ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໒. ຂ້າພະເຈົ້າ ຈະເປັນພຣົມມະຈາຣີ ບໍ່ເສບເມຖຸນ ຈົນຕະຫຼອດຊີວິຕ.

໓. ຂ້າພະເຈົ້າ ຈະມີຊີວິຕຢູ່ດ້ວຍສຸຣາແລະຊີ້ນ ບໍ່ບໍຣິໂພກເຂົ້າສຸກແລະ

ເຂົ້າໜົມສົດ ຈົນຕະຫຼອດຊີວິຕ.

໔. ຂ້າພະເຈົ້າ ຈະບໍ່ລ່ວງເກີນອຸເທນເຈດີ ໃນເມືອງເວສາລີ ທາງທິສ

ຕາເວັນອອກ.

໕. ຂ້າພະເຈົ້າ ຈະບໍ່ລ່ວງເກີນໂຄຕະມະກະເຈດີ ໃນເມືອງເວສາລີ ທາງທິສໃຕ້.

໖. ຂ້າພະເຈົ້າ ຈະບໍ່ລ່ວງເກີນສັຕຕັມພະເຈດີ ໃນເມືອງເວສາລີ ທາງທິສ

ຕາເວັນຕົກ.

໗. ຂ້າພະເຈົ້າ ຈະບໍ່ລ່ວງເກີນພະຫຸປຸຕຕະກະເຈດີ ໃນເມືອງເວສາລີ

ທາງທິສເໜືອ.

ພັກຄະວະ ! ຄັ້ງນັ້ນ ສຸນັກຂັຕຕະ ລິດສະວີບຸຕ ເຂົ້າໄປຫາອະເຈລະກະລາຣະມັຊຊະກະ ເຖິງບ່ອນຢູ່ ແລ້ວຖາມບັນຫາ, ອະເຈລະຜູ້ນັ້ນຖືກຖາມແລ້ວ ບໍ່ອາດຕອບ ກໍສະແດງຄວາມໂກດ ໂທສະ ແລະຄວາມບໍ່ຍິນດີດ້ວຍ ໃຫ້ປາກົດຂຶ້ນ.

໑. ບາລີ ປາຕິກະສູຕ ປາ. ທີ ໑໑/໙/໕. ຕຣັດແກ່ປະຣິບພາຊົກວັດສະໂຄຕ ທີ່ອາຣາມຂອງລາວ,

ປາຣົບກັນເຖິງເລື່ອງສຸນັກຂັຕ ລິດສະວີບຸຕ ຍົກເລື່ອງຫາວ່າຖ້າພຣະອົງຄ໌ບໍ່ສະແດງປາຕິຫາຣ

ຈະບໍ່ຢູ່ປະພຶດພຣົມມະຈົນດ້ວຍ, ແຕ່ພຣະອົງຄ໌ບໍ່ທົງເຮັດຕາມຄໍາຂໍ ເພາະບໍ່ໄດ້ສັນຍາກັນວ່າມາ

ປະພຶດພຣົມມະຈັນເພື່ອເຫັນປາຕິຫາຣ. ແຕ່ທີ່ແທ້ ປາຕິຫາຣ ຍ່ອມມີຕາມທັມມະດາຢູ່ເລື້ອຍໆ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໙໑

ພັກຄະວະ ! ຄັ້ງນັ້ນ ສຸນັກຂັຕຕະ ລິດສະວີບຸຕ ມີຄວາມຄິດວ່າ (ເຮົາໄດ້ລົບກວນ ພຣະອະຣະຫັນຕະສະມະນະຜູ້ດີງາມເສຍແລ້ວ ຂໍຢ່າເປັນໄປເພື່ອຄວາມທຸກຂ໌ ຄວາມບໍ່ເກື້ອກູນແກ່ເຮົາຕະຫຼອດກາລະນານເລີຍ) ດັ່ງນີ້ແລ້ວ ໄດ້ເຂົ້າໄປຫາເຮົາ ໄຫວ້ແລ້ວນັ່ງຢູ່ ນະ ທີ່ຄວນເບື້ອງໜຶ່ງ. ເຮົາໄດ້ກ່າວກັບສຸນັກຂັຕຕະ ລິດສະວີບຸຕ ວ່າ “ໂມຄະບຸຣຸສ ! ເຈົ້າເປັນສະມະນະສາກະຢະປຸຕຕິຢະ ຈະຕ້ອງສໍານຶກໂຕໄວ້” ດັ່ງນີ້.

“ພຣະອົງຜູ້ຈະເຣີນ ! ເປັນຫຍັງພຣະອົງຄ໌ຈຶ່ງໄດ້ຕຣັດດັ່ງນີ້ໜໍ ?” ສຸນັກຂັຕຕະ ລິດສະວີບຸຕ ໄດ້ຢ້ອນຖາມເຮົາ.

“ສຸນັກຂັຕຕະ ! ເຈົ້າໄດ້ເຂົ້າໄປຖາມບັນຫາກັບອະເຈລະກະລາຣະມັຊຊະກະ, ອະເຈລະກະລາຣະມັຊຊະກະຕອບບໍ່ໄດ້ແລ້ວສະແດງຄວາມໂກດ ໂທສະ ແລະຄວາມບໍ່ຍິນດີດ້ວຍ ໃຫ້ປາກົດ, ເຈົ້າຍັງຄິດວ່າ ເຮົາໄດ້ລົບກວນພຣະອະຣະຫັນຕະສະມະນະຜູ້ດີງາມເສຍແລ້ວ ຂໍຢ່າເປັນໄປເພື່ອຄວາມທຸກຂ໌ ຄວາມບໍ່ເກື້ອກູນ ແກ່ເຮົາຕະຫຼອດກາລະນານເລີຍ ດັ່ງນີ້, ບໍ່ແມ່ນຫຼື ?”

“ຈິງແທ້ແນວນັ້ນ, ພຣະອົງຄ໌ ! ແຕ່ວ່າເປັນຫຍັງ ພຣະຜູ້ມີພຣະພາຄຈຶ່ງທົງຫວງ ພຣະອະຣະຫັນຕະຄຸນໜໍ ?”

“ໂມຄະບຸຣຸສ ! ເຮົາບໍ່ໄດ້ຫວງພຣະອະຣະຫັນຕະຄຸນດອກ ແຕ່ວ່າທິຕຖິລາມົກຂອງເຈົ້າມີຢູ່ ເຈົ້າຈົ່ງລະມັນເສຍ ຈົ່ງຢ່າເປັນໄປເພື່ອທຸກຂ໌ ບໍ່ເກື້ອກູນແກ່ເຈົ້າຕະຫຼອດກາລະນານ. ສຸນັກຂັຕຕະ ! ຂໍ້ທີ່ເຈົ້າສໍາຄັນວ່າ ກະລາຣະມັຊຊະກະ ເປັນອະຣະຫັນຕະສະມະນະຜູ້ດີງາມນັ້ນ ໃນບໍ່ດົນດອກ ກະລາຣະມັຊຊະກະຈະນຸ່ງຜ້າ ມີພັນຣະຍາຕາມຫຼັງທ່ຽວໄປ, ບໍຣິໂພກເຂົ້າສຸກ ແລະເຂົ້າໜົມສົດ ລ່ວງເກີນເຈດີ ໃນເມືອງເວສາລີທຸກໆແຫ່ງ ເສື່ອມຈາກລາບຍົສທໍາກາລະແລ້ວ”.

໔໙໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພັກຄະວະ ! ຕໍ່ມາບໍ່ດົນ (ເຫດການເປັນໄປດັ່ງເຮົາພະຍາກອນ), ສຸນັກຂັຕຕະ ລິດສະວີບຸຕ (ຮູ້ເລື່ອງແລ້ວ) ໄດ້ເຂົ້າໄປຫາເຮົາເຖິງບ່ອນຢູ່ ໄຫວ້ແລ້ວນັ່ງຢູ່ ນະ ບ່ອນທີ່ຄວນ. ພັກຄະວະ ! ເຮົາໄດ້ຖາມ ສຸນັກຂັຕຕະນັ້ນວ່າ ຂໍ້ໃດທີ່ເຮົາພະຍາກອນໄວ້ ຂໍ້ນັ້ນເປັນດັ່ງນັ້ນ ຫຼືເປັນໂດຍປະການອື່ນ ?

“ພຣະອົງຜູ້ຈະເຣີນ ! ເປັນດັ່ງນັ້ນ ບໍ່ໄດເປັນໄປໂດຍປະການອື່ນ”

“ເມື່ອເປັນເຊັ່ນນັ້ນ ເປັນອັນວ່າ ເຮົາສະແດງອຸຕຕະຣິມະນຸສສະທັມ ອິດທິ ປາຕິຫາຣ ຫຼືບໍ່ໄດ້ສະແດງ”

“ພຣະອົງຜູ້ຈະເຣີນ ! ເປັນອັນວ່າສະແດງແລ້ວ, ຫາກບໍ່ໄດ້ສະແດງກໍບໍ່ແມ່ນ”

“ໂມຄະບຸຣຸສ ! ເຈົ້າຈົ່ງເຫັນຄວາມຜິດຂອງຕົນເຖີ້ນ”

ພັກຄະວະ ! ສຸນັກຂັຕຕະ ລິດສະວີບຸຕ ເມື່ອເຮົາກ່າວຢູ່ເຊັ່ນນີ້ ໄດ້ຫຼີກໄປແລ້ວຈາກທັມວິນັຍຂອງເຮົາ ເໝືອນສັຕນະຣົກ ຜູ້ຫາຄວາມຈະເຣີນບໍ່ໄດ້.

ການສົນທະນາກັບປະຣິບພາຊົກ ຊື່ມັນດິຢະແລະຊາລິຢະ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ