ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ດູຣາອາວຸໂສ ! ພິກຂຸນັ້ນ ເປັນຜູ້ເຖິງພ້ອມແລ້ວດ້ວຍສິີລ ...(ເປັນຕົ້ນ)... ແບບນີ້ແລ້ວ ມີໃຈປາສະຈາກແລ້ວ ຈາກກາມແລະອະກຸສົລທັມທັງຫຼາຍ, ບັນລຸ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກແລ້ວແລຢູ່ ; ດູຣາອາວຸໂສ ! ພິກຂຸໃດ ເປັນຜູ້ຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເປັນການສົມຄວນຫຼືໜໍ ທີ່ພິກຂຸນັ້ນຈະຍ່ອມກ່່າວແນວນີ້ວ່າ “ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນ” ຫຼືວ່າ “ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ” ດັ່ງນີ້.
“ດູຣາອາວຸໂສ ໂຄຕະມະ ! ພິກຂຸໃດຮູ້ຢູ່ແນວນີ້ ເຫັນຢູ່ເຊັ່ນນີ້, ຍ່ອມບໍ່ເປັນການສົມຄວນທີ່ພິກຂຸນັ້ນຈະຍ່ອມກ່າວວ່າ “ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນ”, ຫຼືວ່າ “ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ” ດັ່ງນີ້.”
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໙໕
ດູຣາອາວຸໂສ ! ແມ່ນວ່າເຮົາຕະຖາຄົຕໃນບັດນີ້ ຍ່ອມຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ; ແລະເຮົາຍ່ອມບໍ່ກ່າວ ວ່າ “ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນ”, ຫຼືກ່າວວ່າ “ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ” ດັ່ງນີ້.”
(ຕໍ່ຈາກນີ້ ໄດ້ຕຣັດເຖິງການທີ່ພິກຂຸນັ້ນ ບັນລຸທຸຕິຢະຊານ ຕະຕິຢະຊານ ຈະຕຸຕຖະຊານ, ທັງຍານະທັດສະນະເປັນລໍາດັບໄປ ຈົນເຖິງອາສະວັກຂະຢະຍານ ມີພຣົມມະຈັນອັນຢູ່ຈົບແລ້ວ, ແລະໄດ້ຕຣັດຖາມໃຫ້ປະຣິບພາຊົກນັ້ນຕອບເອງ ດ້ວຍຄໍາຖາມ ແລະຄໍາຕອບແບບດຽວກັນທຸກປະການ. ມະຫາລິລິດສະວີຜູ້ປາກແຂງໄດ້ພໍໃຈ ເພີດເພີນໃນພາສິຕນີ້ຢ່າງຍິ່ງ).
ການສົນທະນາເລື່ອງ ເຄື່ອງສະນຸກຂອງພຣະອະຣິຍະເຈົ້າ ໑
ກຸນດະລິຢະປະຣິບພາຊົກ ໄດ້ທູນພຣະຜູ້ມີພຣະພາຄວ່າ “ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້າເປັນຜູ້ມັກທ່ຽວໄປຕາມໝູ່ບໍຣິສັດ ໃນອາຣາມຕ່າງໆ. ເມື່ອຂ້າພະເຈົ້າແລ້ວພັຕຕະກິດໃນເວລາເຊົ້າແລ້ວ ຫຼັງຈາກເວລາແຫ່ງພັຕແລ້ວ ກິດປະຈໍາວັນຂອງຂ້າພະເຈົ້າ ຄືທ່ຽວໄປຈາກອາຣາມນັ້ນສູ່ອາຣາມນີ້ ຈາກອຸທະຍານນັ້ນສູ່ອຸທະຍານນີ້. ໃນບ່ອນນັ້ນ ຂ້າພະເຈົ້າໄດ້ເຫັນສະມະນະພຣາມພວກໜຶ່ງໆ ເປັນຜູ້ມີການໂຕ້ວາທະແກ່ກັນແລະກັນເຊັ່ນນີ້ໆ ເປັນເຄື່ອງສະນຸກສະໜານພໍໃຈ (ອານິສົງສ໌) ກໍມີ, ມີການຕິຕຽນກັນເມື່ອກ່າວກະຖານັ້ນໆ ຢູ່ ເປັນເຄື່ອງສະນຸກສະໜານພໍໃຈ ກໍມີ. ກໍພຣະສະມະນະໂຄດົມເດ ເປັນຜູ້ຢູ່ດ້ວຍການມີອັນໃດເປັນເລື່ອງສະນຸກສະໜານພໍໃຈ ?”
ດູຣາກຸນດະລິຢະ ! ຕະຖາຄົຕ ຢູ່ດ້ວຍການ ມີຜົລແຫ່ງວິຊຊາ ແລະວິມຸດຕິ ເປັນເຄື່ອງສະນຸກສະໜານພໍໃຈ.
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ກໍທັມເຫຼົ່າໃດໜໍ ທີ່ບຸກຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເຮັດວິຊຊາແລະວິມຸດຕິໃຫ້ສົມບູນ ?”
໑. ບາລີ ສູຕທີ ໖ ປັພພະຕະວັກຄະ ໂພຊຊັງຄະສັງຢຸຕ ມຫາວາຣ. ສັງ ໑໙/໑໐໕/໓໙໔. ຕຣັດແກ່
ກຸນດະລິຢະປະຣິບພາຊົກ ທີ່ມິຄະທາຢະອັນຊະນະວັນ ໃກ້ເມືອງສາເກດ.
໔໙໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
[ຕໍ່ຈາກນີ້ ພຣະຜູ້ມີພຣະພາຄ ໄດ້ຕຣັດທັມທີ່ເຮັດວິຊຊາແລະວິມຸດຕິໃຫ້ສົມບູນ ໃນລັກສະນະທີ່ເປັນທັມສົ່ງເສີມກັນແລະກັນໃຫ້ເກີດຂຶ້ນ ໂດຍນັຍແຫ່ງປະຕິຈຈະສະມຸບບາດ ເປັນລໍາດັບໄປ ຄື ໂພຊຊົງຄ໌ເຈັດ ... ສະຕິປັຕຖານສີ່ ... ສຸຈະຣິຕສາມ... ແລະ ອິນຊີສັງວອນ ; ມີລາຍລະອຽດທີ່ຜູ້ສົນໃຈຈະຫາອ່ານເບິ່ງໄດ້ຈາກ ໜັງສືຊຸດທັມມະໂຄສນ໌ໆ ຊື່ “ປະຕິຈຈະສະມຸບບາດຈາກພຣະໂອຖ” ໜ້າ ໖໓໑ ທີ່ຫົວຂໍ້ເລື່ອງວ່າ “ປະຕິຈຈະ ສະມຸບບາດແຫ່ງວິຊຊາແລະວິມຸດຕິ (ໂດຍສັງເຂບ (ຫຍໍ້))”.]
໔໙໗
ຜະນວກພາກ ໔ (ເພີ້ມຕື່ມໃສ່)
ຕາມສຽງຄົນພວກນອກທີ່ກ່າວເຖິງພຣະອົງຄ໌
໔໙໘
ຜະນວກພາກ ໔ (ເພີ້ມຕື່ມ)








