ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ສ່ວນເທວະດາເຫຼົ່າໃດ ປາສະຈາກຣາຄະແລ້ວ, ເທວະດາ ທ. ເຫຼົ່ານັ້ນ ມີສະຕິ ສັມປະຊັນຍະ ອົດກັ້ນດ້ວຍຮູ້ສຶກວ່າ “ສັງຂາຣທັງຫຼາຍ ບໍ່ທ່ຽງ, ຂໍ້ທີ່ຈະໃຫ້ໄດ້ຕາມໃຈຫວັງໃນເລື່ອງນີ້ນັ້ນ ສັຕຈະໄດ້ມາແຕ່ໃສໜໍ” ດັ່ງນີ້. (ຕໍ່ຈາກນີ້ ພຣະອານົນທ໌ທູນເຖິງ ເມື່ອບໍ່ມີພຣະອົງຄ໌ແລ້ວ ສາວົກກໍບໍ່ໄດ້ພົບເຫັນກັນເໝືອນດັ່ງບັດນີ້, ທົງສະແດງສະຖານທີ່ສີ່ແຫ່ງ ຄື ບ່ອນປະສູດ, ຕຣັສຮູ້, ສະແດງທັມມະຈັກ, ແລະນິບພານ ວ່າເປັນບ່ອນທີ່ຄວນເຫັນ ແລະພົບພໍ້ກັນຂອງພຸດທະບໍຣິສັດ ດັ່ງທີ່ປາກົດຢູ່ໃນເລື່ອງສຸດທ້າຍຂອງພາກນີ້. ຕໍ່ຈາກນັ້ນ ຕຣັດເລື່ອງການປະຕິບັດໃນສະຕຣີ ຄື ການບໍ່ພົບເຫັນດ້ວຍ, ຖ້າຕ້ອງພົບເຫັນກໍບໍ່ເວົ້ານໍາ, ຖ້າຕ້ອງເວົ້າ ຈົ່ງມີສະຕິ, ຕໍ່ຈາກນັ້ນ ພຣະອານົນທ໌ໄດ້ທູນຖາມເຖິງການຈັດພຣະສົບ).

ອານົນທ໌ ! ພວກເຈົ້າຢ່າຂົນຂວາຍ ເພື່ອຈັດການບູຊາສະຣີຣະຂອງຕະຖາຄົຕເລີຍ, ຈົ່ງສືບຕໍ່ ຈົ່ງພະຍາຍາມ ໃນປະໂຍຊນ໌ຂອງຕົນ (ຄືການຕັ້ງໜ້າປະຕິບັດ) ເຖີ້ນ, ຈົ່ງຢ່າປະມາດ ຈົ່ງມີຄວາມພຽນ ກໍານົດຢູ່ໃນປະໂຍຊນ໌ຂອງຕົນເຖີ້ນ ອານົນທ໌ ! ກະສັດ, ພຣາມ, ຫຼືຄະຫະບໍດີ ຜູ້ເຫຼື້ອມໃສຢ່າງຍິ່ງໃນຕະຖາຄົຕກໍມີຢູ່. ເຂົາເຈົ້າເຫຼົ່ານັ້ນ ຈະຈັດການບູຊາສະຣີຣະຂອງຕະຖາຄົຕ.

“ຂ້າແຕ່ພຣະອົງ ! ເຂົາເຫຼົ່ານັ້ນ ຄວນຈັດການແນວໃດ ?”

ອານົນທ໌ ! ເຂົາຄວນຈັດເໝືອນທີ່ຈັດໃນສະຣີຣະຂອງພຣະເຈົ້າຈັກກະພັດ ເຂົາພັນສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າໃໝ່ ແລ້ວຊັບສໍາລີ ແລ້ວພັນດ້ວຍຜ້າໃໝ່ ໂດຍອຸບາຍນີ້ ໕໐໐ ຄູ່ ແລ້ວເຊີນລົງໃນຮາງເຫຼັກເຕັມດ້ວຍນໍ້າມັນ ປິດດ້ວຍຮາງເຫຼັກອີກຮາງໜຶ່ງ ສ້າງຈິຕກາທາຣດ້ວຍຂອງຫອມທຸກຢ່າງແລ້ວ ຈຶ່ງຖວາຍພຣະເພີງ, ສ້າງສະຖູບ (ທີ່ລະລຶກ) ສໍາລັບພຣະມະຫາຈັກກະພັດໄວ້ ນະ ຫົນທາງສີ່ແຍກ. ອານົນທ໌ ! ຊົນເຫຼົ່ານັ້ນ ຍ່ອມປະຕິບັດໃນສະຣີຣະຂອງຕະຖາຄົຕ ເຊັ່ນດຽວກັບຊົນທັງຫຼາຍປະຕິບັດໃນສະຣີຣະຂອງພຣະມະຫາຈັກກະພັດ ນັ້ນແລ, ຊົນເຫຼົ່າໃດວາງພວງມະໄລຫຼືຂອງຫອມ ຫຼືນໍ້າຫອມ ນະ ບ່ອນນັ້ນກໍດີຫຼືອະພິວາດ, ຫຼືປະກອບຄວາມເຫຼື້ອມໃສຢູ່ໃນຈິຕກໍດີ, ຂໍ້ນັ້ນຈະເປັນໄປເພື່ອປະໂຍຊນ໌

໕໗໒ ພຸດທະປະວັດຈາກພຣະໂອຖະ - ພາກ ໕

ເພື່ອຄວາມສຸຂແກ່ເຂົາຊົ່ວກາລະນານ. (ຕໍ່ຈາກນັ້ນ ຕຣັດເລື່ອງກ່ຽວກັບບຸກຄົນຄວນແກ່ການກໍ່ສະຖູບ ໔ ຈໍາພວກຄື ພຣະຕະຖາຄົຕ, ພຣະປັດເຈກະພຸດທະ, ພຣະສາວົກ, ພຣະເຈົ້າຈັກກະພັດ, ພຣະອານົນທ໌ຫຼົບໄປຢືນອີງຈັບໄມ້ເຕົ້າກະປີສີສະ ຮ້ອງໄຫ້ຢູ່, ຕຣັດໃຫ້ໄປເອີ້ນມາ ຕຣັດສັນລະເສີນວ່າເປັນຍອດຂອງອຸປັຕຖາກຜູ້ໜຶ່ງ ໃນບັນດາຍອດອຸປັຕຖາກຂອງພຣະພຸດທະເຈົ້າທັງຫຼາຍ. ແລະສັນລະເສີນການຮອບຮູ້ໃນໜ້າທີ່ນີ້ ແລະການກ່າວວາຈາເປັນທີ່ພໍໃຈແກ່ຜູ້ເຂົ້າໄປຄົບຫາ, ຕໍ່ຈາກນັ້ນ ພຣະອານົນທ໌ທູນຂໍໃຫ້ສະເດັດໄປປະຣິນິບພານທີ່ເມືອງອື່ນ ເພາະເມືອງນີ້ເປັນເມືອງນ້ອຍເມືອງປ່າເຂດພູດອຍ).

ອານົນທ໌ ! ເຈົ້າຢ່າກ່າວວ່າ ເມືອງນ້ອຍ ເມືອງປ່າດອຍ ຊານເມືອງ ດັ່ງນີ້ເລີຍ ຄັ້ງກ່ອນພຸ້ນພຣະຣາຊານາມວ່າມະຫາສຸທັສນ໌ ເປັນພຣະເຈົ້າຈັກກະພັດທັມມະຣາຊາ ມີອານາເຂດຈົນຮອດ ມະຫາສະມຸດທັງສີ່ ຊະນະສົງຄາມ ມີຊົນນະບົດຮັ່ງມີ ປະກອບດ້ວຍຣັຕຕະນະ ໗ ຊະນິດ. ອານົນທ໌ ! ເມືອງກຸສິນາຣານີ້ແລ ເປັນຣາຊະທານີຂອງພຣະເຈົ້າມະຫາສຸທັສນ໌ (ໃນຄັ້ງນັ້ນ) ຊື່ວ່າກຸສາວະດີ ຍາວທາງບຸຣະພາທິສ ແລະປັດສິມະທິສ ໑໒ ໂຍຊນ໌ ກວ້າງທາງອຸດຕະຣະທິສ ແລະທັກຂິນທິສ ໗ ໂຍຊນ໌ ເກື່ອນກົ່ນອັ່ງອໍດ້ວຍໝູ່ມະນຸສ ໆລໆ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ