ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຖ້າຈະເຮັດກໍຈົ່ງເຮັດຈິງແທ້, ຈົ່ງບາກບັ່ນຕໍ່ສິ່ງນັ້ນໃຫ້ໜັກແໜ້ນ, ເພາະວ່າ ບັນພະຊາທີ່ຮັບຖືໄວ້ຫຼົມໆ ຍ່ອມແພ່ໂທດ ຄືທຸລີຢ່າງໜັກ.
ບໍ່ເຮັດຄວາມຊົ່ວ ດີກວ່າ, ຄວາມຊົ່ວຍ່ອມເຜົາລົນໃນພາຍຫຼັງ. ເຮັດຄວາມດີ ດີກວ່າ - ຄວາມດີຊະນິດທີ່ເຮັດແລ້ວບໍ່ຕາມເຜົາໄໝ້.
ຫຍ້າກຸສະທີ່ຈັບບໍ່ດີແລ້ວດຶງ ຍ່ອມບາດມືຜູ້ຈັບເຊັ່ນໃດ ; ຄວາມເປັນສະມະນະ ທີ່ບຸກຄົນໃດລູບຄໍາຢ່າງຊົ່ວໆ ຍ່ອມລາກຜູ້ນັ້ນໄປນະຣົກ.
ການງານອັນໃດທີ່ຫຍໍ້ຢ່ອນ, ວັຕອັນໃດທີ່ເສົ້າໝອງ, ພຣົມມະຈັນທີ່ລະລຶກຂຶ້ນມາແລ້ວລັງກຽດໂຕເອງໄດ້ ນັ້ນບໍ່ເປັນສິ່ງທີ່ມີຜົລຫຼາຍໄດ້ເລີຍ”.
໑. ບາລີ ເທວະປຸຕຕະສັງຢຸຕ ສຄາ. ສັງ. ໑໕/໖໘/໒໔໐. ຕຣັດແກ່ພິກຂຸທັງຫຼາຍທີເຊຕະວັນ. ໃນມື້ຕໍ່ມາ
ຈາກຄືນທີ່ເທວະບຸຕມາເຝົ້າ.
໔໘໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ພິກຂຸ ທ. ! ຕາຢະນະເທວະບຸຕ, ຄັນກ່າວດັ່ງນີ້ແລ້ວ ກໍອະພິວາດເຮົາ ປະກອບປະທັກຂິນນາ ຫາຍໄປແລ້ວ. ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງຖືເອົາ ຈົ່ງຮໍ່າຮຽນ ຈົ່ງຊົງໄວ້ຊຶ່ງ ຕາຢະນະຄາຖາ໑. ພິກຂຸ ທ. ! ຕາຢະນະຄາຖາ ເປັນຂອງປະກອບດ້ວຍປະໂຍຊນ໌ ເປັນ ເບື້ອງຕົ້ນຂອງພຣົມມະຈັນ.
ການມາເຝົ້າຂອງອະນາຖະບິນດິກະເທວະບຸຕ ໒
ພິກຂຸ ທ. ! ເມື່ອຄືນນີ້ ຣາຕຣີຜ່ານກາຍໄປຫຼາຍແລ້ວ ເທວະບຸຕຕົນໜຶ່ງ ມີວັນນະເຮືອງຍິ່ງ ສ່ອງເຊຕະວັນທັງຜອງໃຫ້ສະຫວ່າງ ເຂົ້າມາຫາເຮົາເຖິງທີ່ຢູ່ ໄຫວ້ເຮົາແລ້ວຢືນຢູ່ ນະ ທີ່ຄວນ ໄດ້ກ່າວຄໍາຜູກເປັນກາບ ກັບເຮົາວ່າ :-
“ເຊຕະວັນນີ້ ປະກອບດ້ວຍປະໂຍຊນ໌ ເປັນບ່ອນທີ່ໝູ່ແຫ່ງທ່ານຜູ້ ສະແຫວງຄຸນໃນເບື້ອງສູງອາໄສແລ້ວ, ພຣະອົງຄ໌ຜູ້ເປັນທັມມະຣາຊາ ໄດ້ປະທັບອາໄສແລ້ວ ຂໍ້ນັ້ນ ເປັນເຄື່ອງຍັງປີຕິໃຫ້ເກີດ ແກ່ຂ້ານ້ອຍ.
ກຸສົລກັມ ວິຊຊາ ທັມ ແລະສີລ ເຫຼົ່ານີ້ເປັນຂອງສູງສຸດໃນຊີວິຕ, ສັຕຍ່ອມບໍຣິສຸດໄດ້ເພາະທັມນັ້ນໆ ຫາກເປັນເພາະໂຄຕ ຫຼືຊັບກໍບໍ່ແມ່ນ.
ເພາະສະນັ້ນແລ ບຸຣຸສຜູ້ເປັນບັນດິຕ ເມື່ອຄົ້ນຫາຢູ່ຊຶ່ງປະໂຍຊນ໌ຂອງຕົນ ຈົ່ງເລືອກຈ້ອນທັມໂດຍຖີ່ຖ້ວນ, ເມື່ອເປັນເຊັ່ນນັ້ນ ຍ່ອມບໍຣິສຸດໄດ້ເພາະທັມນັ້ນ.
ທ່ານພຣະສາຣີບຸຕ ເປັນຜູ້ປະເສີດດ້ວຍປັນຍາ ສີລ ແລະ ຄວາມສະງົບ ລະງັບ. ພິກຂຸຜູ້ທີ່ເຖິງຝັ່ງ ຄືພຣະນິບພານແລ້ວ ມີພຣະສາຣີບຸຕເທົ່ານັ້ນ ຜູ້ເປັນສຸດຍອດ”. ດັ່ງນີ້.
໑. ຕາຢະຕະນະຄາຖານີ້ ໃນບ່ອນອື່ນເປັນພຸດທະພາສິຕໂດຍກົງກໍມີ.
໒. ບາລີ ອະນາຖະປິນດິໂກວາດະສູຕ ອຸປຣິ. ມ. ໑໔/໔໗໒/໗໓໙. ຕຣັດແກ່ພິກຂຸທັງຫຼາຍທີເຊຕະວັນ.
ຫຼັງຈາກວັນທໍາກາລະຂອງອະນາຖະປິນດະຄະຫະບໍດີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໘໗
ພິກຂຸ ທ. ! ເທວະບຸຕນັ້ນ ກ່າວດັ່ງນີ້ແລ້ວ ກໍານົດໃນໃຈຮູ້ວ່າ “ພຣະສາສດາທົງພໍພຣະໄທໃນເຮົາແລ້ວ”. ໄຫວ້ເຮົາ ປະກອບປະທັກຂິນນາ ຫາຍໄປແລ້ວ.
“ພຣະອົງຄ໌ຜູ້ຈະເຣີນ ! ເທວະບຸຕນັ້ນ ຄົງເປັນອະນາຖະປີນດິກະເທວະບຸຕເປັນແນ່, ພຣະອົງຄ໌ຜູ້ຈະເຣີນ ! ອະນາຖະປີນດິກະຄະຫະບໍດີ ເປັນຜູ້ເຫຼື້ອມໃສໃນທ່ານພຣະສາຣີບຸຕຍິ່ງແທ້.” ພຣະອານົນທ໌ ກ່າວທູນຂຶ້ນ.
ຖືກແລ້ວ, ອານົນທ໌ ! ຖືກແລ້ວ. ເຈົ້າເປັນຜູ້ເວົ້າຖືກ ໃນສິ່ງທີ່ຍ່ອມຖືກ ໄດ້ດ້ວຍການຄິດທວາຍເອົາແລ້ວ. ເທວະບຸຕນັ້ນ ຄືອະນາຖະປີດິກະເທວະບຸຕ, ບໍ່ແມ່ນໃຜອື່ນ.
ການມາເຝົ້າຂອງຈາຕຸມມະຫາຣາຊ ໑
ພິກຂຸ ທ. ! ເມື່ອຄືນນີ້ ມະຫາຣາຊ໒ ທັງສີ່ ພ້ອມທັງເສນາຍັກ ເສນາຄົນທັນດ໌ ເສນາກຸມພັນ ແລະເສນານາຄາ ໝູ່ໃຫຍ່ໆ ຕັ້ງການຮັກສາ ການຄຸ້ມຄອງ ແວດລ້ອມໄວ້ທັງສີ່ທິສແລ້ວ, ມີວັນນະຮຸ່ງເຮືອງຍິ່ງ ສ່ອງເຊຕະວັນທັງໝົດໃຫ້ສະຫວ່າງ ໄດ້ເຂົ້າມາຫາເຮົາເຖິງບ່ອນຢູ່ ໃນເມື່ອຣາຕຣີຜ່ານໄປຫຼາຍເຕີບ (ເດິກ) ຄັນເຂົ້າມາຫາແລ້ວ ໄຫວ້ແລະນັ່ງຢູ່ ນະ ທີ່ຄວນ.
ພິກຂຸ ທ. ! ຍັກ (ຄືເສນາ) ເຫຼົ່ານັ້ນ ບາງພວກໄຫວ້ເຮົາ, ບາງພວກປາໄສດ້ວຍຄໍາໜ້າບັງເທີງໃຈ ຈັບໃຈ, ບາງພວກນ້ອມອັນຊະລີມາທາງເຮົາ, ບາງພວກຮ້ອງຂານຊື່ ແລະໂຄຕຂອງຕົນ, ບາງພວກເສີຍໆ, ແລ້ວນັ່ງໃນທີ່ຄວນສ່ວນເບື້ອງໜຶ່ງດ້ວຍກັນທັງໝົດ.
໑. ບາລີ ປາ. ທີ ໑໑/໒໑໙/໒໑໙. ຕຣັດແກ່ພິກຂຸທັງຫຼາຍໃນມື້ຕໍ່ມາ, ທີ່ພູເຂົາຄິຊຊະກູຕ
ໃກ້ນະຄອນຣາຊະຄຶ.








