ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣະໂຄດົມຜູ້ຈະເຣີນ ! ເລື່ອງນີ້ໜ້າອັດສະຈັນ ເລື່ອງນີ້ບໍ່ເຄີຍມີມາກ່ອນ ໃນຂໍ້ທີ່ອັຕຖະກັບອັຕຖະ ພະຍັນຊະນະກັບພະຍັນຊະນະ ຂອງພຣະສາສດາແລະຂອງສາວົກ ປາກົດວ່າ ສະແດງອອກຕົງກັນສະເໝີກັນ ບໍ່ຜິດພ້ຽນຈາກກັນ ໃນບົດທີ່ເປັນໃຈຄວາມສໍາຄັນ.

[ໃນບ່ອນອື່ນ (ສລາ. ສັງ.໑໘/໔໖໑/໗໖໑) ມີຂໍ້ຄວາມກ່າວເຖິງພຣະເຈົ້າປັດເສນທິໂກສົລທົງກ່າວສັນລະເສີນເຂມາພິກຂຸນີກັບພຣະຜູ້ມີພຣະພາຄ ຊຶ່ງມີລໍາດັບອັກສອນແຫ່ງການສັນລະເສີນໂດຍໃນດຽວກັນກັບຂໍ້ຄວາມເບື້ອງເທິງນີ້ທຸກປະການ ເພາະເຂມາພິກຂຸນີອະທິບາຍອັນຕະຄາຫິກະທິຕຖິ ສະເພາະສ່ວນທີ່ກ່ຽວກັບ ຕະຖາຄົຕສີ່ ກົງຕາມພຣະຜູ້ມີພຣະພາຄຕຣັດທຸກປະການ ທັງໂດຍອັຕຖະແລະ ພະຍັນຊະນະ ເບິ່ງເລື່ອງລາວນີ້ໄດ້ຈາກຫົວຂໍ້ວ່າ “ຕຣັດເຫດທີ່ບໍ່ທົງພະຍາກອນອັນຕະຄາຫິກະທິຕຖິ ສະເພາະສ່ວນທີ່ກ່ຽວກັບຕະຖາຄົຕສີ່” ທີ່ໜ້າ ໓໐໑ ແຫ່ງໜັງສືເຫຼັ້ມນີ້].

: ທົງມີຄໍາສອນທີ່ເປັນແກ່ນແທ້ລ້ວນໆ ໒

ພຣະໂຄດົມຜູ້ຈະເຣີນ ! ປຽບເໝືອນຕົ້ນສາລະ໓ ໃຫຍ່ ຢູ່ໃນບ່ອນທີ່ບໍ່ໄກຈາກໝູ່ບ້ານຫຼືນິຄົມ. ເພາະຄວາມແກ່ຊະຣາຂອງຕົ້ນໄມ້ນັ້ນ ໃບທີ່ກ້ານຫຼຸດລົ່ນໄປ ເປືອກແລະສະເກັດເປືອກຂຸລົ່ນໄປຢູ່ເລື້ອຍໆ ຕາມລໍາດັບໆ.

໑. ຂໍ້ນີ້ ຄືໃຈຄວາມກ່ຽວກັບເລື່ອງອັນຕະຄາຫິກະທິຕຖິສິບ ດັ່ງກ່າວໄວ້ໃນຫົວຂໍ້ວ່າ ຕຣັດເຫດທີ່ບໍ່ທົງ

ພະຍາກອນອັນຕະຄາຫິກະທິຕຖິສິບ ທີ່ໜ້າ ໒໙໙. ໃນໜັງສືເຫຼັ້ມນີ້.

໒. ເປັນຄໍາຂອງປະຣິບພາຊົກວັດສະໂຄຕ ກ່າວອອກມາໃນບ່ອນສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າ

ດ້ວຍຄວາມພໍໃຈໃນທັມມະເທສນາຂອງພຣະອົງຄ໌ ມ. ມ. ໑໓/໒໔໘/໒໕໒.

໓. ໄມ້ສາລະນີ້ ເປັນໄມ້ແກ່ນແຂງຊະນິດໜຶ່ງໃນອິນເດຍ. ແຕ່ກ່ອນເຄີຍແປກັນວ່າ ໄມ້ຮັງ, ພາຍຫຼັງປາກົດວ່າ

ບໍ່ແມ່ນ, ຈຶ່ງແປທັບສັບວ່າໄມ້ສາລະ, ສັບພຶກສາສາສວ່າ Shorea Robusta.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໐໓

ຄັນເຖິງສະໄໝໜຶ່ງ ກໍເປັນຕົ້ນໄມ້ທີ່ປາສະຈາກໃບທີ່ກ້ານ ປາສະຈາກເປືອກແລະສະເກັດເປືອກ, ປາສະຈາກມອກໂດຍສິ້ນເຊີງ ມີແຕ່ແກ່ນແທ້ໆ ປາກົດຢູ່, ຂໍ້ນີ້ເຊັ່ນໃດ ; ຄໍາສອນຂອງພຣະສະມະນະໂຄດົມ ເປັນຄໍາສອນທີ່ປາສະຈາກກິ່ງແລະໃບ ປາສະຈາກເປືອກແລະສະເກັດເປືອກ ປາສະຈາກມອກ, ມີແຕ່ແກ່ນແທ້ໆ ປາກົດຢູ່ ເຊັ່ນນັ້ນ.

ພຣະໂຄດົມຜູ້ຈະເຣີນ ! ທັມມະເທສນານັ້ນເລີດລໍ້າຫຼາຍ. ທັມມະເທສນານັ້ນເລີດລໍ້າຍິ່ງ. ທັມມະປະຣິຍາຍອັນຫຼວງຫຼາຍ ທີ່ພຣະໂຄດົມຜູ້ຈະເຣີນປະກາດແລ້ວນີ້ ເປັນເໝືອນການຫງາຍຂອງທີ່ຂວໍ້າຢູ່, ເປີດຂອງທີ່ມີສິ່ງອື່ນປົກປິດໄວ້, ບອກທາງແກ່ຄົນຫຼົງທາງ, ຫຼືວ່າຈູດຕະກຽງໄວ້ໃນບ່ອນມືດ ເພື່ອວ່າຄົນມີຕາຍັງດີຈະໄດ້ເຫັນຮູບ, ເຊັ່ນໃດກໍເຊັ່ນນັ້ນ. ຂ້າພະເຈົ້າຂໍເຖິງ ພຣະໂຄດົມຜູ້ຈະເຣີນເປັນທີ່ເພິ່ງ ລວມທັງ ພຣະທັມແລະພຣະສົງຄ໌. ຂໍພຣະໂຄດົມຜູ້ຈະເຣີນ ຈົ່ງທົງຈໍາພວກຂ້າພະເຈົ້າໄວ້ວ່າ ເປັນອຸປາສົກຜູ້ເຖິງພຣະຣັຕຕະນະຕຣັຍ ຕັ້ງແຕ່ວັນນີ້ໄປຈົນຕະຫຼອດຊີວິຕ.

: ທົງປະດິດສະຖານ (ສາສນາ) ພຣົມມະຈັນໄດ້ຢ່າງບໍຣິບູນ ໑

ພຣະໂຄດົມຜູ້ຈະເຣີນ ! ຖ້າພຣະ ໂຄດົມ ເອງກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກ ພິກຂຸ ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກ ພິກຂຸນີ ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກ ອຸປາສົກ ຄະຣືຫັດນຸ່ງຂາວ ປະພຶດພຣົມມະຈັນ (ບໍ່ບໍຣິໂພກກາມ) ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກ ອຸປາສົກ ຄະຣືຫັດ ນຸ່ງຂາວ ບໍຣິໂພກກາມ ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລະພວກ ອຸປາສິກາ ຄະຣືຫັດນຸ່ງຂາວ ປະພຶດພຣົມມະຈັນ (ບໍ່ບໍຣິໂພກກາມ) ກໍໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ,

໑. ເປັນຄໍາຂອງປະຣິບພາຊົກວັດສະໂຄຕ ທູນແດ່ພຣະຜູ້ມີພຣະພາຄເຈົ້າ ທີ່ເວລຸວັນ ໃກ້ເມືອງຣາຊະຄຶ. ບາລີ

ມຫາວັຈສະໂຄຕສູຕ ມ. ມ. ໑໓/໒໕໖/໒໕໘.

໕໐໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ແຕ່ວ່າ ອຸປາສິກາຄະຣືຫັດ ນຸ່ງຂາວ ບໍຣິໂພກກາມ ຍັງບໍ່ໄດ້ຮັບຄວາມພໍໃຈ (ຈາກພຣົມມະຈັນນີ້) ດ້ວຍ ແລ້ວນັ້ນ, ພຣົມມະຈັນ (ສາສນາ) ນີ້ ກໍຈະຍັງ ບໍ່ເຖິງເຊິ່ງຄວາມບໍຣິບູນໄດ້ ເພາະເຫດນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ