ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ສັຕທັງປວງ ທັງທີ່ເປັນຄົນໜຸ່ມ ຄົນແກ່, ທັງທີ່ເປັນຄົນພາລແລະບັນດິຕ, ທັງທີ່ຮັ່ງມີ ແລະຍາກຈົນ ລ້ວນແຕ່ມີຄວາມຕາຍເປັນທີ່ໄປເຖິງ ໃນເບື້ອງໜ້າ. ປຽບເໝືອນພາຊະນະໝໍ້ດິນ ທີ່ຊ່າງໝໍ້ປັ້ນແລ້ວ ທັງນ້ອຍແລະໃຫຍ່ ທັງທີ່ສຸກແລ້ວ ແລະຍັງດິບ ລ້ວນແຕ່ມີການແຕກ ທໍາລາຍ ເປັນທີ່ສຸດ ເຊັ່ນໃດ ; ຊີວິຕແຫ່ງສັຕ ທ. ກໍມີຄວາມຕາຍເປັນເບື້ອງໜ້າ ເຊັ່ນນັ້ນ.
ວັຍຂອງເຮົາ ແກ່ເຖົ້າແລ້ວ ຊີວິຕຂອງເຮົາຄ້ອຍສັ້ນແລ້ວ, ເຮົາຈະຈາກພວກເຈົ້າໄປ. ສະຣະນະຂອງຕົນເອງ ເຮົາໄດ້ເຮັດໄວ້ແລ້ວ. ພິກຂຸ ທ. ! ພວກເຈົ້າ ຈົ່ງເປັນຜູ້ບໍ່ປະມາດ ມີສະຕິ ມີສີລ ເປັນຢ່າງດີ ມີຄວາມດໍາຣິອັນຕັ້ງໄວ້ແລ້ວດ້ວຍດີ ຕາມຮັກສາຊຶ່ງຈິຕຂອງຕົນເຖີ້ນ. ໃນທັມວິນັຍນີ້, ພິກຂຸໃດເປັນຜູ້ບໍ່ປະມາດແລ້ວ ຈະລະຊາດສົງສາຣ ເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ສະເດັດບ້ານພັນທະຄາມ ໑
ອານົນທ໌ ! ການເຫັນເມືອງເວສາລີຂອງຕະຖາຄົຕຄັ້ງນີ້ ເປັນການເຫັນຄັ້ງສຸດທ້າຍ, ມາເຖີ້ນ, ອານົນທ໌ ! ເຮົາຈະໄປສູ່ບ້ານພັນທະຄາມ. (ນະ ບ່ອນນີ້ໄດ້ຕຣັດທັມມະເທສນາຫຼາຍຢ່າງ ມີໃຈຄວາມເປັນຕົ້ນວ່າ ເພາະບໍ່ຮູ້ແຈ້ງແທງຕະຫຼອດ ສີລ ສະມາທິ ປັນຍາ ແລະວິມຸດ ຈຶ່ງຕ້ອງທ່ອງທ່ຽວໄປໃນສົງສາຣ ທັງພຣະອົງຄ໌ເອງແລະຜູ້ອື່ນ).
໑. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໔໒/໑໐໙.
໕໖໖ ພຸດທະປະວັດຈາກພຣະໂອຖະ - ພາກ ໕
ສີລ ສະມາທິ ປັນຍາ ແລະວິມຸດ ອັນບໍ່ມີອັນໃດຍິ່ງໄປກວ່າ, ເຫຼົ່ານີ້ ເປັນສິ່ງທີ່ພຣະໂຄຕະມະຜູ້ມີກຽດຕິຍົສ ໄດ້ຮູ້ໄດ້ເຖິງແລ້ວ. ຄັນຮູ້ແລ້ວ ຍ່ອມບອກແກ່ພິກຂຸ ທ. ພຣະສາສດາ ຜູ້ເຮັດທີ່ສຸດແຫ່ງທຸກຂ໌ໄດ້ແລ້ວ ກໍປະຣິນິບພານ ຢ່າງຕາຫຼັບ.
(ຕໍ່ຈາກນີ້ໄດ້ຕຣັດສີລ-ສະມາທິ-ປັນຍາ ໂດຍໃນດຽວກັບທີ່ຕຣັດທີ່ສອນອັມພະລັຕຖິກາ ອີກເປັນອະເນກ).
ສະເດັດບ້ານຫັດຖິຄາມ ໂດຍລໍາດັບ ໑
ອານົນທ໌ ! ມາເຖີ້ນ, ເຮົາຈະໄປບ້ານຫັດຖິຄາມ, ບ້ານອັມພະຄາມ, ບ້ານຊັມພຸຄາມແລະ ໂພຄະນະຄອນ. (ທີ່ໂພຄະະນະຄອນປະທັບທີ່ອານັນທະເຈດີ, ໄດ້ຕຣັດຫຼັກມະຫາປະເທດສໍາລັບທຽບຄຽງໃນການວິນິດໄສວ່າ ຖ້າມີຄໍາກ່າວເຊັ່ນນີ້ໆ ແລະອ້າງວ່າເປັນ ພຸດທະວະຈະນະ, ຈະຈິງແທ້ຫຼືບໍ່). ພິກຂຸ ທ. ! ຖ້າພິກຂຸໃນທັມວິນັຍນີ້ ຈະຍ່ອມກ່າວເຊັ່ນນີ້ວ່າ ຂ້າພະເຈົ້າຟັງມາແລ້ວໄດ້ຮັບມາແລ້ວ ສະເພາະພຣະພັກພຣະຜູ້ມີພຣະພາຄວ່າ ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ, ດັ່ງນີ້, ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຄັດຄ້ານ. ພວກເຈົ້າຈົ່ງກໍານົດເນື້ອຄວາມນັ້ນໃຫ້ດີ ແລ້ວ ນໍາໄປສອບສວນໃນສູຕ ນໍາໄປທຽບຄຽງໃນວິນັຍ, ຖ້າລົງກັນບໍ່ໄດ້ ຈົ່ງແນ່ໃຈວ່າ ນັ້ນບໍ່ແມ່ນ ຄໍາຂອງພຣະຜູ້ມີພຣະພາຄຢ່າງແນ່ນອນ ພິກຂຸອົງຄ໌ນັ້ນຈໍາມາຜິດ, ພວກເຈົ້າຈົ່ງຖິ້ມຄໍາເຫຼົ່ານັ້ນເສຍ ; ຖ້າລົງກັນໄດ້ ທຽບຄຽງກັນໄດ້ ຈົ່ງແນ່ໃຈວ່າ ນັ້ນເປັນຄໍາຂອງພຣະຜູ້ມີພຣະພາຄເຈົ້າແນ່ແທ້ແລ້ວ ພິກຂຸອົງຄ໌ນັ້ນຈື່ຈໍາມາຢ່າງດີແລ້ວ, ພວກເຈົ້າຈົ່ງຮັບເອົາໄວ້. ນີ້ເປັນມະຫາປະເທດ ຂໍ້ທີໜຶ່ງ, (ຂໍ້ຕໍ່ໄປຄວາມແບບດຽວກັນ ຕ່າງກັນແຕ່ຄໍາອ້າງ, ຂໍ້ທີສອງອ້າງວ່າ ຮັບຟັງມາຈາກສົງຄ໌ ພ້ອມທັງເຖຣະຫົວໜ້າ ຢູ່ໃນອາວາສ ນັ້ນໆ, ຂໍ້ທີສາມຮັບຟັງມາຈາກຄະນະເຖຣະພະຫຸສູຕ ຜູ້ມີການສຶກສາ ຊົງທັມ ຊົງວິນັຍ ຊົງມາຕິກາ ໃນອາຣາມນັ້ນໆ. ຂໍ້ທີສີ່ຮັບຟັງມາຈາກພິກຂຸເຖຣະພະຫຸສູຕ ຜູ້ມີການສຶກສາ ຊົງທັມ ຊົງວິນັຍ ຊົງມາຕິກາ ໃນອາຣາມນັ້ນໆ. ແລ້ວທົງສະແດງສີລ-ສະມາທິ-ປັນຍາ ໂດຍນັຍດຽວກັບທີ່ສອນອັມພະລັຕຖິກາ ອີກຢ່າງຫຼວງຫຼາຍ).
໑. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໔໔/໑໑໒.
ການປະຣິນິບພານ ໕໖໗
ສະເດັດເມືອງປາວາ ໑
ອານົນທ໌ ! ມາເຖີ້ນ, ເຮົາຈະໄປສູ່ເມືອງປາວາ. (ທີ່ບ່ອນນີ້ ປະທັບທີ່ສວນໝາກມ່ວງຂອງທ້າວຈຸນທະ ກັມມາຣະບຸຕ. ທົງສະແດງທັມແກ່ທ້າວຈຸນທ໌ ແລະສະເດັດໄປຮັບພັຕຕາຫາຣທີ່ບ້ານໃນມື້ອື່ນເຊົ້າ).








