ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພຣະໂຄດົມຜູ້ຈະເຣີນ ! ແຕ່ເພາະເຫດທີ່ວ່າ ພຣະໂຄດົມເອງກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກພິກຂຸກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກພິກຂຸນີກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກອຸປາສົກ ຄະຣືຫັດນຸ່ງຂາວ ປະພຶດພຣົມມະຈັນ ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກອຸປາສົກຄະຣືຫັດ ນຸ່ງຂາວ ບໍຣິໂພກກາມ ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກອຸປາສິກາຄະຣືຫັດ ນຸ່ງຂາວປະພຶດພຣົມມະຈັນ ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ, ແລະທັງພວກ ອຸປາສິກາຄະຣືຫັດ ນຸ່ງຂາວ ບໍຣິໂພກກາມ ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ; ພຣົມມະຈັນ (ສາສນາ) ນີ້ ກໍເຖິງເຊິ່ງຄວາມບໍຣິບູນໄດ້ ເພາະເຫດນັ້ນ.
ພຣະໂຄດົມຜູ້ຈະເຣີນ ! ປຽບເໝືອນແມ່ນໍ້າຄົງຄາ ຫຼຸບອຽງໄປທາງສະມຸດ ຄ້ອຍໄປທາງສະມຸດ ໄຫຼໄປທາງສະມຸດ ແລ້ວຢຸດຢູ່ທີ່ສະມຸດ, ເຊັ່ນໃດ ; ບໍຣິສັດຂອງພຣະໂຄດົມຜູ້ຈະເຣີນ ທັງຄະຣືຫັດ ແລະບັນພະຊິຕ ກໍລ້ວນແຕ່ຄ້ອຍໄປທາງນິບພານ ອຽງໄປທາງນິບພານ ໄຫຼໄປທາງນິບພານ ແລະ ຢຸດຢູ່ທີ່ນິບພານ ເຊັ່ນນັ້ນເໝືອນກັນ.
ຕາມສຽງຂອງຄະນະກະໂມກຄັນລານະພຣາມ ໑
“ໂອວາດຂອງພຣະໂຄດົມເປັນຍອດ”
ພຣະໂຄດົມຜູ້ຈະເຣີນ ! ບັນດາໄມ້ມີຮາກຫອມ ເຂົາກ່າວວ່າຮາກກາລານຸສາຣີ ເປັນຍອດ. ບັນດາໄມ້ມີແກ່ນຫອມ ເຂົາກ່າວວ່າຈັນແດງເປັນຍອດ.
໑. ຄໍາຂອງຄະນະກະໂມກຄັນລານະ ທູນສັນເສີນພຣະຜູ້ມີພຣະພາຄເຈົ້າ ຫຼັງຈາກທີ່ພຣະອົງຄ໌ໄດ້ທົງບັນຍາຍ
ລັກສະນະບາງຢ່າງກ່ຽວກັບສາວົກຂອງພຣະອົງຄ໌ບາງພວກໃຫ້ເຂົາຟັງ. ບາລີ ອຸປຣິ. ມ. ໑໔/໘໘/໑໐໔.
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໐໕
ບັນດາໄມ້ມີດອກຫອມ ເຂົາກ່າວວ່າດອກມະລິ (ວັສສິກະ) ເປັນຍອດ ແມ່ນວ່າເຊັ່ນໃດ ; ບັນດາປະຣະມັຕຖະທັມທັງຫຼາຍ ໂອວາດຂອງພຣະໂຄດົມຜູ້ຈະເຣີນ ຍ່ອມເປັນຍອດ ເຊັ່ນນັ້ນແລ.
ພຣະໂຄດົມຜູ້ຈະເຣີນ ! ພາສິຕຂອງພຣະອົງຄ໌ເລີດລໍ້າຫຼາຍໆ. ພຣະໂຄດົມທົງປະກາດທັມມະເທສນາ ໂດຍປະຣິຍາຍເປັນຈໍານວນຫຼາຍ ເໝືອນການຫງາຍຂອງທີ່ຂວໍ້າຢູ່, ຫຼືເໝືອນເປີດຂອງທີ່ປົກປິດຢູ່, ຫຼືເໝືອນຊີ້ບອກຫົນທາງແກ່ຄົນຫຼົງທາງ, ຫຼືເໝືອນດັ່ງໄຕ້ຕະກຽງໄວ້ໃນບ່ອນມືດ ໃຫ້ຄົນມີຕາດີໄດ້ເຫັນຮູບ, ສະນັ້ນ. ຂ້າພະເຈົ້າຂໍເຖິງພຣະໂຄດົມຈະເຣີນ ແລະພຣະທັມ ພຣະສົງຄ໌ ວ່າເປັນທີ່ເພິ່ງທີ່ລະນຶກ. ຂໍພຣະໂຄດົມຜູ້ຈະເຣີນ ຈົ່ງທົງຈໍາພວກຂ້ານ້ອຍໄວ້ວ່າ ເປັນອຸປາສົກ ເຖິງພຣະຣັຕະນະຕັຍເປັນທີ່ເພິ່ງຈົນຕະຫຼອດຊີວິຕ ໃນກາລະມີວັນນີ້ເປັນຕົ້ນໄປ.
ຕາມສຽງຂອງສັຈຈະກະນິຄັນຖະບຸຕ ໑
“ເຈີພຣະໂຄດົມແລ້ວ ບໍ່ມີລອດໄປໄດ້”
ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້ານັ້ນແລ ເປັນຄົນຄອຍກໍາຈັດຄຸນຂອງຜູ້ອື່ນ, ເປັນຄົນຄະນອງວາຈາ ເພາະໄດ້ສໍາຄັນຖ້ອຍຄໍາຂອງພຣະໂຄດົມວ່າ ຕົນອາດຫັກລ້າງໄດ້ດ້ວຍຖ້ອຍຄໍາຂອງຕົນ.
ພຣະໂຄດົມຜູ້ຈະເຣີນ ! ບຸຣຸສມາປະທະຊ້າງທີ່ຕົກມັນເຂົ້າກໍດີ ເຈີກອງໄຟອັນກໍາລັງລຸກໄໝ້ກໍດີ ຜະເຊີນໜ້າງູທີ່ມີພິດຮ້າຍກໍດີ ກໍຍັງມີທາງເອົາໂຕລອດໄດ້ແດ່. ແຕ່ມາເຈີພຣະໂຄດົມເຂົ້າແລ້ວບໍ່ມີທາງເອົາໂຕລອດໄດ້ເລີຍ. ຂ້າພະເຈົ້ານັ້ນແລ ເປັນຄົນຄອຍກໍາຈັດຄຸນຂອງຜູ້ອື່ນ, ເປັນຄົນຄະນອງວາຈາ ເພາະໄດ້ສໍາຄັນຖ້ອຍຄໍາຂອງພຣະໂຄດົມວ່າ ຕົນອາດຫັກລ້າງໄດ້ດ້ວຍຖ້ອຍຄໍາຂອງຕົນ ຂໍພຣະໂຄດົມ ພ້ອມດ້ວຍພຣະພິກຂຸສົງຄ໌ ຈົ່ງຮັບພັຕຕາຫາຣຂອງຂ້າພະເຈົ້າ ເພື່ອສັນໃນມື້ອື່ນ.
໑. ຄໍາສາຣະພາບຂອງສັຈຈະກະນິຄັນຖະບຸຕ ສາຣະພາບຕໍ່ພຣະຜູ້ມີພຣະພາຄເຈົ້າ. ມູ. ມ. ໑໒/໔໓໕/໔໐໓.
໕໐໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ຕາມສຽງຂອງເຈົ້າລີດສະວີ ທຸມມຸຂະ ໑
: ທົງຫັກລ້າງຖ້ອຍຄໍາຂອງປໍຣະປັກໄດ້
ເໝືອນເດັກນ້ອຍ ຫຸ້ມກັນຕ່ອຍກ້າມປູ








