ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ມີເລື່ອງ : - ຕາມສຽງລືຊາທົ່ວໄປ -- ຕາມສຽງຂອງຜູ້ສັນລະເສີນທັມມະເທສນາ -- ຕາມສຽງຂອງປະຣິບພາຊົກວັດສະໂຄຕ -- ຕາມສຽງຂອງຄະນະກະໂມກຄັນລານະພຣາມ -- ຕາມສຽງຂອງສັຈຈະກະນິຄັນຖະບຸຕ -- ຕາມສຽງຂອງເຈົ້າລິດສະວີ ທຸມມຸຂະ -- ຕາມສຽງຂອງປະຣິບພາຊົກຄະນະແມ່ນໍ້າສັບປິນີ -- ຕາມສຽງຂອງສັງຄົມວິນຍູຊົນ -- ຕາມສຽງຂອງວັຊຊິຢະມາຫິຕະຄະຫະບໍດີ -- ຕາມສຽງຂອງໂປຕຖະປາທະປະຣິບພາຊົກ -- ຕາມສຽງຂອງປິໂລຕິກະປະຣິບພາຊົກ -- ຕາມສຽງຂອງປີງຄິຢານີພຣາມ -- ຕາມສຽງຂອງວັດສະກາຣະພຣາມ -- ຕາມສຽງຂອງອັຕຖະກາມະເທບ -- ຕາມສຽງຂອງຫັຕຖະກະເທວະບຸຕ -- ຕາມສຽງຂອງເທວະດາບາງຕົນ -- ຕາມສຽງຂອງທ້າວສັກກະຈອມເທບ -- ຕາມສຽງຂອງໂລຫິຈຈະພຣາມ -- ຕາມສຽງຂອງໂສນະທັນດະພຣາມ -- ຕາມສຽງຂອງອຸດຕະຣະມານົບ -- ຕາມສຽງຂອງອຸບາລີຄະຫະບໍດີ ບຸຣະພະນິຄັນຖ໌ -- ຕາມສຽງຂອງພຣະເຈົ້າປັດເສນທິໂກສົລ -- ຕາມສຽງຂອງຄະນະກະໂມກຄັນລານະພຣາມ -- ຕາມສຽງຂອງມາຣ.
໔໙໙
ຜະນວກພາກ ໔
ຄືພຣະປະວັດປີກຍ່ອຍຕາມສຽງຂອງຄົນພາຍນອກ
ຄໍາຊີ້ແຈງສໍາລັບເລື່ອງຜະນວກ (ຕື່ມ)
ຂະນະທີ່ລວບລວມພຣະປະວັດພາກນີ້ ໄດ້ພົບເລື່ອງທີ່ເປັນພຣະປະວັດປີກຍ່ອຍ ປາກົດຢູ່ເປັນຄໍາຂອງຄົນພາຍນອກ ເຊັ່ນພວກພຣາມເປັນຕົ້ນ ກ່າວເຖິງພຣະອົງຄ໌. ເຫັນວ່າ ຄວນນໍາມາຜະນວກ(ຕື່ມ)ໄວ້ໃນເລື່ອງຈາກພຣະໂອຖເສຍດ້ວຍ ເພາະຄໍາທີ່ຄົນພາຍນອກກ່າວນີ້ ບໍ່ເປັນທີ່ຕັ້ງແຫ່ງຄວາມລະແວງ ຫຼືການກ່າວຫາຂອງຜູ້ອື່ນ ວ່າເປັນເລື່ອງຍົກຕົນເອງເລີຍ, ຈຶ່ງນໍາມາໃສ່ເປັນເລື່ອງຜະນວກ(ເພີ້ມຕື່ມ)ຂອງພາກສີ່ນີ້ ເຖິງວ່າບໍ່ແມ່ນເປັນເລື່ອງທີ່ຕຣັດຈາກພຣະໂອຖເອງ ກໍຍັງມີເຫດຜົລທີ່ເຊື່ອຖືໄດ້ດຸດດັ່ງດຽວກັນ. ອີກຢ່າງໜຶ່ງ ເລື່ອງທີ່ຈະກ່າວໂດຍຄົນພາຍນອກເຊັ່ນນີ້ ມີໜ້ອຍຈົນບໍ່ພໍເພື່ອຈັດເປັນ “ພຸດທະປະວັດຈາກສຽງຂອງຄົນພາຍນອກ” ອີກເຫຼັ້ມໜຶ່ງຕ່າງຫາກ.
ໃນພຣະບາລີ ພຣົມມະຊາລະສູຕ ສີ. ທີ. ຕຣັດວ່າ ມະຫາຊົນທໍາມະດາຮູ້ຈັກພຣະອົງຄ໌ຢ່າງສູງພຽງແຄ່ຄວາມດີງາມໃນສ່ວນທີ່ເປັນຊັ້ນ “ສີລ” ເພາະສະນັ້ນຈຶ່ງບໍ່ເປັນການແປກປະຫຼາດແຕ່ຢ່າງໃດ ທີ່ຕາມສຽງຂອງຄົນນອກໃນເລື່ອງຜະນວກນີ້ ຈຶ່ງມີພຽງສ່ວນທີ່ເປັນຊັ້ນ “ສີລ” ເປັນສ່ວນໃຫຍ່, ເພາະສີລເປັນສິ່ງທີ່ປາກົດໄດ້ໃນສາຍຕາຂອງຄົນນອກທົ່ວໄປ ; ແຕ່ເຖິງຢ່າງນັ້ນ ກໍຍັງອາດເປັນທິຕຖານຸຄະຕິ ແກ່ຜູ້ຫວັງດໍາເນີນຕາມຮອຍພຣະຍຸຄົນບາດ ຫຼືແມ່ນແຕ່ພຽງຫວັງສຶກສາ ເພື່ອໃຫ້ຮູ້ຈັກພຣະພຸດທະອົງຄ໌ດີຍິ່ງຂຶ້ນ ກໍເປັນຄວາມດີບໍ່ໜ້ອຍ. ຍິ່ງເມື່ອເປັນເລື່ອງທີ່ບໍ່ຄ່ອຍເຄີຍຖືກນໍາອອກເຜີຍແພ່ ຫຼືສຶກສາກັນມາກ່ອນ ເຊັ່ນນີ້ດ້ວຍແລ້ວ ຂ້າພະເຈົ້າເຫັນວ່າເປັນເລື່ອງທີີ່ຄວນອ່ານດ້ວຍຄວາມພິຈາຣະນາຢ່າງເຕັມທີ່. - ຜູ້ລວບລວມ.
໕໐໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ຕາມສຽງລືຊາທົ່ວໆ ໄປ ໑
: ທົງເປັນສັມມາສັມພຸດທະປະກາດພຣົມມະຈັນບໍຣິສຸດ








