ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ນີ້ແນ່ອຸຕຕຣະ ! ພຣະສະມະນະໂຄດົມ ໂອຣົສເຈົ້າສາກະຢະ ອອກຜະນວດຈາກສາກະຢະຕະກູນ ສະເດັດຈາຣິກຢູ່ໃນໝູ່ຊາວວິເທຫະ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ປະມານ ໕໐໐ ອົງຄ໌. ແລະສຽງທີ່ກ່າວສັນລະເສີນພຣະໂຄດົມນັ້ນ ແພ່ກະຈາຍໄປແລ້ວເຊັ່ນນີ້ວ່າ ເພາະເຫດດັ່ງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ຊອບໄດ້ດ້ວຍຕົນເອງ ສົມບູນດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປດີ ຮູ້ແຈ້ງໂລກ ເປັນສາຣະຖີທີ່ຝຶກຄົນຄວນຝຶກໄດ້ ບໍ່ມີໃຜຍິ່ງໄປກວ່າ ເປັນຄູຂອງເທວະດາແລະມະນຸສ ເປັນຜູ້ເບີກບານຈໍາແນກທັມສັ່ງສອນສັຕ. ພຣະຜູ້ມີພຣະພາຄເຈົ້ານັ້ນ ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ຊຶ່ງໂລກນີ້ ພ້ອມທັງເທວະໂລກ ມາຣະໂລກ ພຣົມມະໂລກ ໝູ່ສັຕພ້ອມທັງສະມະນະພຣາມ, ເທວະດາພ້ອມທັງມະນຸສ, ແລ້ວຈຶ່ງປະກາດໃຫ້ຜູ້ອື່ນຮູ້ຕາມ. ທ່ານສະແດງທັມງົດງາມໃນເບື້ອງຕົ້ນ ງົດງາມໃນທ່າມກາງ ງົດງາມໃນທີ່ສຸດ, ປະກາດພຣົມມະຈັນ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸດ ບໍຣິບູນສິ້ນເຊີງ. ການໄດ້ເຫັນພຣະອະຣະຫັນຕ໌ຜູ້ເຊັ່ນນີ້ ເປັນຄວາມດີ” ດັ່ງນີ້. ແນ່ພໍ່ອຸດຕຣະ ! ເຈົ້າຈົ່ງໄປເຝົ້າພຣະໂຄດົມແລ້ວສັງເກດໃຫ້ຮູ້ວ່າ ເປັນຄວາມຈິງດັ່ງສຽງສັນລະເສີນທີ່ແພ່ກະຈາຍໄປແນວນັ້ນ ແທ້ຫຼືບໍ່, ເຮົາຈະໄດ້ຮູ້ຈັກພຣະສະມະນະໂຄດົມໄວ້ດ້ວຍກັນ.

໑. ເປັນຄໍາລືຊາໂດ່ງດັງຂອງຄົນທົ່ວໄປ, ລ່ວງໜ້າໄປໃນເຂດທີ່ພຣະອົງຄ໌ກໍາລັງຈະສະເດັດໄປ. ມີທີ່ມາ

ໃນບາລີທົ່ວໄປ ຫຼາຍແຫ່ງເຫຼືອທີ່ຈະນັບ ສະເພາະທີ່ຍົກເອົາມານີ້ ເປັນ ບາລີ ມ. ມ ໑໓/໕໒໙/໕໘໕.

ເປັນຄໍາຂອງພຣົມມະຍຸພຣາມ ກ່າວແກ່ສິດຂອງຕົນຕາມທີ່ໄດ້ຟັງຂ່າວເລົ່າລືມາ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໐໑

ຕາມສຽງຂອງຜູ້ສັນລະເສີນທັມມະເທສນາ ໑

: ທົງມີທັມມະເທສນາເປັນແສງສະຫວ່າງ

ພຣະໂຄດົມຜູ້ຈະເຣີນເປັນຜູ້ເກີດກ່ອນໃຜທັງໝົດ, ພຣະໂຄດົມຜູ້ຈະເຣີນເປັນຜູ້ປະເສີດທີ່ສຸດ. ພຣະໂຄດົມຜູ້ຈະເຣີນ ! ທັມມະເທສນານັ້ນເລີດລໍ້າຍິ່ງ. ທັມມະເທສນານັ້ນເລີດລໍ້າຍິ່ງ. ທັມມະປະຣິຍາຍອັນມາກຫຼາຍ ທີ່ພຣະໂຄດົມຜູ້ຈະເຣີນທົງປະກາດແລ້ວນີ້ ປຽບເໝືອນການຫງາຍຂອງທີ່ຂວໍ້າຢູ່, ເປີດຂອງທີ່ມີສິ່ງອື່ນປິດບັງໄວ້, ບອກທາງແກ່ຄົນຫຼົງທາງ, ຫຼືວ່າໄຕ້ໄຟໄວ້ໃນບ່ອນທີ່ມືດ ດ້ວຍຫວັງວ່າຄົນມີຕາດີຈະໄດ້ເຫັນຮູບທັງຫຼາຍ. ເຊັ່ນໃດກໍເຊັ່ນນັ້ນ.

ຂ້ານ້ອຍ ຂໍເຖິງພຣະໂຄດົມຜູ້ຈະເຣີນນີ້ວ່າເປັນສະຣະນະ, ລວມທັງພຣະທັມ ແລະພຣະພິກຂຸສົງຄ໌ດ້ວຍ. ຂໍພຣະໂຄດົມຜູ້ຈເຣີນ ຈົ່ງທົງຈໍາພວກຂ້ານ້ອຍໄວ້ວ່າ ເປັນອຸປາສົກ ຜູ້ຖືເອົາພຣະຣັຕຕະນະຕຣັຍເປັນສະຣະນະ ຈົນສິ້ນຊີວິຕ ຕັ້ງແຕ່ວັນນີ້ໄປ. ອັນໜຶ່ງ ຂໍພຣະໂຄດົມຜູ້ຈະເຣີນ ຈົ່ງຢູ່ຈໍາພັນສາໃນເມືອງເວຣັຊຊານີ້ ພ້ອມດ້ວຍພຣະພິກຂຸສົງຄ໌ທັງຫຼາຍ.

ຕາມສຽງຂອງປະຣິບພາຊົກວັດສະໂຄຕ ໒

: ທົງສະແດງຫຼັກສໍາຄັນຕົງກັນກັບສາວົກຢ່າງໜ້າອັນສະຈັນ

ພຣະໂຄດົມຜູ້ຈະເຣີນ ! ເລື່ອງນີ້ໜ້າອັດສະຈັນ ເລື່ອງນີ້ບໍ່ເຄີຍມີມາກ່ອນ ໃນຂໍ້ທີ່ອັຕຖະກັບອັຕຖະ ພະຍັນຊະນະກັບພະຍັນຊະນະ ຂອງພຣະສາສດາແລະ

໑. ຄໍາຂອງເວຣັຊຊະພຣາມ ທູນສັນລະເສີນທັມມະເທສນາຂອງພຣະຜູ້ມີພຣະພາຄເຈົ້າ ຕາມຄວາມຮູ້ສຶກໃນ

ຫົວໃຈຈິງແທ້. ບາລີ ມຫາວິ. ວິ ໑/໙/໔. ການສັນລະເສີນພຣະທັມມະເທສນາໂດຍໂວຫາຣເຊັ່ນນີ້

ມີທົ່ວໆໄປ ຫຼາຍແຫ່ງດ້ວຍກັນ ໃນບ່ອນນີ້ຍົກເອົາມາສະເພາະຜູ້ທໍາອິດ ທີ່ປາກົດໃນພຣະໄຕຣປິດົກ.

໒. ຄໍາຂອງວັດສະໂຄຕປະຣິບພາຊົກ ກາບທູນຄວາມໜ້າອັດສະຈັນຂໍ້ນີ້ກັບພຣະຜູ້ມີພຣະພາຄ ໃນທີ່ແຫ່ງໜຶ່ງ:

ສລາ. ສັງ. ໑໘/໔໗໙/໗໙໓.

໕໐໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຂອງສາວົກ ປາກົດວ່າ ສະແດງອອກຕົງກັນສະເໝີກັນ ບໍ່ຜິດພ້ຽນຈາກກັນ ໃນບົດທີ່ເປັນໃຈຄວາມສໍາຄັນ. ພຣະໂຄດົມຜູ້ຈະເຣີນ ! ເມື່ອກີ້ມານີ້ເອງ ຂ້ານ້ອຍເຂົ້າໄປຫາພຣະສະມະນະມະຫາໂມກຄັນລານະແລ້ວໄດ້ຖາມເນື້ອຄວາມຂໍ້ນີ້໑ ແມ່ນວ່າພຣະ ສະມະນະມະຫາໂມກຄັນລານະ ກໍໄດ້ຕອບເນື້ອຄວາມຂໍ້ນີ້ ໃຫ້ຂ້ານ້ອຍຊາບ ດ້ວຍບົດພະຍັນຊະນະເຫຼົ່ານີ້ ເຊັ່ນດຽວກັບທີ່ພຣະສະມະນະໂຄດົມກ່າວນີ້ເໝືອນກັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ