ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ກຸສົລກັມທີ່ທ້າວຈຸນທະສ້າງສົມແລ້ວ ຍ່ອມເປັນໄປເພື່ອ ອາຍຸ ວັນນະ ສຸຂະ ຍົສ ສະຫວັນ ແລະຄວາມເປັນໃຫຍ່.” ອານົນທ໌ ! ເຈົ້າຈົ່ງກໍາຈັດຄວາມເດືອດຮ້ອນຂອງທ້າວຈຸນທະ ກັມມາຣະບຸຕ ດ້ວຍການກ່າວ ດັ່ງນີ້ແລ. (ແລ້ວທົງເປັ່ງພຣະອຸທານນີ້) :
ບຸນຍ໌ ຍ່ອມຈະເຣີນ ງອກງາມ ແກ່ທາຍົກຜູ້ໃຫ້ຢູ່ໆ, ເວຣ ຍ່ອມບໍ່ສືບຕໍ່ແກ່ບຸກຄົນຜູ້ລະງັບເວຣເສຍໄດ້ ຄົນສະຫຼາດ ເທົ່ານັ້ນ, ລະບາບເສຍໄດ້ແລ້ວ ກໍນິບພານ ເພາະຄວາມດັບສິ້ນໄປແຫ່ງ ຣາຄະ ໂທສະ ແລະ ໂມຫະ.
ການປະຣິນິບພານ
ຫຼື
ການປະທັບສີຫະເສີຍຍາ ຄັ້ງສຸດທ້າຍ ໑
ອານົນທ໌ ! ມາເຖີ້ນ, ເຮົາຈະໄປສູ່ຝັ່ງນັ້ນແຫ່ງແມ່ນໍ້າຫິຣັນຍະວະດີ, ໄປຍັງສວນປ່າສາລະ ເປັນບ່ອນທີ່ແວະພັກຂອງມັນລະກະສັດ ໃກ້ເມືອງກຸສິນາຣາ. (ຄັນເຖິງບ່ອນນັ້ນແລ້ວ ຕຣັດສັ່ງໃຫ້ຕັ້ງຕຽງ ປະຣິນິບພານ).
ອານົນທ໌ ! ເຈົ້າຈົ່ງຈັດຕັ້ງຕຽງນ້ອຍ (ທີ່ນອນ) ລະຫວ່າງຕົ້ນສາລະຄູ່ ມີຫົວປິ່ນໄປທາງທິສເໜືອ ເຮົາລໍາບາກກາຍຫຼາຍ, ຈະນອນ. (ປະທັບສີຫະເສີຍຍາແລ້ວ ມີອັດສະຈັນ ດອກສາລະປົ່ງຜິດລະດູກາລ ຕົກໂຮຍລົງເທິງຫົວ, ດອກມັນທາຣົບ ດອກໄມ້ຈັນ, ດົນຕຣີລ້ວນແຕ່ຂອງທິບ ໄດ້ຕົກລົງ ແລະບັນເລງຂຶ້ນ ; ເພື່ອບູຊາພຣະຕະຖາຄົຕເຈົ້າ).
໑. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໕໙/໑໒໘.
໕໗໐ ພຸດທະປະວັດຈາກພຣະໂອຖະ - ພາກ ໕
ອານົນທ໌ ! ການບູຊາເຫຼົ່ານີ້ ຫາກຊື່ວ່າ ຕະຖາຄົຕເປັນຜູ້ໄດ້ຮັບສັກກາຣະ ເຄົາຣົບ ນັບຖື ບູຊາແລ້ວກໍບໍ່. ອານົນທ໌ ! ພິກຂຸ ພິກຂຸນີ ອາປາສົກ ອຸປາສິກາໃດ ປະພຶດທັມສົມຄວນແກ່ທັມ ປະຕິບັດຊອບຍິ່ງ, ປະຕິບັດຕາມທັມຢູ່, ຜູ້ນັ້ນຊື່ວ່າ ຍ່ອມສັກກາຣະ ເຄົາຣົບ ນັບຖື ບູຊາຕະຖາຄົຕ ດ້ວຍການບູຊາອັນສູງສຸດ ອານົນທ໌ ! ເພາະສະນັ້ນເຈົ້າຈົ່ງກໍານົດໃຈວ່າ “ເຮົາຈະປະພຶດທັມສົມຄວນແກ່ທັມ ປະຕິບັດຊອບຍິ່ງ, ປະຕິບັດຕາມທັມຢູ່” ດັ່ງນີ້. (ຕໍ່ຈາກນີ້ ທົງໄລ່ທ່ານພຣະອຸປະວານະ ທີ່ເຂົ້າມາຢູ່ເພື່ອພັດວີ, ພຣະອານົນທ໌ທູນຖາມເຖິງເຫດທີ່ໄລ່, ຕຣັດຕອບດັ່ງຕໍ່ໄປນີ້) :
ອານົນທ໌ ! ພວກເທວະດາໃນໂລກະທາດທັງສິບໝູ່ໃຫຍ່ ມາປະຊຸມກັນແລ້ວເພື່ອເຫັນຕະຖາຄົຕ. ອານົນທ໌ ! ສວນປ່າສາລະບ່ອນທີ່ແວະພັກຂອງມັນລະກະສັດແຫ່ງເມືອງກຸສິນາຣາ ໑໒ ໂຍຊໂດຍຮອບ ບໍ່ໄດ້ມີບ່ອນຫວ່າງແມ່ນແຕ່ປາຍຂົນກວາງ ທີ່ເທວະດາມີສັກບໍ່ໄດ້ຕັ້ງຢູ່. ເທວະດາ ທ. ຍ່ອມຍົກໂທດວ່າ “ເຮົາທັງຫຼາຍມາແຕ່ໄກເພື່ອເຫັນພຣະຕະຖາຄົຕ, ຕໍ່ດົນແທ້ ພຣະຕະຖາຄົຕ ຈຶ່ງຈະເກີດຂຶ້ນໃນໂລກຈັກຄັ້ງໜຶ່ງ ແລະການປະຣິນິບພານຂອງພຣະຕະຖາຄົຕ ກໍຈັກມີໃນປັດສິມະຍາມແຫ່ງ ຣາຕຣີວັນນີ້ ກໍພຣະພິກຂຸຜູ້ມີສັກໃຫຍ່ອົງຄ໌ນີ້ ມາຢືນເສຍທີ່ພຣະພັກບັງຢູ່, ເຮົາ ທ. ບໍ່ໄດ້ເຫັນພຣະຕະຖາຄົຕໃນກາລະສຸດທ້າຍ” ດັ່ງນີ້. (ຕໍ່ຈາກນີ້ພຣະອານົນທ໌ ທູນຖາມເຖິງຄວາມຮູ້ສຶກພາຍໃນໃຈຂອງພວກເທວະດາ ໄດ້ຕຣັດດັ່ງຕໍ່ໄປນີ້ :-)
ອານົນທ໌ ! ມີພວກເທວະດາ ຜູ້ມີຄວາມສໍາຄັນໃນອາກາດ ວ່າເປັນແຜ່ນດິນ, ແລະພວກທີ່ມີຄວາມສໍາຄັນໃນແຜ່ນດິນ ວ່າແຜ່ນດິນ ພາກັນແກວ່ງຜົມ ຮ້ອງໄຫ້ ຄໍ່າຄວນ ກອດແຂນຮ້ອງໄຫ້ ຄໍ່າຄວນ ລົ້ມກິ້ງເກືອກໄປມາ ດຸດດັ່ງວ່າມືເທົ້າຖືກຕັດຂາດອອກ, ລໍາພັນຢູ່ວ່າ ພຣະຜູ້ມີພຣະພາຄ ຈະປະຣິນິບພານເສຍໄວຫຼາຍ, ພຣະສຸຄົຕ ຈະປະຣິນິບພານເສຍໄວຫຼາຍ, ພຣະຜູ້ເປັນດວງຈັກຂຸໃນໂລກ ຈັກດັບຫາຍໄປເສຍໄວແທ້, ດັ່ງນີ້.
ການປະຣິນິບພານ ໕໗໑








