັ້ນ ເຮົາເປັນພຣາມຜູ້ປຸໂຣຫິຕ ຜູ້ສັ່ງງານບູຊາຍັນຂອງພຣະເຈົ້າມະຫາວິຊິຕະຣາຊ.໒

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ