ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໒. ທ້າວມະຫາຣາຊ ຍັກ ຄົນທັນ ກຸມພັນ ນາຄ ຈະເປັນສັຕຊະນິດໃດ ຄວນວິນິຈສັຍເບິ່ງ

ຈາກເລື່ອງນີ້ດ້ວຍ.

໔໘໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພິກຂຸ ທ. ! ມະຫາຣາຊຊື່ເວດສະວັນ ຜູ້ນັ່ງແລ້ວໃນທີ່ຄວນ ໄດ້ກ່າວຄໍານີ້ກັບເຮົາວ່າ :-

“ຂ້າແຕ່ພຣະອົງ ! ຍັກຊັ້ນສູງ ທີ່ບໍ່ເຫຼື້ອມໃສໃນພຣະຜູ້ມີພຣະພາຄກໍມີ ທີ່ເຫຼື້ອມໃສກໍມີ, ຍັກຊັ້ນກາງ ທີ່ບໍ່ເຫຼື້ອມໃສໃນພຣະຜູ້ມີພຣະພາຄກໍມີ ທີ່ເຫຼື້ອມໃສກໍມີ, ຍັກຊັ້ນຕໍ່າ ທີ່ບໍ່ເຫຼື້ອມໃສໃນພຣະຜູ້ມີພຣະພາຄກໍມີ ທີ່ເຫຼື້ອມໃສກໍມີ, ແຕ່ວ່າ ຍັກສ່ວນໃຫຍ່ ບໍ່ເຫຼື້ອມໃສໃນພຣະຜູ້ມີພຣະພາຄດອກ, ພຣະອົງຜູ້ຈະເຣີນ ! ເພາະເຫດໃດໜໍ ? ເພາະເຫດວ່າ ພຣະຜູ້ມີພຣະພາຄຍ່ອມສະແດງທັມ ເພື່ອງົດເວັ້ນຈາກປານາຕິບາຕ, ຈາກອະທິນນາທານ, ຈາກກາເມສຸມິດສາຈາຣ, ຈາກມຸສາວາດ, ຈາກການດື່ມສຸຣາ ເມຣັຍ ; ແຕ່ຍັກສ່ວນໃຫຍ່ ບໍ່ງົດເວັ້ນຈາກປານາຕິບາຕເສຍເລີຍ, ບໍ່ງົດເວັ້ນຈາກອະທິນນາທານ, ກາເມສຸມິດສາຈາຣ, ມຸສາວາດ, ແລະການດື່ມສຸຣາເມຣັຍ. ທັມມະເທສນາຂອງພຣະຜູ້ມີພຣະພາຄເຈົ້າຈຶ່ງບໍ່ເປັນທີ່ຮັກ ທີ່ພໍໃຈແກ່ຍັກທັງຫຼາຍເຫຼົ່ານັ້ນ.”

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເຫຼົ່າສາວົກຂອງພຣະຜູ້ມີພຣະພາຄ ຜູ້ເສບເສນາສະນະປ່າອັນສະງົບ ໃນເຂດປ່າອັນສຽງຄ່ອຍ ບໍ່ດັງກ້ອງ ປາສະຈາກສຽງຄົນ ເປັນບ່ອນທີ່ເໝາະແກ່ວຽກລັບຂອງມະນຸສ ສົມຄວນແກ່ການຫຼີກຫາບ່ອນງຽບ, ໃນທີ່ບ່ອນນັ້ນມີຍັກຊັ້ນສູງອາໄສຢູ່. ພວກໃດບໍ່ເຫຼື້ອມໃສໃນທັມວິນັຍຂອງພຣະຜູ້ມີພຣະພາຄ ເພື່ອໃຫ້ພວກນັ້ນເຫຼື້ອມໃສ, ຂໍພຣະຜູ້ມີພຣະພາຄຈົ່ງທົງຮັບ ອາຕານາຕິຢະຣັກຂະມົນຕ໌ ເພື່ອການຄຸ້ມຄອງຮັກສາ ການບໍ່ຖືກບຽດບຽນ ການຢູ່ເປັນຜາສຸກແກ່ພິກຂຸ ພິກຂຸນີ ອາປາສົກແລະອຸປາສິກາ ທັງຫຼາຍເຖີ້ນ”

ພິກຂຸ ທ. ! ເຮົາຮັບການຂໍຮ້ອງຂອງທ້າວມະຫາຣາຊດ້ວຍການນິ້ງ. ລໍາດັບນັ້ນ ທ້າວມະຫາຣາຊ ຊື່ເວດສະວັນ ຮູ້ຄວາມຍອມຮັບຂອງເຮົາ ຈຶ່ງກ່າວ ອາຕານາຕິຢະຣັກຂະມົນຕ໌ ຂຶ້ນໃນຂະນະນັ້ນ (ເປັນຄໍາກາບ) ວ່າ :-

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໘໙

“ຂໍນອບນ້ອມແດ່ພຣະວິປັສສີພຸດທະ ຜູ້ມີຈັກຂຸ ມີສິຣິ.

ຂໍນອບນ້ອມແດ່ພຣະສິຂີພຸດທະ ຜູ້ມີຄວາມເອັນດູໃນສັຕທັງປວງ.

ຂໍນອບນ້ອມແດ່ພຣະເວດສະພູພຸດທະ ຜູ້ມີຕະບະ ຜູ້ໝົດບາບແລ້ວ.

ຂໍນອບນ້ອມແດ່ພຣະກະກຸສັນດະພຸດທະ ຜູ້ຢໍ່າຢີມາຣແລະເສນາໄດ້.

ຂໍນອບນ້ອມແດ່ພຣະໂກນາຄະມະນະພຸດທະ ຜູ້ປະເສີດຈົບພຣົມມະຈັນ.

ຂໍນອບນ້ອມແດ່ພຣະກັດສະປະພຸດທະ ຜູ້ພົ້ນແລ້ວຈາກກິເລສທັງປວງ.

ຂໍນອບນ້ອມແດ່ພຣະອັງຄີຣະສະພຸດທະ໑ ຜູ້ເປັນສາກະຢະບຸຕ ມີສິຣິ.

ຜູ້ສະແດງທັມອັນເປັນເຄື່ອງບັນເທົາທຸກຂ໌ທັງປວງ ນີ້. ໆລໆ໒”

ໃນທີ່ສຸດ ທ້າວມະຫາຣາຊ ກ່າວແກ່ເຮົາວ່າ “ພວກຂ້ານ້ອຍ ທ. ຈະລາໄປບັດນີ້ ພວກຂ້ານ້ອຍມີກິດຫຼາຍ ມີທຸຣະຫຼາຍ” ດັ່ງນີ້. ເຮົາຕອບວ່າ ພວກທ່ານທັງຫຼາຍຍ່ອມຮູ້ຈັກເວລາຂອງກິດໃດໆ ດີແລ້ວ ດັ່ງນີ້.

ພິກຂຸ ທ. ! ລໍາດັບນັ້ນ ມະຫາຣາຊທັງສີ່ ລຸກຈາກບ່ອນນັ່ງ ອະພິວາດເຮົາ ເຮັດປະທັກຂິນາແລ້ວ ຫາຍໄປໃນບ່ອນນັ້ນ. ຍັກເຫຼົ່ານັ້ນ ຄັນລຸກຈາກບ່ອນນັ່ງແລ້ວ ບາງພວກອະພິວາດ ເຮັດປະທັກຂິນາ, ບາງພວກກ່າວຖ້ອຍຄໍາບັນເທີງໃຈຈັບໃຈ, ບາງພວກເຮັດອັນຊະລີ, ບາງພວກຮ້ອງຂານຊື່ແລະໂຄຕ, ບາງພວກເສີຍໆ, ແລ້ວຫາຍໄປໃນທີ່ບ່ອນນັ້ນ.

໑. ຄືພຣະຜູ້ມີພຣະພາຄເຈົ້າຂອງເຮົາໃນປັດຈຸບັນ.

໒. ມົນຕໍ່ນີ້ໄປ ຍັງມີອີກຍາວຫຼາຍ ແຕ່ບໍ່ແນ່ໃຈວ່າເປັນພຸດທະພາສິຕແທ້, ແລະຢ້ານວ່າຈະບໍ່ເປັນ

ປະໂຍຊນ໌ໃນການເອົາມາໃສ່ໄວ້ທັງໝົດ ຜູ້ປາຖນາຢາກຮູ້ຈົ່ງເປີດເບິ່ງ ອາຕານາຕິຢະສູຕເຖີ້ນ.

໔໙໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ການຂົ່ມລີດສະວີບຸຕ ຜູ້ມົວເມົາໃນປາຕິຫາຣ ໑

ພັກຄະວະ ! ຄັ້ງໜຶ່ງ ເຮົາຢູ່ທີ່ສາລາມີຮູບຄືເຮືອນຍອດ ທີ່ປ່າມະຫາວັນ ໃກ້ນະຄອນເວສາລີ. ຄັ້ງນັ້ນ ນັກບວດເປືອຍ (ອະເຈລະ) ຊື່ ກະລາຣະມັຊຊະກະ ອາໄສຢູ່ ນະ ເມືອງເວສາລີ ເຖິງແລ້ວດ້ວຍລາບແລະຍົສເຫຼືອລົ້ນ ຢູ່ໃນບ້ານວັຊຊີຄາມ, ເພາະນັກບວດຜູ້ນັ້ນ ສະມາທານວັຕຕະບົດ ໗ ປະການ ຢ່າງເຕັມທີ່ຄື :

໑. ຂ້າພະເຈົ້າ ຈະເປັນຄົນເປືອຍຕະຫຼອດຊີວິຕ ບໍ່ນຸ່ງຫົ່ມຜ້າ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ