ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ມະຫາລິ ! ຄັ້ງໜຶ່ງ ເຮົາຢູ່ທີ່ໂຄສິຕາຣາມ ນອກເມືອງໂກສັມພີ. ຄັ້ງນັ້ນ ປະຣິບພາຊົກຊື່ ມັນດິຢະແລະຊາລິຢະ ຜູ້ທາຣຸປັຕຕິກັນເຕວາສີ ໄດ້ເຂົ້າມາຫາເຮົາເຖິງບ່ອນທີ່ຢູ່, ຄັນເຂົ້າມາແລ້ວ ໄດ້ເຮັດສັມໂມທະນິຍະກະຖາ ຢືນຢູ່ ນະ ສ່ວນເບື້ອງໜຶ່ງ. ບັນພະຊິຕທັງສອງນັ້ນຢືນຢູ່ ນະ ສ່ວນເບື້ອງໜຶ່ງແລ້ວ ໄດ້ກ່າວກັບເຮົາວ່າ “ອາວຸໂສໂຄຕະມະ ຊີວະ ກໍອັນນັ້ນ ສະຣີຣະກໍອັນນັ້ນ ; ຫຼືວ່າ ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ ?” ດັ່ງນີ້. ເຮົາໄດ້ກ່າວກັບບັນພະຊິຕທັງສອງນັ້ນວ່າ :-

໑. ບາລີ ມຫາລິສູຕ ສີ. ທີ ໑໑/໒໑໙/໒໑໙. ຕຣັດແກ່ໂອຕຖັດດະລິດສະວີ ທີ່ກູຕາຄາຣສາລາ

ປ່າມະຫາວັນ ເມືອງເວສາລີ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໙໓

“ດູຣາອາວຸໂສ ! ຖ້າດັ່ງນັ້ນທ່ານຈົ່ງຟັງ, ຈົ່ງຕຽມໃນໃຈໃຫ້ດີ ເຮົາຈະກ່າວ. ດູຣາອາວຸໂສ ! ຕະຖາຄົຕເກີດຂຶ້ນແລ້ວໃນໂລກນີ້ ເປັນອະຣະຫັນຕ໌ຕຣັສຮູ້ຊອບດ້ວຍຕົນເອງ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ໄປແລ້ວດ້ວຍດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສ ບໍ່ມີສາຣະຖີອື່ນຍິ່ງກວ່າ ເປັນຄູຜູ້ສອນຂອງເທວະດາແລະມະນຸສ ເປັນຜູ້ຮູ້ຜູ້ຕື່ນຜູ້ເບີກບານ ຈໍາແນກທັມສັ່ງສອນສັຕ. ຕະຖາຄົຕນັ້ນເຮັດໃຫ້ແຈ້ງຊຶ່ງໂລກນີ້ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ ດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຜູ້ອື່ນຮູ້ຕາມ. ຕະຖາຄົຕນັ້ນ ສະແດງທັມງົດງາມໃນເບື້ອງຕົ້ນ ງົດງາມໃນທ່າມກາງ ງົດງາມໃນທີ່ສຸດ, ປະກາດພຣົມມະຈັນບໍຣິສຸດບໍຣິບູນສິ້ນເຊີງ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ.

ຄະຫະບໍດີ ຫຼືວ່າຄະຫະບໍດີບຸຕ ຫຼືບຸກຄົນຜູ້ເກີດແລ້ວໃນຕະກູນໃດຕະກູນໜຶ່ງໃນພາຍຫຼັງ ຍ່ອມໄດ້ຟັງຊຶ່ງທັມນັ້ນ. ບຸກຄົນນັ້ນໆ ຄັນໄດ້ຟັງແລ້ວຍ່ອມໄດ້ຊຶ່ງສັດທາໃນ ຕະຖາຄົຕ, ເຖິງພ້ອມແລ້ວດ້ວຍການໄດ້ສັດທາໃນຕະຖາຄົຕແລ້ວ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ “ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ, ບັນພະຊາເປັນໂອກາດວ່າງ ; ບໍ່ແມ່ນເປັນການງ່າຍ ທີ່ຈະຢູ່ຄອງເຮືອນແລ້ວປະພຶດພຣົມມະຈັນ ໃຫ້ບໍຣິສຸດໂດຍສ່ວນດຽວ ດຸດດັ່ງສັງອັນຂັດດີແລ້ວ, ຖ້າຈັ່ງໃດ ເຮົາຄວນຈະໂກນຜົມແລະໜວດ ນຸ່ງຫົ່ມຜ້າກາສາຍະແລ້ວ ອອກຈາກເຮືອນບວດສູ່ຄວາມບໍ່ມີເຮືອນເຖີ້ນ” ດັ່ງນີ້. ບຸກຄົນນັ້ນ ຄັນເຖິງສະໄໝອື່ນ ລະໂພຄະນ້ອຍໃຫຍ່ ລະວົງຍາດນ້ອຍໃຫຍ່ ແຖຜົມແລະໜວດ ນຸ່ງຫົ່ມຜ້າກາສາຍະແລ້ວ ອອກບວດຈາກເຮືອນສູ່ຄວາມບໍ່ມີເຮືອນ.

ພິກຂຸນັ້ນ ຜູ້ບວດແລ້ວດັ່ງນີ້ ສັງລວມແລ້ວດ້ວຍຄວາມສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາຣະຍາດແລະໂຄຈອນ, ມີປົກຕິເຫັນພັຍໃນໂທສ ແມ່ນວ່າມີປະມານເລັກນ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍ,

໔໙໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ເຖິງພ້ອມແລ້ວດ້ວຍກາຢະກັມ ວະຈີກັມອັນເປັນກຸສົລ, ມີອາຊີວະບໍຣິສຸດ, ເຖິງພ້ອມດ້ວຍສີລ, ມີທະວານອັນຄຸ້ມຄອງແລ້ວໃນອິນຊີທັງຫຼາຍ, ປະກອບດ້ວຍສະຕິສັມປະຊັນຍະ, ມີຄວາມສັນໂດດ.

ດູຣາອາວຸໂສ ! ກໍພິກຂຸເປັນຜູ້ເຖິງພ້ອມແລ້ວດ້ວຍສີລ ເປັນແນວໃດໜໍ ? ພິກຂຸໃນທັມວິນັຍນີ້ ລະການເຮັດສັຕມີຊີວິຕໃຫ້ມອດມ້ວຍໄປ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ແລະສາດຕຣາເສຍແລ້ວ... (ຂໍ້ຄວາມຕອນຕໍ່ໄປນີ້ ເປັນເຊັ່ນດຽວກັນກັບຂໍ້ຄວາມ ທີ່ພຣະອົງຕຣັດເຖິງພຣະອົງຄ໌ເອງ ໃນເລື່ອງສີລໂດຍພິສະດານ ດັ່ງທີ່ກ່າວໄວ້ໃນຫົວຂໍ້ທີ່ວ່າ “ມະນຸສປຸຖຸຊົນຮູ້ຈັກພຣະອົງຄ໌ໜ້ອຍເກີນໄປ”, ດັ່ງທີ່ປາກົດຢູ່ໃນໜັງສືເຫຼັ້ມນີ້ ໜ້າ ໔໕໒ ເລີ່ມແຕ່ແຖວທີ ໔, ໄປຈົນເຖິງໜ້າ ໔໕໘ ແຖວທີ ໑໑ (ນັບຈາກແຖວເລກໜ້າ) ຈົບທີ່ຄໍາວ່າ “...ເຮັດເດຣັດສານວິຊາເຫັນປານນັ້ນເສຍ.” ; ແລ້ວຕຣັດຂໍ້ຄວາມຕໍ່ໄປ ເຖິງເລື່ອງການຄຸ້ມຄອງອິນຊີ ການມີສະຕິສັມປະຊັນຍະ ການສັນໂດດ ການເສບເສນາສະນະອັນມິດງຽບ ການລະນິວອນ, ມີລາຍລະອຽດຫາເບິ່ງໄດ້ ທີ່ໜ້າ ໒໙໓ ເຖິງໜ້າ ໒໙໕ ແຫ່ງໜັງສືເຫຼັ້ມນີ້ ໂດຍຫົວຂໍ້ວ່າ “ທົງຝຶກສອນເປັນລໍາດັບໆ”, ສ່ວນລາຍລະອຽດເລື່ອງສັນໂດດ ຜູ້ສົນໃຈຫາເບິ່ງໄດ້ຈາກບາລີມະຫາລິສູຕ ສີ. ທີ. ໙/໒໐໑/໒໕໕).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ