ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຈຸນທະ ! ສູກະຣະມັດທະວະ໒ ທີ່ຈັດໄວ້ ຈົ່ງນໍາມາລ້ຽງເຮົາ, ຂາທະນີຢະ ໂພຊະນີຢະເຍື່ອງອື່ນທີ່ຕົກແຕ່ງໄວ້ ຈົ່ງນໍາໄປລ້ຽງພິກຂຸສົງຄ໌. ຈຸນທະ ! ສູກະຣະມັດທະວະທີ່ເຫຼືອນີ້ ທ່ານຈົ່ງຝັງເສຍໃນບໍ່ ເຮົາມອງບໍ່ເຫັນໃຜໃນໂລກ ພ້ອມທັງເທວະໂລກ ມາຣະໂລກ ພຣົມມະໂລກ ໝູ່ສັຕພ້ອມທັງສະມະນະ ພຣາມ ພ້ອມທັງເທວະດາແລະມະນຸສ ທີ່ບໍຣິໂພກແລ້ວ ຈະໃຫ້ຍ່ອຍໄດ້, ນອກຈາກຕະຖາຄົຕ, (ຕໍ່ຈາກນີ້ກໍປະຊວນ ດ້ວຍໂຣຄາປັກຂັນທິກາພາດຢ່າງຮ້າຍແຮງ ເກືອບສິ້ນພຣະຊົນມາຍຸ).
ສະເດັດເມືອງກຸສິນາຣາ ໓
ອານົນທ໌ ! ມາເຖີ້ນ, ເຮົາຈະໄປເມືອງກຸສິນາຣາ, (ແລ້ວສະເດັດທັງທີ່ຍັງປະຊວນ, ໃນກາງທາງທົງແວະນັ່ງ ນະ ຮົ່ມໄມ້ແຫ່ງໜຶ່ງ), ອານົນທ໌ ! ເຈົ້າຈົ່ງປູຜ້າສັງຄາຕິທີ່ພັບເປັນສີ່ຊັ້ນ ໃຫ້ເຮົາເຖີ້ນ ເຮົາລໍາບາກກາຍຫຼາຍ ຈະນັ່ງພັກ, ອານົນທ໌ ! ເຈົ້າຈົ່ງເອົານໍ້າດື່ມມາໃຫ້ເຮົາ, ເຮົາກະຫາຍແທ້. (ພຣະອານົນທ໌ທູນຜັດວ່າ ກວຽນຫ້າຮ້ອຍຫາກໍຜ່ານໄປ ນໍ້າຂຸ່ນໝົດ, ຂໍໃຫ້ທົງທົນໄປຫານໍ້າທີ່ແມ່ນໍ້າກະກຸທະນະທີເບື້ອງໜ້າ ຈົນຕຣັດຊໍ້າເຖິງ ໒ ຄັ້ງ ພຣະອານົນທ໌ຈຶ່ງໄປຕັກນໍ້າ ແຕ່ນໍ້າບໍ່ໄດ້ຂຸ່ນເລີຍ, ກັບມາແລ້ວທູນຄວາມອັດສະຈັນຂໍ້ນີ້.
໑. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໔໗/໑໑໗.
໒. ຄໍາບາລີວ່າ ສູກະຣະມັດທະວະ ນີ້ ເຄີຍແປຕາມໆກັນມາວ່າ ຊີ້ນໝູນ້ອຍ, ບັດນີ້ການຄົ້ນຄົ້ວຂອງນັກສຶກ
ສາທົ່ວໄປ ໄດ້ກ້າວໜ້າໄປຈົນເຖິງກັບບໍ່ຖືວ່າ ແປແບບນັ້ນເປັນຄໍາແປທີ່ຖືກຕ້ອງ ໜ້າຈະເປັນຫົວພືດມີພິດ
ຊະນິດໜຶ່ງຫຼາຍກວ່າ, ໃນບ່ອນນີ້ຈຶ່ງບໍ່ອາດແປວ່າຊີ້ນໝູນ້ອຍອ່ອນໆ ເໝືອນທີ່ແລ້ວມາ ຄົງປະທັບສັບໄວ້
ເປັນພາສາບາລີຕາມເດີມ ຄື ສູກະຣະມັດທະວະ ບໍ່ຕ້ອງແປ.
໓. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໔໙/໑໑໗.
໕໖໘ ພຸດທະປະວັດຈາກພຣະໂອຖະ - ພາກ ໕
ຕໍ່ຈາກນີ້ ທົງພົບແລະສົນທະນາເລື່ອງສະມາທິ ຢ່າງຍິ່ງ ກັບປຸກກຸສະ ມັນລະບຸຕ ດັ່ງທີ່ກ່າວແລ້ວໃນພາກທີ ໔ ຕອນ “ທົງມີຊານທີ່ແນ່ວແນ່ຊັ້ນພິເສດ”. ໃນທີ່ສຸດເຂົາຮັບຖືສະຣະນະແລ້ວຖວາຍຜ້າແພຢ່າງດີສອງຜືນ). ປຸກກຸສະ ! ຖ້າດັ່ງນັ້ນ ເຈົ້າຈົ່ງຄຸມໃຫ້ເຮົາຜືນໜຶ່ງ, ອີກຜືນໜຶ່ງ ໃຫ້ອານົນທ໌ເຖີ້ນ. (ແຕ່ປຸກກຸສະເຮັດດັ່ງນັ້ນຫຼີກໄປແລ້ວ ພຣະອານົນທ໌ນ້ອມເຂົ້າໄປສູ່ພຣະກາຍພຣະຜູ້ມີພຣະພາຄທັງສອງຜືນ ເຫັນພຣະສະວີຜ່ອງໃສຍິ່ງແທ້ ກໍທູນຖາມ).
ອານົນທ໌ ! ເປັນດັ່ງນັ້ນ, ກາຍຂອງຕະຖາຄົຕ ຍ່ອມມີສີຜຸດຜ່ອງໃນກາລສອງຄັ້ງ ຄື ໃນຣາຕຣີທີ່ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ, ແລະຣາຕຣີທີ່ຕະຖາຄົຕປະຣິນິບພານ ດ້ວຍອະນຸປາທິເສສະນິບພານທາດ. ອານົນທ໌ ! ການປະຣິນິບພານຂອງຕະຖາຄົຕ ຈະມີໃນລະຫວ່າງຕົ້ນສາລະຄູ່ ໃນສວນສາລະອັນເປັນທີ່ແວະພັກກາງທາງ ຂອງພວກມັນລະກະສັຕ ໃກ້ເມືອງກຸສິນາຣາ ໃນຕອນປັດສິມະຍາມແຫ່ງຄືນນີ້.
ມາເຖີ້ນ, ອານົນທ໌ ! ເຮົາຈະໄປຍັງແມ່ນໍ້າກະກຸທະນະທີດ້ວຍກັນ. (ທົງສົງໃນແມ່ນໍ້າແລ້ວ ສະເດັດເຂົ້າສວນອັມພາວັນ ປະທັບນອນສີຫະໄສຍາ ເພື່ອພັກຜ່ອນເທິງສັງຄາຕິພັບເປັນສີ່ຊັ້ນ ປູຖວາຍໂດຍພຣະຈຸນທະກະ, ແລະຕຣັດປາຣົບເຖິງທ້າວຈຸນທ໌).
ອານົນທ໌ ! ຄົງມີຄົນສ້າງຄວາມເດືອດຮ້ອນໃຫ້ແກ່ ທ້າວຈຸນທະ ກັມມາຣະບຸຕ ໂດຍກ່າວວ່າ “ຈຸນທະ ! ການທີ່ທ່ານຖວາຍບິນດະບາຕເປັນຄັ້ງສຸດທ້າຍ ຊຶ່ງຫາໄດ້ໂດຍຍາກນັ້ນ ບໍ່ເປັນລາບເສຍແລ້ວ” ດັ່ງນີ້. ອານົນທ໌ ! ເຈົ້າຈົ່ງກໍາຈັດຄວາມເດືອດຮ້ອນນັ້ນເສຍ ໂດຍກ່າວວ່າ “ຈຸນທະ ! ການຖວາຍບິນດະບາຕຄັ້ງສຸດທ້າຍຂອງທ່ານເປັນຄວາມດີແລ້ວ ເປັນລາບຂອງທ່ານແລ້ວ, ເຮົາໄດ້ຟັງມາແລ້ວສະເພາະ ພຣະພັກວ່າ ບິນດະບາຕທັງສອງມີຜົລສະເໝີກັນ ມີຜົລສຸດຍອດຍິ່ງກວ່າບິນດະບາຕ ອື່ນໆ ຄື ບິນດະບາຕທີ່ພຣະຕະຖາຄົຕເຈົ້າສະເຫວີຍແລ້ວ ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ ຢ່າງ ໑ ແລະທີ່ສະເຫວີຍແລ້ວສະເດັດປະຣິນິບພານ ດ້ວຍອະນຸປາທິເສສະນິບພານທາດ ຢ່າງ ໑.
ການປະຣິນິບພານ ໕໖໙








