ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ປຽບເໝືອນໃນບ່ອນໃກ້ແຫ່ງບ້ານຫຼືເຂດເມືອງ ມີສະໂບກຂະຣະນີຢູ່ສະໜຶ່ງ, ໃນສະນັ້ນມີປູໂຕໜຶ່ງ, ມີເດັກນ້ອຍຊາຍຍິງຢ່າງຫຼວງຫຼາຍອອກຈາກບ້ານຫຼືເມືອງນັ້ນ ໄປເຖິງສະໂບກຂະຣະນີນັ້ນ ແລ້ວກໍລົງຈັບເອົາປູນັ້ນຂຶ້ນມາຈາກນໍ້າ ວາງໄວ້ເທິງບົກ, ປູນັ້ນຈະນ້ອມກ້າມໄປຂ້າງຝ່າຍໃດ ເດັກນ້ອຍເຫຼົ່ານັ້ນກໍຈະຄອຍຕ່ອຍກ້າມປູນັ້ນດ້ວຍທ່ອນໄມ້ຫຼືກ້ອນຫີນແຮ່, ຄັນປູນັ້ນມີກ້າມຫັກໝົດເຊັ່ນນີ້ແລ້ວ ກໍບໍ່ອາດລົງສູ່ສະໂບກຂະຣະນີນັ້ນໄດ້ອີກເໝືອນດັ່ງແຕ່ກ່ອນ, ຂໍ້ນີ້ເຊັ່ນໃດ ; ທິຕຖິທີ່ເປັນສ້ຽນໜາມປົກຄຸມຢູ່ ດິ້ນໄປດິ້ນມາບໍ່ຢູ່ໃນຮ່ອງຮອຍບາງຢ່າງ ເຊັ່ນຂອງສັຈຈະກະອັນພຣະຜູ້ມີ ພຣະພາຄເຈົ້າທົງເຮັດໃຫ້ຫຼຸດເສຍແລ້ວ, ຕໍ່ໄປນີ້ ສັຈຈະກະບໍ່ອາດເຂົ້າມາໃກ້ພຣະ ຜູ້ມີພຣະພາຄເຈົ້າ ດ້ວຍປະສົງຈະໂຕ້ຕອບໄດ້ອີກ ເຊັ່ນນັ້ນ.

ເມື່ອເຈົ້າທຸມມຸຂະລິດສະວີກ່າວດັ່ງນີ້ແລ້ວ ສັຈຈະກະເວົ້າກັບລາວວ່າ “ເຈົ້າທຸມມຸຂະ ! ທ່ານຢຸດເຖີ້ນ, ທ່ານຢຸດເຖີ້ນ, ທ່ານເປັນຄົນເວົ້າຫຼາຍແລ້ວ, ຂ້າພະເຈົ້າບໍ່ໄດ້ເວົ້າຫາລືກັບທ່ານ, ຂ້າພະເຈົ້າເວົ້າຫາລືກັບພຣະໂຄດົມຕ່າງຫາກ”.

໑. ຄໍາເຍາະເຢີ້ຍ ຂອງເຈົ້າລິດສະວີ ທຸມມຸຂະ ເຍາະເຢີ້ຍສັຈຈະກະນິຄັນຖະບຸຕ ຊຶ່ງຍອມຈໍານົນຕໍ່ຖ້ອຍຄໍາ

ຂອງຕົນເອງໃນການຕອບໂຕ້ວາທະກັບພຣະຜູ້ມີພຣະພາຄເຈົ້າ. ບາລີ ມູ. ມ. ໑໒/໔໓໒/໔໐໐.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໐໗

ຕາມສຽງຂອງປະຣິບພາຊົກຄະນະແມ່ນໍ້າສັບປິນີ ໑

: ບໍ່ມີຊ່ອງທາງທີ່ໃຜຈະທ້າສູ້ພຣະຜູ້ມີພຣະພາຄເຈົ້າ

ນີ່ແນສະຣະພະ ! ໝາຈອກໃນປ່າໃຫຍ່ ທະຍານໃຈອວດອົ່ງວ່າຈະບັນລືສີຫະນາດ, ຄັນຮ້ອງອອກມາແທ້ ກໍຮ້ອງເປັນສຽງໝາຈອກນັ້ນແຫຼະ ຮ້ອງເປັນສຽງໝາປ່າຢູ່ນັ້ນເອງ, ນີ້ເຊັ່ນໃດ ; ສະຣະພະ ! ທ່ານເອງກໍເຊັ່ນນັ້ນ ລັບຫຼັງພຣະສະມະນະໂຄດົມຄຸຍໂມ້ວ່າ “ຜູ້ຂ້າຈະບັນລືສີຫະນາດ”, ແຕ່ແລ້ວກໍຮ້ອງເປັນສຽງໝາຈອກນັ້ນແຫຼະ ຮ້ອງເປັນສຽງໝາປ່າຢູ່ນັ້ນເອງ.

ລູກໄກ່ນ້ອຍທະຍານໃຈອົ່ງວ່າ ຈະຂັນໃຫ້ຄືດັ່ງສຽງໄກ່ຜູ້ໂອກ, ຄັນຂັນອອກມາແທ້ ກໍຮ້ອງເປັນສຽງລູກໄກ່ຈ໋ຽບໆຢູ່ນັ້ນເອງ, ເຊັ່ນໃດ ; ສະຣະພະ ! ທ່ານເອງກໍເຊັ່ນນັ້ນ ລັບຫຼັງພຣະສະມະນະໂຄດົມຄຸຍໂມ້ວ່າ “ຜູ້ຂ້າຈະຂັນ” ແຕ່ແລ້ວກໍຮ້ອງຈ໋ຽບໆຢູ່ນັ້ນເອງ.

ງົວຢູ່ໃນໂຮງສາລາວ່າງງຽບໂຕດຽວ ກໍທະຍານໃຈອົ່ງວ່າສຽງຂອງຕົນກ້ອງຟ້າ, ເຊັ່ນໃດ ; ສະຣະພະ ! ທ່ານເອງ ຢູ່ລັບຫຼັງພຣະສະມະນະໂຄດົມ ກໍສໍາຄັນວ່າສຽງຂອງຕົນອຸໂຄສະ ເຊັ່ນນັ້ນ.

ຕາມສຽງຂອງສັງຄົມວິນຍູຊົນ

: ທົງປະຕິບັດໄດ້ດີເລີດກວ່າພວກອື່ນ (ໃນຫຼັກທັມຢ່າງດຽວກັນ) ໒

ກັສສະປະ ! ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວກ່າວວ່າ “ແນ່ທ່ານ ! ໃນບັນດາຖານະເຫຼົ່ານັ້ນໆ ຖານະໃດລົງກັນບໍ່ໄດ້ ຖານະນັ້ນຈົ່ງຍົກໄວ້ ;

໑. ຄໍາຂອງປະຣິບພາຊົກຄະນະແມ່ນໍ້າສັບປິນີທັງຄະນະ ກ່າວຖາກຖາງປະຣິບພາຊົກຄົນໜຶ່ງໃນຄະນະຂອງ

ຕົນທີ່ກ້າໄປທ້າທາຍພຣະຜູ້ມີພຣະພາຄເຈົ້າ ແລ້ວໃນທີ່ສຸດກັບນິ້ງງຽບ ເມື່ອເຂົາໃຫ້ເວົ້າໃນທີ່ປະຊຸມ.

ຕິກ. ອັງ. ໒໐/໒໔໑/໕໐໔.

໒. ບາລີ ສີ. ທີ. ໙/໒໐໗/໒໖໑. ຕຣັດແກ່ອະເຈລະກັດສະປະ ທີ່ກັນນະກະຖະລະມິຄະທາຍະວັນ

ໃກ້ເມືອງອຸຊຸນຍາ.

໕໐໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ